ໄຂກອງປະຊຸມໃຫຍ່ຄັ້ງທີ 22 ຂອງສະພາສັນຕິພາບໂລກ

16:37 | 26/11/2022

ຍສໝ - ສະຫາຍ ​ເຈີ່ນ​ແມງເໝິນ ​ໃຫ້​ຮູ້​ວ່າ: ການ​ຕໍ່ສູ້​ອັນ​ຊອບ​ທຳ​ຂອງ​ປະຊາຊົນ​ຫວຽດນາມ ​ໄດ້​ກາຍ​ເປັນ​ພາກສ່ວນ​ໜຶ່ງ​ທີ່ບໍ່ສາມາດຕັດແຍກອອກໃນ​ການ​ຕໍ່ສູ້ຂອງປະຊາຊົນທີ່ກ້າວຂຶ້ນໃນໂລກ ​ເພື່ອ​ອິດສະຫຼະພາບ, ​ເອກະລາດ​ແຫ່ງ​ຊາດ, ເພື່ອສັນຕິພາບ, ຄວາມຍຸຕິ​ທຳ ​ແລະ ຄວາມ​ກ້າວໜ້າ​ຂອງ​ສັງຄົມ.

ໄຂຊຸດຝຶກອົບຮົມວຽກງານຂາເຂົ້າ-ຂາອອກ, ສໍາເນົາເອກະສານ ແລະ ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນວຽກງານຫ້ອງການໃຫ້ແກ່ພະນັກງານກອງທັບລາວ ໄຂຊຸດຝຶກອົບຮົມວຽກງານຂາເຂົ້າ-ຂາອອກ, ສໍາເນົາເອກະສານ ແລະ ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນວຽກງານຫ້ອງການໃຫ້ແກ່ພະນັກງານກອງທັບລາວ
ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໂຕ​ເລິມ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ອາ​ຊຽນ​ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າ​ມ​ຊາດ ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໂຕ​ເລິມ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ອາ​ຊຽນ​ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າ​ມ​ຊາດ

ຕອນ​ບ່າຍ​ວັນ​ທີ 22 ພະຈິກ 2022, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ຫວຽດນາມ, ຄະນະ​ກຳມະການ​ສັນຕິພາບ​ຫວຽດນາມ ສົມທົບ​ກັບ​ສະພາ​ສັນຕິພາບ​ໂລກ ​ໄດ້​ຈັດ​ພິທີ​ໄຂ​ກອງ​ປະຊຸມໃຫຍ່​ ​ຄັ້ງ​ທີ 22 ຂອງ​ສະພາ​.

ໄຂກອງປະຊຸມໃຫຍ່ຄັ້ງທີ 22 ຂອງສະພາສັນຕິພາບໂລກ

Khai mạc Đại hội lần thứ 22 Hội đồng Hòa bình thế giới

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່. ພາບ: ທູຮ່າ

​ເຂົ້າ​ຮ່ວມ​ພິທີ, ຝ່າຍ​ຫວຽດນາມ ມີ​ສະຫາຍ ​ເຈີ່ນ​ແມງເໝິນ - ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານຜູ້ປະຈໍາການ​ສະພາ​ແຫ່ງ​ຊາດ; ສະຫາຍ ອວງຈູລືວ - ອະດີດ​ກຳມະການຄະນະບໍລິຫານງານ​ສູນ​ກາງ​ພັກ, ອະດີດ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ, ປະທານ​ຄະນະ​ກຳມະການ​ສັນຕິພາບຫວຽດນາມ; ສະຫາຍ ນາງ ຮ່າ​ທິ​ງາ, ປະທານ​ສະຫະພັນ​ແມ່ຍິງ ຫວຽດນາມ; ສະຫາຍ ນາງ ຫງວຽນ​ເຟືອງ​ງາ, ປະທານ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ ຫວຽດນາມ; ສະຫາຍ ຟານ​ແອງ​ເຊີນ, ຮອງ​ປະທານ, ​ເລຂາທິການ​ໃຫຍ່​ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ຫວຽດນາມ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ກອງ​ປະຊຸມໃຫຍ່...

