ການຮ່ວມມືທີ່ຈິງໃຈ ແລະ ມີປະສິດທິຜົນ

11:33 | 04/10/2022

ສະໄໝຝຣັ່ງປົກຄອງ, ດິນແດນແຂວງເຊກອງປະຈຸບັນ​ຂຶ້ນ​ກັບ​ແຂວງ​ສາ​ລະ​ວັນ, ໃນ​ສະ​ໄໝ​ຕໍ່​ສູ້​ຕ້ານ​ຈັກ​ກະ​ພັດ​ລ່າ​ເມືອງ​ຂຶ້ນ​ແບບ​ໃໝ່, ສູ​ນ​ກາງ​ພັກ​ປະຊາຊົນປະຕິວັດລາວ ໄດ້​ຕົກ​ລົງ​ສ້າງ​ຕັ້ງ​ສະ​ຫະ​ຕາ​ເວັນ​ອອກ​ ໃນ​ປີ1958 ຕໍ່​ມາ​ໄດ້​ສ້າງ​ແຂວງ​ຕາ​ເວັນ​ອອກ ​ໃນ​ປີ 1962 ເພື່ອ​ເປັນ​ຖານ​ທີ່​ໝັ້ນ​ຂອງ​ການ​ປະ​ຕິ​ວັດ​ພາກ​ໃຕ້​ລາວ. ພາຍຫຼັງ​ປະ​ເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າ​ງສົມ​ບູນ ໃນປີ 1975 ແຂວງ​ຕາ​ເວັນ​ອອກ​ ໄດ້ສືບ​ຕໍ່​ຄືນສູ່ອ້ອມ​ອົກ​ແຂວງ​ສາ​ລະ​ວັນ​ອີກ​ຄັ້ງ.

ນຳການພົວພັນ ຫວຽດນາມ - ໂອຕຣິດ ນັບມື້ນັບກ່າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ ນຳການພົວພັນ ຫວຽດນາມ - ໂອຕຣິດ ນັບມື້ນັບກ່າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ
ນາຍົກລັດຖະມົນຕີ ຟ້າມມິງຈິງ: ຫວຽດນາມ ຍູ້ແຮງການຫັນເປັນດີຈີຕອນຢ່າງວ່ອງໄວ, ມີປະສິດທິຜົນ ແລະ ແທດຈິງ ນາຍົກລັດຖະມົນຕີ ຟ້າມມິງຈິງ: ຫວຽດນາມ ຍູ້ແຮງການຫັນເປັນດີຈີຕອນຢ່າງວ່ອງໄວ, ມີປະສິດທິຜົນ ແລະ ແທດຈິງ
ການຮ່ວມມືທີ່ຈິງໃຈ ແລະ ມີປະສິດທິຜົນ
ທ່ານ ປອ ຄຳພຽມ ບົວລະພາ, ອາດີດຮອງເລຂາພັກແຂວງ, ອາດີດປະທານສະມາຄົມມິດຕະພາບລາວ - ຫວຽດນາມແຂວງເຊກອງ

