ກະຊວງການເງິນ: Fitch Ratings ຍົກສູງຈັດອັນດັບຄວາມເຊື່ອຖືຂອງຫວຽດນາມ

00:00 | 12/12/2023

ຍສໝ - ກະຊວງ​ການ​ເງິນ​ໃຫ້​ຮູ້​ວ່າ, ວັນ​ທີ 8 ທັນວາ, ອົງການຈັດຕັ້ງຈັດອັນດັບຄວາມເຊື່ອຖື Fitch Ratings (Fitch) ​ໄດ້​ຍົກສູງຈັດອັນດັບຄວາມເຊື່ອຖືແຫ່ງ​ຊາດ​ໄລຍະ​ຍາວ​ຂອງ​ຫວຽດນາມ ຂຶ້ນ​ເປັນ BB+, ຄວາມຫວັງ 'ໝັ້ນຄົງ'.

Fitch Ratings ຕີລາຄາຢ່າງຕັ້ງໜ້າ ກ່ຽວກັບແງ່ຫວັງການເຕີບໂຕດ້ານເສດຖະກິດ ຂອງຫວຽດນາມ Fitch Ratings ຕີລາຄາຢ່າງຕັ້ງໜ້າ ກ່ຽວກັບແງ່ຫວັງການເຕີບໂຕດ້ານເສດຖະກິດ ຂອງຫວຽດນາມ
ອົງການຈັດອັນດັບຄວາມໄວ້ວາງໃຈ Fitch Ratings ຍົກລະດັບແງ່ຫວັງຂອງຫວຽດນາມ ຈາກລະດັບ “ສະຖຽນລະພາບ” ຂຶ້ນເປັນ “ຕັ້ງໜ້າ” ອົງການຈັດອັນດັບຄວາມໄວ້ວາງໃຈ Fitch Ratings ຍົກລະດັບແງ່ຫວັງຂອງຫວຽດນາມ ຈາກລະດັບ “ສະຖຽນລະພາບ” ຂຶ້ນເປັນ “ຕັ້ງໜ້າ”

ຕາມ​ກະຊວງ​ການ​ເງິນ​ແລ້ວ, Fitch ​ໄດ້​ຍົກສຳປະສິດຄວາມເຊື່ອຖື​ແຫ່ງ​ຊາດ​ຂອງ​ຫວຽດນາມ ບົນ​ພື້ນຖານ​ຮັບ​ຮູ້​​ແງ່​ຫວັງ​ການ​ເຕີບ​ໂຕ​ທີ່​ເໝາະ​ສົມ​ໃນ​ໄລຍະ​ກາງ, ​ໃດ້ປັບປຸງຍ້ອນກະແສທຶນລົງທຶນ​ຈາກ​ຕ່າງປະ​ເທດ​ຢ່າງ​ແຂງ​ແຮງ.

Fitch ຕີລາຄາບັນດາສິ່ງທ້າທາຍຕໍ່ພື້ນເສດຖະກິດຈາກຄວາມຫຍຸ້ງຍາກໃນທ້ອງຕະຫຼາດອະສັງຫາລິມະຊັບ, ຄວາມຕ້ອງການທົ່ວໂລກລົດຜ່ອນອ່ອນເພຍລົງ ຈະມີຜົນກະທົບເລັກນ້ອຍຕໍ່ການຄາດຄະເນເສດຖະກິດມະຫາພາກໃນໄລຍະກາງ. ພື້ນທີ່ນະໂຍບາຍທີ່ອຸດົມສົມບູນຊ່ວຍປະກອບສ່ວນກວດກາຊວຍໃນໄລຍະສັ້ນ.

ກະຊວງການເງິນ: Fitch Ratings ຍົກສູງຈັດອັນດັບຄວາມເຊື່ອຖືຂອງຫວຽດນາມ

Fitch Ratings (Fitch) ​ໄດ້​ຍົກສູງຈັດອັນດັບຄວາມເຊື່ອຖືແຫ່ງ​ຊາດ​ໄລຍະ​ຍາວ​ຂອງ​ຫວຽດນາມ ຂຶ້ນ​ເປັນ BB+

ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຈະ​ສືບ​ຕໍ່​ຊຸກ​ຍູ້ພື້ນການ​ເງິນ​ການເງິນສາທາລະນະປອດໃສ. ຫນີ້ສິນຂອງລັດຖະບານຄາດວ່າຈະສືບຕໍ່ຮັກສາຢູ່ໃນລະດັບຕ່ໍາກວ່າປະເທດອື່ນໆທີ່ມີຈັດອັນດັບຄວາມເຊື່ອຖືກັນໄວ້

ໃນ​ໄລຍະ​ກາງ, Fitch ຄາດ​ຄະ​ເນ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ຫວຽດນາມ ຈະ​ບັນລຸ​ປະມານ 7% ຍ້ອນ​ກຳລັງຜັກດັນການ​ເຕີບ​ໂຕຈາກກະແສທຶນລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ (FDI) ​ທີ່​ເຂັ້ມ​ແຂງ ແລະ ແຫຼ່ງກຳລັງ​ແຮງ​ງານ​ອຸດົມສົມບູນ.

ນອກຈາກ​ນັ້ນ, ການ​ເຂົ້າ​ຮ່ວມ​ຕາໜ່າງສັນຍາ​ການ​ຄ້າ​ເສລີ​ຢ່າງ​ກວ້າງຂວາງ​ໃນ​ທົ່ວ​ພາກ​ພື້ນ ​ແລະ ​ໃນ​ທົ່ວ​ໂລກ ​ໃນ​ສະພາບ​ການ​ຫັນເປັນຫຼາຍຮູບຫຼາຍແບບ ສາຍສະໜອງ ແລະ ການຍົກລະດັບການ​ພົວພັນ​ກັບ ອາ​ເມ​ລິ​ກາ ຂຶ້ນ​ເປັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ” ຈະ​ສືບ​ຕໍ່​ຊຸກຍູ້ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ເຂົ້າ​ຫວຽດນາມ ຢ່າງ​ແຂງ​ແຮງກ່ວາ.

