ຫວຽດນາມ - ກໍາປູເຈຍ: ນາຍົກລັດຖະມົນຕີ Hun Sen ແລະ ວິ​ວັດ​ການໂຄ່ນລົ້ມລະບອບ​ດັບ​ສົນ​ເຊື້ອ​ຊາດ Pol Pot

11:34 | 22/06/2022

ຍ​ສ​ໝ - ເນື່ອງໃນໂອກາດເຂົ້າຮ່ວມງານສະເຫລີມສະຫລອງວັນຄົບຮອບ 40 ປີຂອງ “ເສັ້ນທາງໂຄ່ນລົ້ມລະບອບດັບ​ສູນ​ເຊື້ອ​ຊາດ Pol Pot” (20 ມິຖຸນາ 1977/20 ມິຖຸນາ 2017) ແລະ ກັບຄືນສູ່ເສັ້ນທາງໃນ​ເມື່ອ​ກ່ອນທີ່ເພິ່ນ​ພ້ອມດ້ວຍເພື່ອນ​ຮ່ວມ​ກົມ​ກອງໄດ້ຜ່ານ​ຜ່າກຳປູເຈຍຂ້າມຊາຍແດນມາ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ Hun Sen ກ່າວ​ວ່າ:

ເພີ່ມທະວີ​ການ​ປະສານ​ງານ​ລະຫວ່າງ​ສະຫະພັນ​ແມ່ຍິງ​ຫວຽດນາມ ​ແລະ ອົງການ​ວິ​ໄສ​ທັດ​ໂລກ ເພີ່ມທະວີ​ການ​ປະສານ​ງານ​ລະຫວ່າງ​ສະຫະພັນ​ແມ່ຍິງ​ຫວຽດນາມ ​ແລະ ອົງການ​ວິ​ໄສ​ທັດ​ໂລກ
ຮາກ​ຖານ​ການ​ສຶກ​ສາ​ຂັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ ຫວຽດ​ນາມ 7 ແຫ່ງ​ມີ​ໜ້າ​ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ THE Impact Rankings ຮາກ​ຖານ​ການ​ສຶກ​ສາ​ຂັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ ຫວຽດ​ນາມ 7 ແຫ່ງ​ມີ​ໜ້າ​ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ THE Impact Rankings
ຫວຽດນາມ - ກໍາປູເຈຍ: ນາຍົກລັດຖະມົນຕີ Hun Sen ແລະ ວິ​ວັດ​ການໂຄ່ນລົ້ມລະບອບ​ດັບ​ສົນ​ເຊື້ອ​ຊາດ Pol Pot
ທ່ານ​ນາຍົກລັດຖະມົນຕີ Hun Sen ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ (ພາບ: qdnd.vn)