ວັນ​ທີ 14 ເມສາ 1984, ສະ​ພາ​ລັດ​ຖະ​ມົນ​ຕີ​ໄດ້​ຕົກ​ລົງ​ສ້າງ​ຕັ້ງ​ແຂວງ​ເຊກອງ​ ໂດຍແຍກ​ອອກ​ຈາກ​ແຂວງ​ສາ​ລະ​ວັນ ເປັນ​ຫົວ​ໜ່ວຍ​ການ​ປົກ​ຄອງ​ໜຶ່ງ​ທີ່​ຂຶ້ນ​ກັບ​ລັດ​ຖະ​ບານ, ແຂວງ​ເຊກອງ ​ມີ​ເນື້ອ​ທີ່​ທັງ​ໝົດ​ປະ​ມານ 7.665 ກິ​ໂລ​ແມັດ 2 ມີ​ເຂດ​ແດນ​ເຊື່ອມ​ຕໍ່​ກັບ​ 03 ແຂວງ ພາກ​ໃຕ້​ລາວ; ທິດ​ເໜືອ​ຕິດ​ກັບ​ແຂວງ​ສາ​ລະ​ວັນ, ທິດ​ໃຕ້​ຕິດ​ກັບ​ແຂວງ​ອັດ​ຕະ​ປື, ທິດ​ຕາ​ເວັນ​ຕົກ​ຕິດ​ກັບ​ແຂວງ​ຈຳ​ປາ​ສັກ ແລະ ມີ​ຊາຍ​ແດນ​ແຫ່ງ​ຊາດ​ຕິດ​ຈອດ​ກັບ 03 ແຂວງພາກ​ກາງ ສ​ສ ຫວຽດ​ນາມ, ທິດ​ຕາ​ເວັນ​ອອກ​ສຽງ​ເໜືອ​ຕິດ​ກັບ​ແຂວງ​ເທື່ອ​ທຽນ​ເຫ້ວ, ທິດ​ຕາ​ເວັນ​ອອກ​ຕິດ​ກັບ​ກວາງ​ນາມ, ທິດ​ຕາ​ເວັນ​ອອກ​ສຽງ​ໃຕ້​ຕິດ​ກັບ​ແຂວງກອນ​ຕູມ.

