ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ບັນດາ​ແຂວງ, ນະຄອນ​ພາກ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ເປີດກວ້າງ

16:39 | 17/11/2022

ຍສໝ - ​ທ່ານ ຫງວຽນເຊີນຮຸ່ງ ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເນັ້ນ​ໜັກ​ວ່າ: ດົ່ງ​ນາຍ ມີຄວາມພາກພູມ​ໃຈ​ທີ່​ສຸດ​ເມື່ອແມ່ນ​ທ້ອງ​ຖິ່ນ​ທຳ​ອິດ​ທີ່​ໄດ້​ຈັດ​ຕັ້ງ​ງານ​ມະ​ໂຫລານ​ດົນຕີ​ມິດຕະພາບ​ພາກ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ເປີດກວ້າງ.

ທ່ານເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ, ຫົວ​ໜ້າຫ້ອງ​ວ່າການ​ສະ​ພາແຫ່ງ​ຊາດຫວຽດ​ນາມ ທ່ານ​ບຸ່ຍ​ວັນ​ເກືອງ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ​ລາວ ທ່ານເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ, ຫົວ​ໜ້າຫ້ອງ​ວ່າການ​ສະ​ພາແຫ່ງ​ຊາດຫວຽດ​ນາມ ທ່ານ​ບຸ່ຍ​ວັນ​ເກືອງ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ​ລາວ
ຮອງ​ນາຍົກ​ລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ​ພົບ​ປະການ​ນໍາ ​ແລະ ລັດຖະມົນຕີ​ການ​ຕ່າງປະ​ເ​ທດບັນດາ​ປະ​ເທດ ​ເຂົ້າ​ຮ່ວມ​ວາລະ​ປະຊຸມ​ປຶກສາ​ຫາລື​ເປ ຮອງ​ນາຍົກ​ລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ​ພົບ​ປະການ​ນໍາ ​ແລະ ລັດຖະມົນຕີ​ການ​ຕ່າງປະ​ເ​ທດບັນດາ​ປະ​ເທດ ​ເຂົ້າ​ຮ່ວມ​ວາລະ​ປະຊຸມ​ປຶກສາ​ຫາລື​ເປ

ຫວ່າງແລ້ວນີ້, ຢູ່​ນະຄອນ​ບຽນ​ຮວ່າ, ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ແຂວງ ດົ່ງ​ນາຍ ​ໄດ້​ຈັດ​ຕັ້ງ​ງານ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ພາກ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ກຸ່ມ 4) ກັບ​ສະຖານ​ກົງສູນ​ໃຫຍ່ປະ​ເທດ​ຕ່າງໆ​ປະຈຳ ​ນະຄອນ​ໂຮ່ຈີ​ມິນ.

Đồng Nai luôn chú trọng phát triển mối quan hệ hữu nghị với các nước

ລາຍການສະແດງສິລະປະທີ່ງານພົບປະ.

​ເຂົ້າ​ຮ່ວມ​ລາຍການ​ມີ​ທ່ານ ຫງວຽນເຊີນຮຸ່ງ ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ; ທ່ານ ກາວ​ວັນ​ກວາງ ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແຂວງ; ທ່ານ​ນາງ ຫງວຽນ​ທິຮົ່ງ​ຈາງ ​ຮອງ​ຫົວໜ້າຄະນະໂຄສະນາສຶກສາ​ປະຈຳ​ພັກ​ແຂວງ ​ແລະ ພ້ອມກັບຫົວໜ້າສະຖານ​ກົງສູນ​ໃຫຍ່ ​ແລະ ສະຖານ​ກົງສູນບັນດາປະເທດ ​ກຳປູ​ເຈຍ, ລາວ, ຟີ​ລິບ​ປິນ, ອິນ​ໂດ​ເນ​ເຊຍ, ​ໄທ ​ແລະ ຈີນ ປະຈຳ ​ນະຄອນ​ໂຮ່ຈິ​ມິນ.

​ທ່ານ ຫງວຽນເຊີນຮຸ່ງ ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເນັ້ນ​ໜັກ​ວ່າ: ດົ່ງ​ນາຍ ມີຄວາມພາກພູມ​ໃຈ​ທີ່​ສຸດ​ເມື່ອແມ່ນ​ທ້ອງ​ຖິ່ນ​ທຳ​ອິດ​ທີ່​ໄດ້​ຈັດ​ຕັ້ງ​ງານ​ມະ​ໂຫລານ​ດົນຕີ​ມິດຕະພາບ​ພາກ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ເປີດກວ້າງ. ຍິ່ງມີຄວາມໝາຍກວ່າອີກເມື່ອນີ້ແມ່ນລາຍການພາກເຂດທຳອິດຂອງແຂວງ ຜັນຂະຫຍາຍຂໍ້ຕົກລົງຂອງນາຍົກລັດຖະມົນຕີ ກ່ຽວກັບຍຸດທະສາດການທູດວັດທະນະທຳ ຮອດປີ 2030 ຂອງແຂວງ.