ຂະ​ບວນ​ການ​ປົດ​ປ່ອຍ​ກຳ​ປູ​ເຈຍ​ ຫຼຸດ​ພົ້ນ​ອອກ​ຈາກ​ການ​ດັບ​ສູນ​ເຊື້ອ​ຊາດ​ແມ່ນ​ການ​ເດີນ​ທາງ​ທີ່​ຍາວ​ນານ ​ເຕັມ​ໄປ​ດ້ວຍ​ຄວາມຫຍຸ້ງ​ຍາກ. ​ແຕ່​ໂຊກ​ດີ, ​ໃນ​ຊ່ວງ​ເວລາ​ທີ່​ຫຍຸ້ງຍາກ​ທີ່​ສຸດ, ກຳປູ​ເຈຍກໍ​ປະກົດມີລູກຫຼານທີ່ມີຄວາມເກັ່ງກ້າສາມາດ. ​ໃນ​ນັ້ນ ມີທ່ານ​ນາຍົກລັດຖະມົນຕີ Hun Sen ​ໂດຍ​ເປັນ​ຄົນ​ທີ່​ກ່ອນ​ນີ້ ​45 ປີ​ ຄື​ໃນ​ວັນ​ທີ 20 ມິຖຸນາ 1977, ​ໄດ້​ຕັດ​ສິນ​ໃຈ​ປ່ຽນ​ແປງ​​ຊະ​ຕາ​ກຳ ​ແລະ ຈຸດໝາຍ​ປາຍທາງ​ຂອງ​ປະ​ເທດ​ຊາດ ​ເມື່ອ​ນຳພາ​ເພື່ອນ​ຮ່ວມ​ກົ​ມກອງ​ຜ່ານ​ປ່າ, ​ເດີນ​ເຮືອ, ຂ້າມ​ຫ້ວຍ​ນ້ຳ​ລຳ​ເຊ​ຜ່ານການ​ການ​ຂັບ​ໄລ່​ຂອງ​​ສັດຕູ​ເພື່ອ​ສະ​ແຫວ​ງຫາ​ການ​ຊ່ວຍ​ເຫຼືອ​ຈາກ​ຫວຽດນາມ. ຍ້ອນ​ແນວ​ນັ້ນ, ກຳ​ປູ​ເຈຍ​ຈິ່ງໄດ້ຫຼຸດ​ພົ້ນອອກ​ຈາກ​​ການດັບ​ສູນ​ເຊື້ອ​ຊາດ, ຟື້ນ​ຟູ ​ແລະ ​ຮຸ່ງ​ເຮືອງ​ຄື​ດັ່ງ​ໃນ​ທຸກ​ວັນ​ນີ້.

ເນື່ອງໃນໂອກາດເຂົ້າຮ່ວມງານສະເຫລີມສະຫລອງວັນຄົບຮອບ 40 ປີຂອງ “ເສັ້ນທາງໂຄ່ນລົ້ມລະບອບດັບ​ສູນ​ເຊື້ອ​ຊາດ Pol Pot” (20 ມິຖຸນາ 1977/20 ມິຖຸນາ 2017) ແລະ ກັບຄືນສູ່ເສັ້ນທາງໃນ​ເມື່ອ​ກ່ອນທີ່ເພິ່ນ​ພ້ອມດ້ວຍເພື່ອນ​ຮ່ວມ​ກົມ​ກອງໄດ້ຜ່ານ​ຜ່າກຳປູເຈຍຂ້າມຊາຍແດນມາ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ Hun Sen ກ່າວ​ວ່າ:

​ໃນ​ເວລາ​ນັ້ນ, ​ເພາະວ່າ​ເຂດ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ​ພວມ​ເກີດ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ, ດັ່ງ​ນັ້ນ ​ຍາກ​ທີ່​ຫວຽດນາມ​ຈະ​ຈຳ​ແນ​ກໄດ້​ວ່າ ​ຝ່າຍຕົນ ​ກັບພ​ວກ​ຂະ​ເໝນ​ແດງ​ດ້ວຍ​ເຈດ​ຕະນາ​ຢາກ​ສອດ​ແນມ. ​ໂດຍ​ຖື​ເອົາ​ເລື່ອງ​ນີ້, ທ່ານ​ໄດ້​ຕັດສິນ​ຊີ້​ນຳ​ພຽງ 4 ຄົນ​ເພື່ອ​ຫຼີກ​ລ້ຽງ​ຄວາມ​ເຂົ້າ​ໃຈ​ຜິດ ​ແລະ ​ການ​ໂຈມ​ຕີ​ທີ່​ອາດ​ເກີດ​ຂຶ້ນ​ຈາກ​ຝ່າຍ​ຫວຽດນາມ. ໃນຄືນນັ້ນ, ຝົນຕົກໜັກ ແລະ ຟ້າຜ່າລົງມາເຕັມຟ້າ.