Khai mạc Đại hội lần thứ 22 Hội đồng Hòa bình thế giới

ສະຫາຍ ​ເຈີ່ນ​ແມງເໝິນ ກ່າວ​ຄຳ​ເຫັນ​ທີ່​ກອງປະຊຸມໃຫຍ່. ພາບ: ທູຮ່າ

ໄຂກອງປະຊຸມໃຫຍ່ຄັ້ງທີ 22 ຂອງສະພາສັນຕິພາບໂລກ

ທ່ານ​ປະທານ​ສະພາ​ສັນຕິພາບ​ໂລກ Socorro Gomes Coelho ຢືນຢັນ​ຄືນ​ໃໝ່​ສະພາ​ຄວາມ​ສາມັກຄີ​ກັບ​ປະຊາຊົນ​ຫວຽດນາມ.

ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ກອງ​ປະຊຸມ, ສະຫາຍ ​ເຈີ່ນ​ແມງເໝິນ ​ໃຫ້​ຮູ້​ວ່າ: ການ​ຕໍ່ສູ້​ອັນ​ຊອບ​ທຳ​ຂອງ​ປະຊາຊົນ​ຫວຽດນາມ ​ໄດ້​ກາຍ​ເປັນ​ພາກສ່ວນ​ໜຶ່ງ​ທີ່ບໍ່ສາມາດຕັດແຍກອອກໃນ​ການ​ຕໍ່ສູ້ຂອງປະຊາຊົນທີ່ກ້າວຂຶ້ນໃນໂລກ ​ເພື່ອ​ອິດສະຫຼະພາບ, ​ເອກະລາດ​ແຫ່ງ​ຊາດ, ເພື່ອສັນຕິພາບ, ຄວາມຍຸຕິ​ທຳ ​ແລະ ຄວາມ​ກ້າວໜ້າ​ຂອງ​ສັງຄົມ. ປະຊາຊົນ​ທີ່​ຮັກ​ຫອມ​ສັນຕິພາບ​ໃນ​ທົ່ວ​ໂລກ, ​ໃນ​ນັ້ນ​ມີ​ສະພາ ​ແລະ ບັນດາ​ອົງການຈັດຕັ້ງ​ສະມາຊິກ​ໄດ້​ສົມທົບ​ກັນ​ສ້າງ​ແນວ​ໂຮມ​ສາກົນ​ທີ່​ກວ້າງຂວາງ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ເພື່ອ​ສາມັກຄີ, ສະໜັບສະໜູນ ​ແລະ ຊ່ວຍ​ເຫຼືອ ຫວຽດນາມ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ໄຊຊະນະ​ຂອງ​ປະຊາຊົນ​ຫວຽດນາມ.

ສະຫາຍ ​ເຈີ່ນ​ແທງເໝິນ ​ເຊື່ອ​ໝັ້ນ​ວ່າ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 22 ຂອງ​ສະພາ​ສັນຕິພາບ​ໂລກ ຈະ​ສ້າງ​ທິດ​ທາງ​ຍຸດ​ທະ​ສາດ, ສ້າງ​ແຜນການກະທໍາ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ສະ​ເໜີ​ບັນດາ​ມາດ​ຕະການ​ແກ້​ໄຂ​ຢ່າງ​ແທດ​ຈິງ ​ເພື່ອ​ແນ​ໃສ່​ປະດິດ​ສ້າງ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາກວ່າອີກ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມສະກັດ​ກັ້ນ​ການ​ປະ​ທະ​ກັນ, ສະກັດ​ກັ້ນ​ການ​ແຂ່ງ​ຂັນ​ດ້ານ​ອາວຸດ, ລົບ​ລ້າງ​ອາວຸດ​ຍຸດ​ໂທ​ປະກອນດັບສູນ, ຊຸກຍູ້​ການ​ເຄົາລົບ​ຫຼັກການ​ຂອງ​ກົດໝາຍ​ສາກົນ ​ແລະ ກົດ​ບັດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ. ດ້ວຍ​ຈິດ​ໃຈ​ສາມັກຄີ, ສະຕິ​ປັນຍາ ​ແລະ ການ​ປ່ຽນແປງໃໝ່, ສະພາ​ສັນຕິພາບ​ໂລກ​ຈະ​ເຕົ້າ​ໂຮມ ​ແລະ ​ສາມັກຄີບັນດາກຳລັງ​ທີ່​ກ້າວໜ້າ​ຂອງ​ໂລກ​ໃນ​ການ​ຕໍ່ສູ້​ລວມນັບມື້ນັບກວ້າງຂວາງ ​ເພື່ອ​ສັນຕິພາບ, ການພັດທະນາ ​ແລະ ຄວາມກ້າວໜ້າທາງສັງຄົມ.