ແຂວງ​ເຊກອງ​ມີ​ພົນ​ລະ​ເມືອງ​ທັງ​ໝົດ​ປະ​ມານ 127.000 ຄົນ, ມີ 10 ເຜົ່າ​ດັ້ງ​ເດີມ​ດຳ​ລົງ​ຊີ​ວິດ​ຢູ່​ຮ່ວມ​ກັນ​ແຕ່​ສະ​ໄໝ​ຢູ່​ແຂວງ​ສາ​ລະ​ວັນ, ແຂວງ​ສາ​ລະ​ວັນ​ມີ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ແຂວງກວາງ​ນາມ, ດາ​ນັງ, ພາຍ​ຫຼັງ​ສ້າງ​ຕັ້ງ​ແຂວງ​ເຊກອງ​ໄດ້​ສືບ​ຕໍ່​ມູນ​ເຊື້ອ​ແຮກ​ສ່ຽວ​ກັບ​ແຂວງກວາງ​ນາມ, ສອງ​ແຂວງ​ມີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ແລະ ມີ​ປະ​ສິດ​ທິ​ຜົນ ບັນ​ດາ​ການ​ນຳ​ຂັ້ນ​ສູງ, ການ​ນຳ​ບັນ​ດາ​ຂະ​ແໜງ​ການ​ທ້ອງ​ຖິ່ນ​ສອງ​ແຂວງ ​ໄດ້​ມີ​ການ​ຢ້ຽມ​ຢາມພົບ​ປະ​ແລກ​ປ່ຽນ​ສະ​ພາບ​ການ, ຂໍ້​ມູນ​ຂ່າວ​ສານ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ, ໂດຍ​ສະ​ເພາະ​ນັບ​ແຕ່​ປີ 2012 ເປັນ​ຕົ້ນ​ມາ ການ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ສອງ​ແຂວງ​ເຊກອງ - ກວາງ​ນາມ ໄດ້​ສືບ​ຕໍ່​ຂະ​ຫຍາຍ​ຕົວ​ຢ່າງ​ແຂງ​ແຮງ​ໃນ​ທຸກ​ຂົງ​ເຂດ​ວຽກ​ງານ ແລະ ນັບ​ມື້​ເຂົ້າ​ສູ່​ລ່ວງ​ເລິກ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ປ້ອງ​ກັນ​ຊາດປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ສອງ​ແຂວງເປັນ​ຕົ້ນ​ປະ​ສານ​ສົມ​ທົບ​ໃນ​ການ​ຮັບ​ເອົາ ແລະ ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ແຂວງກວາງ​ນາມ​ຊ່ວຍ​ເຫຼືອ​ກໍ່​ສ້າງ​ພື້ນ​ຖານ​ໂຄ່ງ​ລາງ​ຈຳ​ນວນ​ໜຶ່ງ​ຢູ່​ແຂວງ​ເຊກອງ, ເຊິ່ງ​ມີ​ບາງ​ໂຄ​ງ​ການ​ທີ່​ພົ້ນ​ເດັ່ນ​ຄື: ໂຄງການຫ້ອງ​ການ​ເຮັດ​ວຽກ​ຂອງກອງ​ບັນ​ຊ​າ​ການ​ທະ​ຫານ, ກອງ​ບັນ​ຊາ​ການ ປກ​ສ ແຂວງ, ໂຮງ​ໝໍ​ທະ​ຫານ​ແຂວງ, ຫ້ອງ​ການກອງ​ບັນ​ຊາ​ການ​ທະ​ຫານ​ເມືອງ​ດາກ​ຈຶງ, ເມືອງ​ລະ​ມາມ, ໂຮງ​ໝໍ​ເມືອງ​ກະ​ລຶມ, ສະ​ໜາມ​ຍິງ​ປືນ, ສາງ​ເກັບ​ອາ​ວຸດກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ, ອາຄານດ່ານ ແລະ ເຮືອນພັກພະນັກງານດ່ານ​ສາກົນດາກ​ຕະ​ອອກ, ຊ່ວ​ຍ​ເຫຼືອ​ອຸ​ປະ​ກອນ, ສະ​ບ່ຽງ​ອາ​ຫານ, ປະ​ສານ​ສົມ​ທົບ​ໃນ​ການ​ຈັດ​ຕັ້ງ​ຍ້ອງ​ຍໍ​ໃຫ່​ແກ່​ພະ​ນັກ​ງານ​ ແລະ​ ປະ​ຊາ​ຊົນ​ຢູ່​ລຽບ​ຊາຍ​ແດນ​ຂອງ​ແຂວງ​ເຊກອງ ​ທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ສະ​ໄໝ​ຕໍ່​ສູ້​ກູ້​ຊາດ​ຕ້ານ​ຈັກ​ກະ​ພັດ​ຜູ້​ຮຸກ​ຮານ, ມອບຫຼຽນ​ໄຊ​ອັນ​ສູງ​ສົ່ງ​ ຂອງ ​ຫວຽດ​ນາມ​ໃຫ້​ແກ່​ພະ​ນັກ​ງານ​ການ​ນຳ ແລະ ກົມ​ກອງ​ລວມ​ໝູ່​ຂອງ​ແຂວງ​ເຊກອງ ທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ການ​ປະ​ກອບ​ສ່ວນ​ໃນ​ການ​ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ປະ​ເທດ​ຊາດ, ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ລາວ-ຫວຽດ​ນາມ​ ​ໃນ​ໂອ​ການ​ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ​ລາວ-ຫວຽດ​ນາມ​ ປີ 2012.