Hun Sen ສັ່ງໃຫ້ຢຸດພັກ ແລະ ລໍຖ້າຕອນເຊົ້າທີ່ຈະແຈ້ງເພື່ອມຸ່ງໄປເຖິງການເດີນທາງຕໍ່ໄປໃນຄວາມອຶດຫິວທ້ອງຮ້ອງ, ອາກາດໜາວຈັດຂອງ​ຝົນ​ຕົກໄດ້ຊຶມເຂົ້າສູ່ລຳໄສ້ ແລະ ຕັບ. ຍ້ອນ​ວ່າ​ເຂົາ​ເຈົ້າ​ບໍ່​ມີ​ເຂັມ​​ຊີ້ທິດ, ​​ດັ່ງ​ນັ້ນເຂົາ​ເຈົ້າ​ຕ້ອງ​ລໍຖ້າ​ຮອດ​ເວລາ​ປະມານ 8 ​ໂມງ​ເຊົ້າ ​ເມື່ອ​ທ້ອງ​ຟ້າ​ແຈ້ງ​ ​ເພື່ອ​ມຸ່ງ​ໜ້າ​ໄປ​ທາງ​ທິດຕາ​ເວັນ​ອອກ​ເພື່ອ​ຈະ​ເດີນທາງ​ຕໍ່​ໄປ​ຫວຽດນາມ.

​ເວລາ 14 ​ໂມງ​ຂອງ​ວັນ​ທີ 21 ມິຖຸນາ 1977, ກຸ່ມ​ຂອງ​ທ່ານ​ໄດ້​ໄປ​ຮອດ​ໝູ່​ບ້ານ​ຮ່ວາ​ລື ຂອງ​ຫວຽດນາມ, ຫ່າງ​ຈາກ​ຊາຍ​ແດນ​ກຳປູ​ເຈຍ​ປະມານ 20 ກິ​ໂລ​ແມັດ. ຢູ່​ທີ່​ນີ້, ກຸ່ມ​​ຂອງ​ທ່ານ​ໄດ້​ພົບ​ປະ​ກັບ​ຊາວ​ຫວຽດ​ນາມ​ຄັ້ງ​ທຳ​ອິດ ແລະ ຊາວ​ໝູ່​ບ້ານ ຮ່​ວາ​ລື ໄດ້ໜຶ້ງເຂົ້າໃສ່​ຫມໍ້​ເບີ 10 (ປົກ​ກະ​ຕິ​ໃຫ້ 10 ຄົນ​ກິນ) ໃຫ້​ກຸ່ມ​ຂອງ​ທ່ານ 05 ຄົນ​ກິນຈົນ​ອີ່ມ. ນີ້ເປັນຄວາມຊົງຈຳທີ່ຕື້ນຕັນໃຈສຳລັບທ່ານ ແລະ ເພື່ອນຮ່ວມກົມ​ກອງ, ເນື່ອງຈາກນີ້ແມ່ນຄັ້ງທຳອິດພາຍຫຼັງກວ່າ 1 ປີທີ່ເຂົາເຈົ້າໄດ້ກິນເຂົ້າ, ເພາະວ່າຢູ່ກຳປູເຈຍ ອາຫານປະຈຳວັນຂອງເຂົາເຈົ້າມີພຽງແຕ່ເຂົ້າປ​ຽກເຂົ້າເທົ່ານັ້ນ. ຕອນ​ຄ່ຳ​ວັນ​ທີ 21 ມິຖຸນາ 1977, ກຸ່ມ​​ຂອງ​ທ່ານ Hun Sen ​ໄດ້​ຖືກ​ນຳ​ໄປ​ຮອດ​ເມືອງ ລົກ​ນິງ ​ແລະ ມື້​ຕໍ່​ມາ​ໄດ້​ຍ້າຍ​ໄປ​ກອງ​ບັນຊາ​ການ​ທະຫານ​ແຂວງ ​ຊົງ​ແບ່...