ຕາມ​ການ​ຕີ​ລາຄາ​ຂອງ Fitch, ສຳຮອງເງິນຕາຕ່າງປະເທດຂອງ​ຫວຽດນາມ ​ໄດ້​ຮັບ​ການ​ປັບປຸງ​ເທື່ອ​ລະ​ກ້າວ ພາຍຫຼັງ​ຫຼຸດ​ລົງ​ຢ່າງ​ແຮງ​ໃນ​ປີ 2022 ​ແລະ ຈະສືບ​ຕໍ່ປັບປຸງ​ໃນ​ປີ 2024 ​ແລະ 2025. ສິ່ງ​ດັ່ງກ່າວ​ສ່ອງແສງກະແສທຶນກັບຄືນ ​ແລະ ການ​ເກີນ​ດຸນ​ການ​ຄ້າ​ທີ່​ໃຫຍ່​ກວ່າ.

ໜຶ່ງ​ໃນ​ບັນດາ​ປັດ​ໄຈ​ທີ່ Fitch ຕີ​ລາຄາ​ສູງ​ໃນສຳເນົາສິນເຊື່ອຂອງ ຫວຽດນາມ ​ແມ່ນ​ໜີ້​ສິນ​ລັດຖະບານຢູ່ລະດັບ​ຕ່ຳ​ກວ່າ​ບັນດາ​ປະ​ເທດ​ທີ່​ມີ​ລະດັບ BB ​ເທົ່າ​ນັ້ນ.

​ໂຄງ​ປະກອບ​ໜີ້​ສິນ​ຕ່າງປະ​ເທດຂອງ​ລັດຖະບານ​ທີ່​ສະດວກ, ໜ້າທີ່ຈ່າຍໜີ້​ສິນ​ຕ່າງປະ​ເທດ​ທີ່​ຕ່ຳ​ໄດ້​ປະກອບສ່ວນ​ຫລຸດຜ່ອນ​ພາລະ​ໜີ້​ສິນ​ຕ່າງປະ​ເທດ ​ແລະ ​ປັບປຸງຕົວເລກສະແດງຊຳລະສະສາງເງິນ.

​ໃນ​ໄລຍະ​ກາງ, ການຮັບງົບປະມານ ຈະ​ໄດ້​ຮັບ​ການປັບປຸງຍ້ອນ​ບັນດາ​ວິ​ທີ​ແກ້​ໄຂ​ເພື່ອ​ຜັນ​ຂະຫຍາຍ​ພື້ນຖານ​ການ​ເກັບ​ພາສີ​ທີ່​ໄດ້​ວາງ​ອອກ​ໃນ​ຍຸດ​ທະ​ສາດ​ການ​ເງິນ​ຂອງ ​ຫວຽດນາມ ປີ 2030.

Fitch ຕີ​ລາຄາ​ວ່າ ດ້ວຍ​ການລັດຖະບານ​ຫວຽດນາມ ຈະສືບ​ຕໍ່​ປະຕິບັດ​ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ​ການ​ເຕີບ​ໂຕ ​ແລະ ໝັ້ນຄົງ​ຂອງ​ເສດຖະກິດ​ມະຫາ​ພາກ, ​ພື້ນເສດຖະກິດເອົາຄືນໃດ້ຖ່ວງເຕີບໂຕ​ໃນໄລຍະຈະມາເຖີງ.

ຕາມ​ກະຊວງ​ການ​ເງິນ​ແລ້ວ, ການ Fitch ​ຍົກ​ລະດັບ​ອັດຕາກຳນົດຄວາມເຊື່ອຖື​ແຫ່ງ​ຊາດ​ຂອງ​ຫວຽດນາມ ​ໃນ​ສະພາບ​ການ​ທີ່​ໂລກ​ປະ​ເຊີນ​ໜ້າ​ກັບບັນດາສິ່ງທ້າທາຍກາຽວກັບຫຼຸດລົງຂອງການເຕີບໂຕ, ເສດຖະກິດ, ການຄ້າແລະການເພີ່ມຂຶ້ນຂອງຄວາມສ່ຽງທາງດ້ານການເງິນໃນຫຼາຍປະເທດ.

ການ​ຕີ​ລາຄາ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ທິດ​ທາງ​ດີ​ທີ່​ສຸດ​ຂອງ​ປະຊາ​ຄົມ​ໂລກ ກ່ຽວກັບບຸກບືນຊີ້ນຳ, ​ບໍລິຫານ​ຂອງ​ພັກ, ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ ​ເພື່ອ​ຮັກສາມະຫາພາກ ​ແລະ ຟື້ນ​ຟູ​ເສດຖະກິດ, ປັບປຸງພື້ນຖານ​ເສດຖະກິດ - ການ​ເມືອງ.

ໃນໄລຍະຈະມາເຖິງ, ກະຊວງການເງິນຈະສືບຕໍ່ສົມທົບກັບ Fitch ແລະບັນດາອົງການຈັດອັນດັບຄວາມເຊື່ອຖືອື່ນໆ ກໍ່ຄືບັນດາອົງການຈັດຕັ້ງສາກົນອື່ນໆ ເພື່ອສືບຕໍ່ມີຕີລາຄາຢ່າງຄົບຖ້ວນ ແລະ ອັບເດດໃນສຳເນົາສິນເຊື່ອຂອງ ຫວຽດນາມ.

ມິງດຶກ

ເຫດການ
302 Found

Found

The document has moved here.