​ຄຽງ​ຄູ່​ກັນ​ນັ້ນ​ທັງ​ສອງ​ແຂວງ​ຍັງ​ໄດ້​ຮ່ວມ​ມື​ໃນ​ການ​ກໍ່​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ບຳ​ລຸງ​ກໍ່ສ້າງພະ​ນັກ​ງານດ້ານ​ທິດ​ສະ​ດີ​ການ​ເມືອງ, ຝຶກ​ອົ​ບ​ຮົມ​ວິ​ຊາ​ສະ​ເພາະ, ມາ​ຮອດ​ປະ​ຈຸ​ບັນ​ພະ​ນັກ​ງານ, ນັກ​ສຶກ​ສາຫຼາຍ​ຮ້ອຍ​ຄົນ​ໄດ້​ຈົບ​ການ​ສຶກ​ສາ​ຈາກ​ແຂວງກວາງ​ນາມ ໄດ້​ກັບ​ຄືນ​ມາ​ຮັບ​ໃຊ້ປະ​ເທດ​ຊາດ​ຢູ່​ແຂວງ​ເຊກອງ, ໃນ​ເບື້ອງ​ຕົ້ນ​ສາ​ມາດ​ເກັບ​ກ່ຽວ​ຜົນ​ສຳ​ເລັດ​ໜ້າ​ຊື່ນ​ຊົມ, ຫຼາຍ​ຄົນ​ໄດ້​ກາຍ​ເປັນ​ພະ​ນັກ​ງານຫຼັກ​ແຫຼ່ງ, ພະ​ນັກ​ງານ​ນຳ​ພາ​ຂອງ​ບັນ​ດາ​ພະ​ແນກການ, ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ ​ທີ່​ຂຶ້ນ​ກັບ​ແຂວງເຊກອງ. ​ເຊກອງ-ກວາງ​ນາມ ໄດ້​ມີ​ການ​ພົບ​ປະ​ແລກ​ປ່ຽນ​ບົດ​ຮຽນ​ນຳ​ກັນ​ເປັນ​ປົກກະ​ຕິ. ທັງ​ສອງ​ແຂວງ​ຍັງ​ໄດ້​ເພີ່ມ​ທະ​ວີ​ວຽກ​ງານ​ແຮກ​ສ່ຽວ ລະຫວ່າງ ບ້ານ​ຕໍ່​ບ້ານ, ເມືອງ​ຕໍ່​ເມືອງ ລວມ​ມີ​ເມືອງ​ລະ​ມາມ - ນະ​ຄອນ​ຕາມ​ກີ, ເມືອງ​ດາກ​ຈຶງ-ນາມ​ຢາງ, ເມືອງ​ກະ​ລຶມ-ເຕີຍ​ຢາງ, ເມືອງ​ທ່າ​ແຕງ - ຟູ​ນິງ, ບັນ​ດາ​ທ້ອງ​ຖິ່ນ​ໄດ້​ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ຫຼາຍ​ດ້ານ ເພື່ອ​ປະ​ກອບ​ສ່ວນ​ຮັດ​ແໜ້ນ​ຄວາມ​ສາ​ມັກ​ຄີ​ພິ​ເສດລະ​ຫວ່າງ​ສອງ​ແຂວງ.

ທັງ​ສອງ​ແຂວງ ​ໄດ້​ຕັ້ງ​ໜ້າ​ຮ່ວມ​ມື ແລະ ປະ​ສານ​ສົມ​ທົບ​ກັນໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ ​ອາ​ນຸ​ສັນ​ຍາ​ກ່ຽວ​ກັບ​ຊາຍ​ແດນ, ຫຼັກ​ໝາຍ​ຊາຍ​ແດນ​ລາວ-ຫ​ວຽດ​ນາມ, ສັນ​ຍາ​ກ່ຽວ​ກັບ​ຂໍ້​ກຳ​ນົດ​ຊາຍ​ແດນ ແລະ ດ່ານ​ຊາຍ​ແດນ​ທາງ​ບົກ​ລາວ - ຫວຽດ​ນາມ, ປະ​ສານ​ສົມ​ທົບ​ແກ້​ໄຂ​ຢ່າງ​ເຂັ້ມ​ງວດບັນ​ຫາ​ການ​ຍົກ​ຍ້າຍ​ຕັ້ງ​ພູມ​ລຳ​ເນົາ ແລະ ແຕ່ງດອງ​ບໍ່​ຖືກ​ລະ​ບຽບ​ຕາມ​ເຂດ​ຊາຍ​ແດນ​ຂອງ​ສອງ​ແຂວງ; ​ປະ​ສານ​ສົມ​ທົບ​ຈັດ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ເປັນ​ເອ​ກະ​ພາບກັນສະ​ເໜີ​ລັດ​ຖະ​ບານ​ສອງ​ປະ​ເທດ​ລາວ - ຫວຽດ​ນາມ​ຕົກ​ລົງ​ຍົກ​ດ່ານ​ດາກ​ຕະ​ອອກ-ນາມ​ຢາງ ​ຂຶ້ນ​ເປັນ​ດ່ານ​ສາ​ກົນ.

