ເພີ່ມທະວີສາຍພົວພັນແບບພິເສດ ຫວຽດນາມ ແລະ ລາວ ໃຫ້ຫຼາຍກວ່າເກົ່າ

08:38 | 08/12/2022

ຫວ່າງແລ້ວນີ້, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ທ່ານ ຫງວຽນຊວັນທັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູງກາງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ-ເອີ​ຣົບ ແລະ ຢ້ຽມ​ຢາມ ລຸກ​ຊຳ​ບວກ, ໂຮນ​ລັງ​, ແບ​ນຊິກ ຢ່າງ​ເປັນ​ທາງ​ການ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ-ເອີ​ຣົບ ແລະ ຢ້ຽມ​ຢາມ ລຸກ​ຊຳ​ບວກ, ໂຮນ​ລັງ​, ແບ​ນຊິກ ຢ່າງ​ເປັນ​ທາງ​ການ
ການ​ນຳ​ນະ​ຄອນ​ໂຮ່​ຈີ​ມິນ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ທ້ອງ​ຖິ່ນ​ຂອງ​ລາວ, ກຳ​ປູ​ເຈຍ ແລະ ສ.ເກົາຫຼີ ການ​ນຳ​ນະ​ຄອນ​ໂຮ່​ຈີ​ມິນ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ທ້ອງ​ຖິ່ນ​ຂອງ​ລາວ, ກຳ​ປູ​ເຈຍ ແລະ ສ.ເກົາຫຼີ
ເພີ່ມທະວີສາຍພົວພັນແບບພິເສດ ຫວຽດນາມ ແລະ ລາວ ໃຫ້ຫຼາຍກວ່າເກົ່າ
ເພີ່ມທະວີສາຍພົວພັນແບບພິເສດ ຫວຽດນາມ ແລະ ລາວ ໃຫ້ຫຼາຍກວ່າເກົ່າ. ພາບ: TTXVN

ທີ່ບັນດາການພົບປະ, ທ່ານ ຫງວຽນຊວັນທັງ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນວິວັດທະນາການປ່ຽນແປງໃໝ່ ແລະ ການພັດທະນາຂອງລາວ ຢ່າງຮອບດ້ານ. ທ່ານ ຫງວຽນຊວັນທັງ ແຈ້ງໃຫ້ການນຳລາວ ຊາບກ່ຽວກັບສະພາບການຂອງຫວຽດນາມ ຫວ່າງມໍ່ໆມານີ້, ກໍ່ຄືໝາກຜົນການພົບປະເຈລະຈາກັບທ່ານ ພູວົງ ອຸຸ່ນຄຳແສນ ຫົວໜ້າສະຖາບັນການເມືອງ - ການປົກຄອງແຫ່ງຊາດ ລາວ.

ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ກໍສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນເຮັດໃຫ້ສາຍພົວພັນລະຫວ່າງ 2 ປະເທດ ກໍຄືການພົວພັນຮ່ວມມືລະຫວ່າງ 2 ສະຖາບັນອຸດົມສົມບູນຂຶ້ນຕື່ມ. ບັນດາການນນຳຂັ້ນສູງຂອງລາວ ປາດຖະໜາວ່າ 2 ສະຖາບັນຈະສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຄົ້ນຄວ້າກ່ຽວກັບທິດສະດີ ແລະ ສະຫຼຸບສະພາບຕົວຈິງ.

ໄຊພອນ

ເຫດການ
302 Found

Found

The document has moved here.