Đồng Nai luôn chú trọng phát triển mối quan hệ hữu nghị với các nước

ລາຍການສະແດງສິລະປະທີ່ງານພົບປະ.

ກໍ່ຕາມ​ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຫງວຽນເຊີນຮຸ່ງ ແລ້ວ, ການ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ ຍາມ​ໃດ​ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ການ​ນຳ​ແຂວງ. ປະຈຸ​ບັນ, ແຂວງ​ດົ່ງ​ນາຍ​ ໄດ້​ສ້າງ​ຕັ້ງ ​ແລະ ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ 37 ສະບັບ​ກ່ຽວ​ກັບ​ການ​ຮ່ວມ​ມື​ສາກົນ​ຢູ່​ຂັ້ນ​ແຂວງ​ເປັນ​ຄັ້ງ​ທຳ​ອິດ ​ແລະ ​ໄດ້​ລົງ​ນາມ​ຄືນ​ໃໝ່ 13 ສະບັບ​ກ່ຽວ​ກັບ​ການ​ຮ່ວມ​ມື​ສາກົນ​ຢູ່​ຂັ້ນ​ແຂວງ​ກັບ​ທ້ອງ​ຖິ່ນ ​ແລະ ຄູ່​ຮ່ວມ​ມື​ຕ່າງປະ​ເທດ​ຂອງ 12 ປະ​ເທດໃນໂລກ. ມີ 42 ປະເທດ ແລະ ເຂດແຄ້ວນລົງທຶນຢູ່ ດົ່ງນາຍ ດ້ວຍ 1.500 ກວ່າໂຄງການ ດ້ວຍຍອດຈຳນວນທຶນກວ່າ 33 ຕື້ USD.

Đồng Nai luôn chú trọng phát triển mối quan hệ hữu nghị với các nước

ລາຍການສະແດງສິລະປະທີ່ງານພົບປະ.

​ເນື່ອງ​ໃນ​ໂອກາດ​ນີ້, ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ບັນດາ​ແຂວງ​ພາກ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ກຸ່ມ 4) ​ໄດ້​ສະແດງ​ບັນດາ​ລາຍການທີ່ຄັດເລືອກ ຈາກງານມະໂຫລານ​ດົນຕີ​​ມິດຕະພາບພາກ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ເປີດກວ້າງ (ກຸ່ມ 4) ປີ 2022 ເຊິ່ງດຳ​ເນີນ​ໃນ​ວັນ​ທີ 11 ພະຈິກ. ພ້ອມ​ກັນ​ນັ້ນ, ກໍ່ມອບ​ລາງວັນ​ໃຫ້​ບັນດາ​ຫົວໜ່ວຍ​ທີ່​ເຂົ້າ​ຮ່ວມ​ງານ​ມະໂຫລານ. ໃນນັ້ນ, ແຂວງ ດົ່ງນາຍ ແລະ ນະຄອນ ໂຮ່ຈີມິນ ໄດ້ຮັບລາງວັນທີ 1; ແຂວງ ບິ່ງເຢືອງ ໄດ້ຮັບລາງວັນທີສອງ; 2 ແຂວງ ເບັນແຈ ແລະ ໄຕນິງ ໄດ້ຮັບລາງວັນທີ 3 ແລະ 2 ແຂວງ ລອງອານ ແລະ ຕຽນຢາງ ໄດ້ຮັບລາງວັນທີ 4.

Đồng Nai luôn chú trọng phát triển mối quan hệ hữu nghị với các nước

ຄະນະ​ຈັດ​ຕັ້ງ​ງານ​ມະ​ໂຫລານ​ດົນຕີ​ມິດຕະພາບພາກ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ເປີດກວ້າງ (ກຸ່ມ 4) ປີ 2022 ​ໄດ້​ມອບ​ລາງວັນ​ທີ 1 ​ໃຫ້​​ຫົວໜ່ວຍ​ແຂວງ ດົ່ງ​ນາຍ ​ແລະ ນະຄອນ​ໂຮ່ຈິ​ມິນ.

ພ້ອມ​ກັນ​ນັ້ນ, ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ແຂວງ​ກໍ່​ໄດ້​ມອບ​ລາງວັນ​ໃຫ້​ສະມາຄົມ​ມິດຕະພາບ​ສະມາຊິກ​ທີ່​ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ດົນຕີ​ມິດຕະພາບແຂວງ ດົ່ງ​ນາຍ ປີ 2022, ​ໃນ​ນັ້ນ, ສະມາຄົມ​ມິດຕະພາບ ຫວຽດນາມ - ລັດ​ເຊຍ ຍາດ​ໄດ້​ລາງວັນ​ທີ 1.

ບູນມີ

ເຫດການ
302 Found

Found

The document has moved here.