ກຳ​ລັງ​ທະ​ຫານ​ຊາຍ​ແດນ​ຂອງ​ສອງ​ແຂວງ​ ຍັງ​ໄດ້​ສົມ​ທົບ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ​ຂໍ້​ກຳ​ນົດ​ກວດ​ກາ​ລາ​ຕະ​ເວນ​ຮ່ວມ​ກັນ, ແລກ​ປ່ຽນ​ສະ​ພາບ​ການ, ປົກ​ປັກ​ຮັກ​ສາ​ຊາຍ​ແດນ, ຫຼັກ​ໝາຍ​ຊາຍ​ແດນ, ສະ​ກັດ​ກັ້ນ​ຕ້ານ​ການ​ກໍ​ອາ​ຊະ​ຍາ​ກຳ, ຄ້າ​ຂາຍ​ຂອງ​ເຖືອນ, ສິນ​ຄ້າ​ຕ້ອງ​ຫ້າມ, ການ​ຄ້າ​ມະ​ນຸດ​ຂ້າມ​ຊາດ. ດັ່ງ​ນັ້ນ​ຈຶ່ງ​ເຮັດ​ໃຫ້​ຂອບ​ເຂດ​ຊາຍ​ແດນ​ສອງ​ແຂວງ ​ມີ​ສະ​ຖຽນ​ລະ​ພາບ​ຢ່າງ​ໜັ້ກ​ແໜ້ນ, ສັງ​ຄົມ​ມີ​ຄວາມ​ລະ​ບຽບ​ໂດຍ​ພື້ນ​ຖານ.

ນອກຈາກຜົນ​ສຳ​ເລັດ​ແຫ່ງ​ການ​ຮ່ວມ​ມື ລະ​ຫວ່າງສອງ​ແຂວງ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ, ສະ​ມາ​ຄົມ​ມິດ​ຕະ​ພາບ​ລາວ-ຫວຽດ​ນາມ​ແຂວງ​ເຊກອງ ກັບ ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ-ລາວ​ແຂວງກວາງ​ນາມ ​ໄດ້​ມີ​ການ​ເຄື່ອນ​ໄຫວ​ປະ​ກອບ​ສ່ວນກວດ​ພະ​ຍາດ, ມອບ​ຂອງ​ຂັວນ ແລະ ຈ່າຍ​ຢາ​ໂດຍບໍ່​ເສຍ​ຄ່າ​ຄື: ບັນ​ດາ​ທ່ານ​ໝໍ​ແຂວງ, ໂຮງ​ໝໍ​ສູນ​ກາງກວາງ​ນາມ, ໂຮງ​ໝໍ​ປາ​ຊີ​ຟິກກວາງ​ນາມ, ສະ​ມາ​ຄົມ​ກາ​ແດງ​ຕຽນ​ເຟືອກກວາງ​ນາມ, ທ່ານ​ໝໍ​ຈາກ​ໂຮ​ຈີ​ມິງ ແລະ ບັນ​ດາ​ສະ​ມາ​ຄົມ​ການ​ກຸ​ສົນ​ດ້ານ​ມະ​ນຸດ​ສະ​ທຳ ນະ​ຄອນ​ໂຮ​ຈີ​ມິງ ໄດ້​ມາ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ແຂວງ​ເຊກອງ​ ນັບ​ແຕ່​ປີ 2012, ປະ​ກອບ​ສ່ວ​ນຊ່​ວຍ​ທືນ​ການ​ສຶກ​ສາ​ໃຫ້​ແກ່​ໂຮງ​ຮຽນ​ຊົນ​ເຜົ່າ ແລະ ໂຮງ​ຮຽນ​ມິດ​ຕະ​ພາບ​ລາວ-ຫວຽດ​ນາມ​ແຂວງ​ເຊກອງ​ມີ​ມູນ​ຄ່າ 02 ຕື້ກວ່າ​ດົ້ງ. ແຕ່​ລະ​ຄັ້ງສະ​ມາ​ຄົມ​ມິດ​ຕະ​ພາບ​ລາວ-ຫວຽດ​ນາມ​ແຂວງ​ເຊກອງ ກັບ ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ-ລາວ​ແຂວງກວາງນາມ ​​ໄດ້​ປຶກ​ສາ​ຫາ​ລື ແລະ ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ ເພື່ອ​ພັດ​ທະ​ນາ​ສາຍ​ພົວ​ພັນ​ການ​ຮ່ວມ​ມື, ຜັນ​ຂະ​ຫຍາຍ​ເຄື່ອນ​ໄຫວ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ ວັນ​ສຳ​ຄັນ​ຕ່າງໆ​ຂອງ​ຊາດ; ປະ​ສານ​ສົມ​ທົບ​ກັບ​ພະ​ແນກ​ການ​ຕ່າງໆ ທີ່​ກ່ຽວ​ຂ້ອງ ເພື່ອ​ຕ້ອນ​ຮັບ​ອາ​ດີດ​ຊຽ່ວ​ຊານ​ທະ​ຫານ​ອາ​ສາ​ສະ​ມັກ​ຫວຽດ​ນາມ ​ຢູ່​ລາວ​ຈຳ​ນວນ 20 ທ່ານ​ມາ​ຢ້ຽມ​ຢາມ ​ສະ​ໝໍ​ລະ​ພູມ ​ທີ່​ເຄີຍ​ມາຮ່ວມສຳພັນສູ້ຮົບ​ຢູ່​ລາວ​ໃນ​ເມື​່ອກ​ອ່ນ;