Khai mạc Đại hội lần thứ 22 Hội đồng Hòa bình thế giới

ສະຫາຍ ​ ອວງ​ຈູ​ລືວ ກ່າວ​ຄຳ​ເຫັນ​ທີ່​ກອງປະຊຸມໃຫຍ່. ພາບ: ທູຮ່າ

​ໃນ​ສະພາບ​ການ​ສາກົນ​ທີ່ມີການຜັນແປຢ່າງ​ສັບສົນ, ສະຫາຍ ​ ອວງ​ຈູ​ລືວ ປາດ​ຖະໜາ​ວ່າ ກອງ​ປະຊຸມ​ໃຫຍ່ຈະ​ປຶກສາ​ຫາລື ​ແລະ ສ້າງ​ບັນດາການ​ກໍານົດທິດ​ທາງ​ຍຸດ​ທະ​ສາດ ​ແລະ ​ແຜນການ​ປະຕິບັດ​ຕົວ​ຈິງ​ ເພື່ອ​ເຕົ້າ​ໂຮມ ​ແລະ ສາມັກຄີນັບ​ມື້​ນັບ​ກ້ວາງ​ຂວາງ, ມີບັນດາ​ອົງການ, ບຸກຄົນ ​ແລະ ຂະບວນການ ​ສັນຕິພາບ​ນັບ​ມື້​ນັບ​ຫຼາຍໃນການ​ຕໍ່ສູ້​ລວມ ເພື່ອ​ໃຫ້​ໂລກ​ມີ​ສັນຕິພາບ ​ແລະ ການ​ພັດທະນາທີ່ຍຸດຕິ​ທຳ ແລະ​ ແບບ​ຍືນ​ຍົງ.

ກ່າວ​ຄຳ​ເຫັນ​ທີ່ວາລະໄຂ, ທ່ານນາງ Socorro Gomes Coelho ປະທານ​ສະພາ​ສັນຕິພາບ​ໂລກ ຢືນຢັນ​ຄືນ​ໃໝ່​ຄວາມ​ສາມັກຄີ​ຂອງ​ສະພາ​​ກັບ​ປະຊາຊົນ​ຫວຽດນາມ ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

Khai mạc Đại hội lần thứ 22 Hội đồng Hòa bình thế giới

ພິທີປະດັບ​ຫຼຽນໄຊ​ມິດຕະພາບ ໃຫ້ທ່ານນາງປະທານ Socorro Gomes Coelho. ພາບ: ທູຮ່າ

ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດແຫ່ງ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ​ໄດ້​ຕົກລົງ​ມອບ​ຫຼຽນ​ໄຊ​ມິດຕະພາບ - ຫຼຽນໄຊທາງການທູດ ອັນສູງ​ສົ່ງທີ່ສຸດ​ຂອງ​ພັກ ​ແລະ ລັດ ຫວຽດນາມ ​ໃຫ້ໝູ່ຄະນະສະພາ​ ​ແລະ 3 ບຸກ​ຄົນ​ທີ່​ເປັນ​ການ​ນຳສະພາ​ລວມມີ:

1. ສະພາສັນຕິພາບໂລກ (ໝູ່ຄະນະ)

2. ທ່ານນາງປະທານ Socorro Gomes Coelho

3. ທ່ານເລຂາທິການໃຫຍ່ Thanassis Pafilis

4. ທ່ານເລຂາຜູ້ປະຈໍາການ Iraklis Tsavdaridis

ບູນມີ

ເຫດການ
302 Found

Found

The document has moved here.