ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອູການດາ ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ

00:00 | 27/11/2022

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ, ປະທານາທິບໍດີ ອູການດາ ທ່ານ Yoweri Kaguta Museveni ໄດ້ນຳຫນ້າຄະນະຜູ້ແທນຂັ້ນສູງ ອູການດາ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 23 -25 ພະຈິກປີ 2022.

ການຮ່ວມມືທີ່ຈິງໃຈ ແລະ ມີປະສິດທິຜົນ ການຮ່ວມມືທີ່ຈິງໃຈ ແລະ ມີປະສິດທິຜົນ
ນຳການພົວພັນ ຫວຽດນາມ - ໂອຕຣິດ ນັບມື້ນັບກ່າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ ນຳການພົວພັນ ຫວຽດນາມ - ໂອຕຣິດ ນັບມື້ນັບກ່າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ
ທ່ານປະທານປະເທດ ຫງວຽນຊວນຟຸກ ພົບປະເຈລະຈາກັບທ່ານປະທານາທິບໍດີ ອູການດາ Yoweri Kaguta Museveni.(ພາບ:TTXVN)
ທ່ານປະທານປະເທດ ຫງວຽນຊວນຟຸກ ພົບປະເຈລະຈາກັບທ່ານປະທານາທິບໍດີ ອູການດາ Yoweri Kaguta Museveni.(ພາບ:TTXVN)

ທີ່ການພົບປະເຈລະຈາ, ທ່ານປະທານປະເທດ ຫງວຽນຊວນຟຸກ ສະເຫນີ ອູການດາ ສ້າງເງື່ອນໄຂສະດວກໃຫ້ແກ່ການນຳເຂົ້າສົ່ງອອກສິນຄ້າປະເພດທີ່ແຕ່ລະຝ່າຍມີທ່າແຮງ. ທ່ານປະທານປະເທດ ມີຄວາມເຊື່ອໝັ້ນວ່າ: ອູການດາ ຈະເປັນເຈົ້າພາບຈັດຕັ້ງກອງປະຊຸມຂັ້ນສູງຂະບວນການບໍ່ຮ່ວມກຸ່ມໃນປີ 2023 ສຳເລັດຜົນ ກໍ່ຄື ບົດບາດປະທານບໍ່ຮ່ວມກຸ່ມ ອາຍຸການ 2023 – 2026 ສຳເລັດຢ່າງດີເດັ່ນ.

ສ່ວນທ່ານປະທານາທິບໍດີ ອູການດາ Yoweri Kaguta Museveni ຢັ້ງຢືນ: ຄວາມສາມາດບົ່ມຊ້ອນການຮ່ວມມື ລະຫວ່າງຫວຽດນາມ ແລະ ອູການດາ ຍັງໃຫຍ່ຫລວງຢູ່, ການນຳສອງປະເທດເປັນເອກະພາບການກຳນົດທິດລະອຽດ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.

ການນຳສອງທ່ານ ເນັ້ນຫນັກເຖິງຄວາມສຳຄັນຂອງການຮ່ວມມືກະສິກຳ, ຖືວ່າ ນີ້ແມ່ນໜຶ່ງໃນບັນດາເສົາຄ້ຳຂອງການຮ່ວມມືສອງຝ່າຍ. ສອງຝ່າຍໄດ້ເຫັນດີເປັນເອກະພາບເປີດກວ້າງການຮ່ວມມືໄປຍັງບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄືການສຶກສາ - ບຳລຸງສ້າງ, ຖະແຫຼງຂ່າວ ແລະ ການສື່ສານ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ສາທາລະນະສຸກ, ເຕັກໂນໂລຢີຂໍ້ມູນຂ່າວສານ, ການທ່ອງທ່ຽວ, ນ້ຳມັນອາຍແກັດ, ຄົ້ນຄ້ວາ ແລະ ຜະລິດວັກຊິນ. ສອງຝ່າຍກໍ່ແລກປ່ຽນບາງບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ພາຍຫຼັງການເຈລະຈາ, ການນຳສອງຝ່າຍໄດ້ເຫັນສັກຂີພິຍານພິທີລົງນາມເອກະສານຮ່ວມມືບາງສະບັບ ລວມມີ: ສັນຍາຍົກເວັ້ນວິຊາໃຫ້ແກ່ຜູ້ມີປາດສະປອດການຕ່າງປະເທດ ແລະ ລັດຖະການ, ບົດບັນທຶກຊ່ວຍຈຳ 4 ສະບັບກ່ຽວກັບການຮ່ວມມືໃນຂົງເຂດການຕ່າງປະເທດ, ການສຶກສາ, ຖະແຫຼງຂ່າວ ແລະ ການສື່ສານ, ເຕັກນິກກະສິກຳ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.