ຄະນະຜູ້ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ລາວ-ຫວຽດ​ນາມ​ແຂວງ​ເຊກອງ ​ເຂົ້າ​ຮ​ວ່ມ​ງານ​ພົບ​ປະ​ສ້າງ​ສັນ​ມີດ​ຕະ​ພາບ​ປະ​ຊາ​ຊົນ​ລາວ-ຫວຽດ​ນາມ ​ຄັ້ງ​ທີ II,III,IV ທີ່​ຈັດ​ຂຶ້ນ​ຢູ່​ສອງ​ປະ​ເທດ​ລາວ ແລະ ຫວຽດ​ນາມ, ປະ​ສານ​ສົມ​ທົບ​ກັບ​ສູນ​ກາງສະ​ມາ​ຄົມ​ມິດ​ຕະ​ພາບ​ລາວ-ຫວຽດ​ນາມ;​ ຫວຽດ​ນາມ-​ລາວ, ສະ​ຫະ​ພັນ​ແມ່​ຍິງ​ແຂວງ​ເຊກອງ, ສະ​ຫະ​ພັນ​ແມ່​ແຂວງກວາງ​ນາມ ເພື່ອ​ລະ​ດົມ​ທຶນ​ຮອນ​ສ້າງ​ເຮືອນ​ມິດ​ຕະ​ພາບ​ໃຫ້​ແມ່​ກັນ​ເຈຍ​ຜູ້​ທີ່​ເຄີຍ​ຊ່ວຍ​ເຫຼືອ​ທະ​ຫານ​ອາ​ສາ​ສະ​ມັກ​ຫວຽດ​ນາມ ​ທີ່​ເຈັບ​ເປັນ​ໃນ​ສະ​ໄມ​ສົງ​ຄາມ​ຢູ່​ລາວ ຕ້ານ​ຈັກ​ກະ​ພັດ​ອາ​ເມ​ລີ​ກາ. ປະ​ຈ​ຸ​ບັນ​ໄດ້​ສ້າງ​ສຳ​ເລັດ ແລະ​ໄດ້​ມອບ​ໃຫ້ເພິ່ນຢູ່ເປັນ​ທີ​່ຮຽບ​ຮ້ອຍ. ນອກ​ນັ້ນ, ກໍຍັງໄດ້ສົ່ງຄະນະຜູ້ແທນໄປຮ່ວມ ແລະ ​ປະ​ກອບ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ໃຫ່​ຍ​ຜູ້​ແທນ​ຄັ້ງ​ທີ​ສອງ​ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ-ລາວ​ແຂວງກວາງ​ນາມ ​ປີ 2016-2021.