ວັນ​ທີ 21 ມິຖຸນາ 2017, ​ໃນ​ໄລຍະ​ເດີນທາງ​ໄປ​ຢ້ຽມຢາມ​ຈຸດ​ທີ່ມາຫວຽດນາມຄັ້ງ​ທຳ​ອິດ​ເມື່ອ 40 ປີ​ກ່ອນ (​ໝູ່​ບ້ານ ແທງ​ບຽນ, ຕາ​ແສງ ລົກ​ແທ່ງ, ​ເມືອງ ລົກ​ນິງ, ​ແຂວງ ບິ່ງ​ເຟືອກ). ຢູ່​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ Hun Sen ​ໄດ້​ແບ່ງ​ປັນ​ຢ່າງສຸດ​ໃຈວ່າ: “ວັນ​ນີ້, ຂ້າພະ​ເຈົ້າກັບ​ຄືນ​ສູ່​ບ່ອນ​ທີ່​ເມື່ອ 40 ປີ​ກ່ອນ ພໍ່​ແມ່​ປະ​ຊາ​ຊົນ​ໄດ້ອຸ້ມ​ຊູ​ຊ່ວຍ​ເຫຼືອ​ຂ້າພະ​ເຈົ້າ. 40 ປີກ່ອນ, ຫຼັງຈາກໄດ້ເຊື່ອງອາວຸດ, ຂ້​າ​ພະ​ເຈົ້າໄດ້ມາທີ່ນີ້. ຂ້າ​ພະ​ເຈົ້າລົມນ້ຳ​ອ້າຍ​ນ້ອງວ່າ ຖ້າຊາວຫວຽດນາມຈັບ​ເຮົາກໍ່​ໃຫ້​ເຂົາ​ຈັບ, ປະ​ຕິ​ບັດ​ຕາມ... ຂ້າ​ພະ​ເຈົ້າເບິ່ງໂມງຂອງຂ້າ​ພະ​ເຈົ້າ ແລະ ຄິດວ່າ ຄົງຈະຖືກຍຶດແນ່ນອນ. ແຕ່​ວ່າ, ທະຫານຫວຽດນາມບໍ່ພຽງແຕ່ບໍ່ເອົາໂມງຂອງຂ້າ​ພະ​ເຈົ້າ, ບໍ່ສືບສວນ, ບໍ່ມັດເທົ່າ​ນັ້ນ ຫາກ​ຍັງ​ໃຫ້ພວກ​ຂ້າ​ພະ​ເຈົ້າ​ກິນ​ອີ່ມ, ທະຫານຫວຽດນາມບໍ່ໄດ້ເຮັດຫຍັງກັບພວກຂ້າ​ພະ​ເຈົ້າເລີຍ, ພວກຂ້າ​ພະ​ເຈົ້າຮູ້​ສຶກໂຊກດີເພາະວ່າພວກຂ້າ​ພະ​ເຈົ້າໄດ້ພົບກັບຄົນທີ່ມີຈິດໃຈດີ. ພວກ​ຂ້າພະ​ເຈົ້າ​ຂ້າມ​ຊາຍ​ແດນ​ຢ່າງ​ຜິດ​ກົດໝາຍ ​ໃນ​ເວລາ​ທີ່​ກຸ່ມ Pol Pot ​ໄດ້​ບຸກ​ໂຈມ​ຕີ​ບາງ​ເຂດ​ຊາຍ​ແດນ​ຂອງ ຫວຽດນາມ, ຍາກ​ທີ່​ຫວຽດນາມ ຈະ​ຈຳ​ແນ​ກຄົນ​ກຳປູ​ເຈຍລີ້​ໄພ ກັ​ບ​ພວກ​ມາ​ສອບ​ແນມ​ຂອງ Pol Pot. ບັນ​ຫາ​ນີ້​ແມ່ນ​ຄວາມ​ຫຍຸ້ງ​ຍາກ​ແທ້ໆ… ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່​ການ​ປະພຶດ​ຂອງ ຫວຽດ​ນາມ ໃນ​ເມື່ອ​ນັ້ນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.