ມອບ​ທຶນ​ການ​ສຶກ​ສາ 200 ທຶນ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ທີ່ພວມ​ຮ່ຳ​ຮຽນ​ຢູ່ ຫວຽດ​ນາມ

10:38 | 05/12/2022

ທຶນ​ການ​ສຶກ​ສາ 200 ທຶນ​ທີ່​ມີ​ມູນ​ຄ່າ 600 ລ້ານ​ດົ່ງ ໂດຍ​ສະ​ມາ​ຄົມ​ສົ່ງ​ເສີມການສຶກ ຫວຽດນາມ ມອບ​ໃຫ້ນັກ​ຮຽນ, ​ນັກ​ສຶກ​ສາລາວທີ່ມີຜົນງານ​ດີ​ເດັ່ນໃນການ​ຮ່ຳ​ຮຽນ​ຢູ່ ຫວຽດ​ນາມ.

ມອບ​ຂອງ​ຂວັນ​ບຸນ​ເຕັດ 60 ພູດ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ແລະ ກຳ​ປູ​ເຈຍ ທີ່ພວມ​ປະ​ຕິບດ​ການ​ແຍກ​ຕົວ ມອບ​ຂອງ​ຂວັນ​ບຸນ​ເຕັດ 60 ພູດ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ແລະ ກຳ​ປູ​ເຈຍ ທີ່ພວມ​ປະ​ຕິບດ​ການ​ແຍກ​ຕົວ
ມອບ​ທຶນ​ການ​ສຶກ​ສາ 200 ທຶນ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ທີ່ພວມ​ຮ່ຳ​ຮຽນ​ຢູ່ ຫວຽດ​ນາມ
ພິ​ທີ ມອບ​ທຶນ​ການ​ສຶກ​ສາ 200 ທຶນ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ທີ່ພວມ​ຮ່ຳ​ຮຽນ​ຢູ່ ຫວຽດ​ນາມ (ພາບ: ທູ​ຮ່າ)

ຫວ່າງແລ້ວນີ້, ຢູ່າ​ຮ່າ​ໂນ້ຍ, ສະມາຄົມສົ່ງເສີມການສຶກສາຫວຽດນາມ ໄດ້ສົມທົບກັບສະຖານທູດລາວ ປະຈໍາ ຫວຽດນາມ ຈັດຕັ້ງພິທີມອບທຶນການສຶກສາໃຫ້ແກ່ນັກຮຽນ ແລະ ນັກສຶກສາລາວດີ​ເດັ່ນ 200 ຄົນຮຽນທີ່ພວມຮຽນຢູ່ຫວຽດນາມ. ແຕ່ລະທຶນການສຶກສາ ມີມູນຄ່າ 3 ລ້ານດົ່ງ.

ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ, ສະ​ແດງ​ໃຫ້​ເຫັນ​ຄວາມ​ສະໜິດ​ຕິດ​ພັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ - ລາວ, ​ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ຄວາມເອົາ​ໃຈ​ໃສ່ຂອງ​ພັກ ​ແລະ ລັດຖະບານ ຫວຽດນາມ ​ເວົ້າ​ລວມ ​ແລະ ສະມາຄົມ​ສົ່ງ​ເສີມ​ການ​ສຶກສາ ຫວຽດນາມ ​ເວົ້າ​ສະ​ເພາະ ​ກັບ​ນັກຮຽນ ​ແລະ ນັກ​ສຶກສາ ລາວ ທີ່ພວມ​ຮຽນຢູ່ຫວຽດນາມ, ເພື່ອເປັນກຳລັງໃຈ, ສົ່ງ​ເສີມພວກ​ນ້ອງໆ​ມະ​ນະພະຍາຍາມ, ຮ່ຳຮຽນຢ່າງ​ບໍ່​ຢຸດ​ຢັ້ງ, ປະກອບສ່ວນສ້າງສາປະເທດລາວໃນຕໍ່ໜ້າ.

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ ສຈ.ປອ. ຫງວຽນ​ທິຢວານ, ອະດີດ​ຮອງ​ປະທານ​ປະ​ເທດ, ປະທານ​ສະມາຄົມ​ສົ່ງ​ເສີມ​ການ​ສຶກສາ ຫວຽດນາມ ​ໄດ້​ສົ່ງ​ຄຳ​ອວຍພອນອັນປະເສີດ​ເຖິງ​ພະນັກງານ, ລັດຖະກອນ​ສະຖານທູດ, ນັກຮຽນ ​ແລະ ນັກ​ສຶກສາ​ລາວ ທີ່​ພວມ​ຮ່ຳຮຽນ​ຢູ່ ຫວຽດນາມ ເນື່ອງໃນໂອກາດວັນຊາດ ສປປ ລາວ ຄົບຮອບ 47 ປີ (2 ທັນວາ 1975-2 ທັນວາ 2022).

