ຊາວໜຸ່ມກອງທັບຫວຽດນາມ ແລະລາວ ແລກປ່ຽນວິຊາການວຽກງານຊາວໜຸ່ມ

16:58 | 05/12/2022

ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ຄະນະຊາວໜຸ່ມກອງທັບ (ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ) ແລະຄະນະພະນັກງານຊາວໜຸ່ມກອງທັບປະຊາຊົນລາວ ໄດ້ຈັດຕັ້ງການໂອ້ລົມສົນທະນາວິຊາການວຽກງານຊາວໜຸ່ມ.

ຫຼາຍ​ກິດຈະກຳ​ທີ່​ມີ​ຄວາມ​ໝາຍ​ໃນ​ປີ​ສາມັກຄີ​ມິດຕະພາບ 2022 ຢູ່​ລາວ ​ແລະ ຫວຽດນາມ ຫຼາຍ​ກິດຈະກຳ​ທີ່​ມີ​ຄວາມ​ໝາຍ​ໃນ​ປີ​ສາມັກຄີ​ມິດຕະພາບ 2022 ຢູ່​ລາວ ​ແລະ ຫວຽດນາມ
ຄະນະພະນັກງານກອງທັບປະຊາຊົນລາວ ຢ້ຽມຢາມ ແລະເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ ຄະນະພະນັກງານກອງທັບປະຊາຊົນລາວ ຢ້ຽມຢາມ ແລະເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ

ສະຫາຍພັນເອກພິເສດ ເຈິ່ນຫວຽດນັງ ຫົວໜ້າຄະນະຊາວໜຸ່ມກອງທັບ (ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ) ແລະ ສະຫາຍພັນໂທ ຫົງທອງ ສີຊານົນ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບປະຊາຊົນລາວ ເປັນປະທານຮ່ວມການໂອ້ລົມສົນທະນາ.

ທີ່ການໂອ້ລົມສົນທະນາ, ຄະນະຜູ້ແທນຊາວໜຸ່ມກອງທັບສອງປະເທດ ໄດ້ສຸມໃສ່ປຶກສາຫາລື, ແລກປ່ຽນບັນດາມາດຕະການ ເພື່ອຊຸກຍູ້ວຽກງານຊາວໜຸ່ມໃນກອງທັບແຕ່ລະປະເທດ ແລະເພີ່ມທະວີການພົບປະແລກປ່ຽນ, ຮ່ວມມືລະຫວ່າງຊາວໜຸ່ມກອງທັບສອງປະເທດໃນຫຼາຍດ້ານ, ຫຼາຍຂົງເຂດ, ເພື່ອແນໃສ່ຮັກສາ, ພັດທະນາສາຍພົວພັນລະຫວ່າງສອງປະເທດ, ສອງກອງທັບກວ່າອີກ. ບັນດາຄໍາເຫັນແລກປ່ຽນທີ່ການໂອ້ລົມສົນທະນາກໍ່ເຕື້ອງເຖິງບັນດາມາດຕະການ, ຮູບການ, ວິທີປະຕິບັດທີ່ມີປະສິດທິຜົນຂອງຊາວໜຸ່ມກອງທັບສອງປະເທດໃນໄລຍະຜ່ານມາ.

ບັນຍາກາດທີ່ການໂອ້ລົມສົນທະນາວິຊາການວຽກງານຊາວໜຸ່ມ. ພາບ: ຮົ່ງແທ້ງ.

ກ່າວຄໍາເຫັນທີ່ການໂອ້ລົມສົນທະນາ, ສະຫາຍພັນເອກພິເສດ ເຈິ່ນຫວຽດນັງ ໄດ້ແຈ້ງໃຫ້ຊາບກ່ຽວກັບການເຄື່ອນໄຫວວຽກງານຊາວໜຸ່ມ, ໃນຊຸມປີຜ່ານມາ, ຄະນະຊາວໜຸ່ມກອງທັບປະຊາຊົນຫວຽດນາມ ແລະຫ້ອງການຊາວໜຸ່ມກອງທັບປະຊາຊົນລາວ ໄດ້ຈັດການຝຶກອົບຮົມແບ່ງປັນບົດຮຽນວິຊາການວຽກງານຊາວໜຸ່ມໃຫ້ພະນັກງານກອງທັບປະຊາຊົນລາວຫຼາຍຄັ້ງ; ໃນນັ້ນໄດ້ສຸມໃສ່ຝຶກອົບຮົມກ່ຽວກັບວຽກງານຈັດຕັ້ງ ແລະເຄື່ອນໄຫວທັກສະ, ບົດຮຽນໃນການດໍາເນີນວຽກງານຊາວໜຸ່ມ.

ສະຫາຍພັນໂທ ຫົງທອງ ສີຊານົນ ໄດ້ຂອບໃຈຕໍ່ອາລົມຈິດທີ່ເລິກເຊິ່ງເຂັ້ມຂຸ້ນຂອງຄະນະຊາວໜຸ່ມ ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ສະຫງວນໃຫ້ຄະນະພະນັກງານຊາວໜຸ່ມ ກອງທັບປະຊາຊົນລາວ ທີ່ພວມຝຶກອົບຮົມຢູ່ຫວຽດນາມ ດ້ວຍຫຼາຍການເຄື່ອນໄຫວຜ່ານພຶດຕິກຳຕົວຈິງທີ່ເປັນຜົນປະໂຫຍດ, ພ້ອມທັງກັນນັ້ນ, ສະຫາຍພັນໂທ ຫົງທອງ ສີຊານົນ ກໍ່ຍົກບາງຂໍ້ສະເໜີອອກ, ຄື: ການເພີ່ມເຕີ່ມບັນດາເອກະສານສະເພາະຂະແໜງການກ່ຽວກັບວຽກງານຊາວໜຸ່ມໃນໄລຍະຝຶກອົບຮົມ; ສ້າງເງື່ອນໄຂຈັດຕັ້ງການເຄື່ອນໄຫວໄປຢ້ຽມຊົມ, ທັດສະນະສຶກສາຕື່ມອີກເພື່ອໃຫ້ພະນັກງານຊາວໜຸ່ມກອງທັບປະຊາຊົນລາວ ມີກາລະໂອກາດໄດ້ເຫັນປະຈັກຕາບັນດາການຫັນປ່ຽນຕັ້ງໜ້າທາງດ້ານເສດຖະກິດ-ສັງຄົມຂອງນະຄອນຫຼວງຮ່າໂນ້ຍ ເວົ້າສະເພາະ ແລະປະເທດຫວຽດນາມ ເວົ້າລວມ.

ກອ​ງ​ທັບ​

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.