ຈຸດ​ພິ​ເສດ​ເປັນ​ແຂວງ​ພູ​ດອຍ ​ໃນ​ໄລ​ຍະ​ຜ່ານ​ມາ​ແຂວງ​ເຊກອງ ​ພົບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ດ້ານ ແຕ່​ດ້ວຍ​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ຮ່ວມ​ມື​ຮອບ​ດ້ານ ຊ່ວຍ​ເຫຼືອ​ເຊິງ​ກັນ ແລະ ກັນ​ດ້ວຍ​ຄວາມ​ຈິງ​ໃຈ, ໃນ​ໄລ​ຍະ​ຜ່ານ​ມາ​ສອງ​ແຂວງ​ເວົ້າ​ລວມ, ເວົ້າ​ສະ​ເພາະ​ແຂວງ​ເຊກອງ ​ສືບ​ຕໍ່​ມີ​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ​ຢ່າງ​ໜັກ​ແໜ້ນ ເສດ​ຖະ​ກິດ​ໄດ້​ຮັບ​ການ​ພັດ​ທະ​ນາ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

ບົນ​ພື້ນ​ຖານ​ແຫ່ງ​ການ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເທິງສາ​ມາດ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ຖັນ​ແຖວ​ພະ​ນັກ​ງານ​ສະ​ມາ​ຊິກ​ພັກ ແລະ ປະ​ຊາ​ຊົນ​ສອງ​ແຂວງ ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳ​ຄັນ​ຂອງ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​, ຄວາມ​ສາ​ມັກ​ຄີ​ພິ​ເສດ ລະ​ຫວ່າງສອງ​ພັກ, ສອງ​ລັດ​ລາວ-ຫວຽດ​ນາມ ​ເວົ້າ​ລວມ, ເວົ້າ​ສະ​ເພາະ​ສອງ​ແຂວງ​ເຊກອງ-ກວາງ​ນາມ.

ໃນ​ຊຸມ​ປີ​ຕໍ່​ໜ້າ​ ແຂວງເຊກອງ ກໍ່ຄືສະມາຄົມມິດຕະພາບ ລາວ-ຫວຽດນາມ ແຂວງເຊກອງ ຈະສືບຕໍ່​ຕໍ່​ຜັນ​ຂະ​ຫຍາຍ​ໂຄງ​ການ​ຮ່ວມ​ມື​ສອງ​ແຂວງ​ຢ່າງ​ແຂງ​ແຮງ ແລະ ​ມີ​ປະ​ສິດ​ທິ​ຜົນ​ແນ​ໃສ່​ເພີມ​ພູນ​ຄູນ​ສ້າງ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ອັນ​ດີ​ງາມ ລະ​ຫວ່າງສອງ​ອົງ​ການ​ທ້ອງ​ຖິ່ນ ກໍ່​ປະ​ຊາ​ຊົນ​ສອງ​ແຂວງ, ບົນ​ພື່ນ​ຖານ​ດັ່ງ​ກ່າວ, ​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ ລະ​ຫວ່າງກຳ​ລັງ​ປະ​ກອບ​ອາ​ວຸດ ແລະ ປະ​ຊາ​ຊົນ​ສອງ​ແຂວງ, ວຽກ​ປ້ອງ​ກັນ​ຊາດ​-ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ, ເສດ​ຖະ​ກິດ-ວັດ​ທະ​ນະ​ທຳ-ສັງ​ຄົມ​ສອງ​ແຂວງ​ ນັບ​ມື້​ພັດ​ທະ​ນາ​ຂຶ້ນເພື່ອປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ ແລະ ຫວຽດນາມ ໃຫ້ຂຽວສົດງົດງາມ, ເກີດດອກອອກຜົນ ແລະ ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ທ່ານ ປອ ຄຳພຽມ ບົວລະພາ, ອາດີດຮອງເລຂາພັກແຂວງ,

ອາດີດປະທານສະມາຄົມມິດຕະພາບລາວ - ຫວຽດນາມແຂວງເຊກອງ

ເຫດການ
302 Found

Found

The document has moved here.