ຕາມ​ທ່ານ​ນາງ ສຈ.ປອ. ຫງວຽນ​ທິຢວານ ​ແລ້ວ, ການ​ພົວພັນ​ມິດຕະພາບ ຫວຽດນາມ - ລາວ ​ແມ່ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ, ເລີ່ມ​ມາ​ຈາກນ້ຳ​ໃຈ​ຮັກ​ຊາດ ສົມທົບ​ກັບ​ລັດທິ​ສາ​ກົນ, ຄວາມ​ສາມັກຄີ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ສອງ​ປະ​ເທດອັນ​ໃສ​ແຈ້ງ​ເຊິ່ງສອງ​ຊາດ​ສະ​ຫງວນ​ໃຫ້​ກັນ. ການ​ພົວພັນ​ນັ້ນ​ໄດ້​ຮັບ​ການ​ກໍ່ສ້າງ, ປູກ​ລ້ຽງ​ດ້ານ​ກຳ​ລັງ​ແຮງ, ຊັບ​ສິນ, ເລືອດ​ເນື້ອ​ຂອງຫຼາຍລຸ້ນ​ຄົນ​ຫວຽດ​ນາມ​ລາວ. ໂດຍຜ່ານ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ, ການ​ພົວ​ພັນ​ດັ່ງ​ກ່າວ​ບໍ່​ພຽງ​ແຕ່​ຍັງ​ຄົງ​ຕົວ​ເທົ່າ​ນັ້ນ, ຫາກ​ຍັງ​ນັບ​ມື້​ນັບ​ໃສ​ແຈ້ງກວ່າອີກ. ຄຸນ​ທາດ​ຂອງ​ການ​ພົວ​ພັນ​ນີ້​ໄດ້​ຫຼໍ່ລ້ຽງ​ດ້ວຍທັດ​ສະ​ນະ “ຊ່ວຍ​ເພື່ອນ​ກໍ່​ແມ່ນ​ຊ່ວຍ​ຕົນ​ເອງ​” ຄືດັ່ງຄຳເວົ້າຂອງ​ປະ​ທານ​ໂຮ່​ຈີ​ມິນ​.

ບົນ​ຈິດ​ໃຈ​ນັ້ນ, ບັນ​ດາ​ໂຮງ​ຮຽນ​ຫວຽດ​ນາມ ນັບ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ​ໄດ້​ບຳ​ລຸງ​ສ້າງ​ນັກ​ຮຽນຫຼາຍ​ລຸ້ນ​ຄົ​ນ​ໃຫ້​ແກ່​ປະ​ເທດ​ລາວ ແລະ ດ້ວຍຫຼາຍ​ວິ​ທີ​ການ​ຊ່ວຍ​ເຫຼືອ​ນັກ​ສຶກ​ສາ ລາວ. ເພື່ອ​ແນ​ໃສ່​ຮັກສາ, ເສີມ​ຂະ​ຫຍາຍ​ມູນ​ເຊື້​ອັນ​ດີ​ງາມ​ຂອງ​ການ​ພົວ​ພັນ​ພິ​ເສດ ຫວຽດນາມ - ລາວ, ສະ​ມາ​ຄົມ​ສົ່ງ​ເສີມ​ຫວຽດ​ນາມ ກໍ່​ໄດ້​ປະ​ກອບ​ສ່ວນເຂົ້າ​ໃນ​ວິ​ວັດການ​​ປະ​ຫວັດ​ສາດນັ້ນໂດຍ​ຜ່ານ​ການ​ລະ​ດົມ​ກຳ​ລັງ​ໃຈ, ສົ່ງ​ເສີມ​ນັກ​ຮຽນ, ນັກ​ສຶກ​ສາລາວ​ຮ່ຳ​ຮຽນ​ກາຍ​ເປັນ​ກຳ​ລັງ​ແຮງ​ງານ​ທີ່​ມີ​ຄຸນ​ນະ​ພາບ, ຮັບ​ໃຊ້​ພາ​ລະ​ກິດ​ແຫ່ງ​ການ​ປະ​ຕິ​ວັດ​ລາວ ແລະ ​ສືບ​ທອດ​ບັນ​ດາ​ລຸ້ນ​ຄົນ​ກ່ອນ, ສືບ​ຕໍ່​ເພີ່ມພູນຄູນສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ປະ​ເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.