ທົ່ງດອກເບັນຈະມາດເຫຼືອງນ້ອຍ (Dahlberg Daisies) ສວຍງາມເໝືອນດັ່ງພາບແຕ້ມຢູ່ໃຈກາງນະຄອນຫຼວງຮ່າໂນ້ຍ

07:38 | 25/10/2022

ຍສໝ - ດອກ Dahlberg Daisies ມີ​ຊື່​ວິ​ທະ​ຍາ​ສາດ​ຂອງ Thymophylla​, ມີ ສີ​ເຫຼືອງອາລ່າມ​ ແລະ ນ້ອຍ​ສວຍ​ງາມ​.

ສະ​ເໜີ​ສະ​ຫະ​ພ​າບ ເອີ​ລົບ​ພິ​ຈາ​ລະ​ນະ​ອ​ຸ​ປະ​ຖຳ​ສາງແຊ່​ເຢັນ​ອັດ​ສະ​ລິ​ຍະ 5 ແຫ່ງ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາ​ມ ສະ​ເໜີ​ສະ​ຫະ​ພ​າບ ເອີ​ລົບ​ພິ​ຈາ​ລະ​ນະ​ອ​ຸ​ປະ​ຖຳ​ສາງແຊ່​ເຢັນ​ອັດ​ສະ​ລິ​ຍະ 5 ແຫ່ງ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາ​ມ
ໜັງສືພິມອັງກິດ ສະເໜີລາຍການທ່ອງທ່ຽວທີ່ເປັນໜ້າຄົ້ນຫາເມື່ອຫວຽດນາມ ເປີດການທ່ອງທ່ຽວ ໜັງສືພິມອັງກິດ ສະເໜີລາຍການທ່ອງທ່ຽວທີ່ເປັນໜ້າຄົ້ນຫາເມື່ອຫວຽດນາມ ເປີດການທ່ອງທ່ຽວ

ທົ່ງດອກເບັນຈະມາດເຫຼືອງນ້ອຍຢູ່ຖະໜົນ ແທກເກົ່າ (ເມືອງລອງບຽນ, ຮ່າໂນ້ຍ) ພວມເບັ່ງບານເຕັມທີ່, ອັນໄດ້ສ້າງເປັນທິວທັດທີ່ສວຍງາມເໝືອນດັ່ງພາບແຕ້ມ ທີ່ເຕັມໄປດ້ວຍສີສັນຢູ່ໃຈກາງນະຄອນຫຼວງ.

ດອກ Dahlberg Daisies ມີ​ຊື່​ວິ​ທະ​ຍາ​ສາດ​ຂອງ Thymophylla​, ມີ ສີ​ເຫຼືອງອາລ່າມ​ ແລະ ນ້ອຍ​ສວຍ​ງາມ​.

ພືດຊະນິດນີ້ມີຖິ່ນກຳເນີດຢູ່ໃນພາກກາງຂອງເທັກຊັດ (ສະຫະລັດອາເມລິກາ) ແລະ ພາກເໜືອຂອງເມັກຊິໂກ.

ຕົ້ນໄມ້ມີຄວາມສູງສະເລ່ຍ 15-30 ຊມ.

​ເພື່ອ​ມີ​ສວນ​ດອກ​ໄມ້​ແຫ່ງ​ນີ້, ​ເຈົ້າ​ຂອງ​ສວນ​ໄດ້​ກ້າ​ເບ້ຍ ​ແລະ ​ປູກ​ດ້ວຍ​ແກ່ນ​ເມື່ອ 4-5 ​ເດືອນ​ກ່ອນ.

ທົ່ງດອກ Dahlberg Daisies ​​ຢູ່​ຖະໜົນ ​ແທກເກົ່າ (​ເມືອງ​ລອງ​ບຽນ) ​ແມ່ນ​ໜຶ່ງ​ໃນ​ບັນດາ​ສະຖານ​ທີ່​ດຶງ​ດູດ​ປະຊາຊົນ, ພິ​ເສດ​ແມ່ນ​ໄວ​ໜຸ່ມ​ມາລະຫຼິ້ນ​ມ່ວນ​ຊື່ນ ​ແລະ ຖ່າຍຮູບ​ໃນ​ຍາມ​ລະດູ​ໃບ​ໄມ້​ຫຼົ່ນ​ຮ່າ​ໂນ້ຍ.

ສະພາບອາກາດໃນລະດູໃບໄມ້ຫຼົ່ນຂອງຮ່າໂນ້ຍ ຄືຕອນນີ້ແມ່ນເວລາ ເໝາະສົມທີ່ສຸດທີ່ຈະມາທີ່ນີ້ເພື່ອຊົມດອກໄມ້ ແລະ ບັນທຶກຮູບພາບໄວ້ເປັນ ທີ່ລະນຶກ.

ສາວງາມຖ່າຍຮູບຢູ່ທົ່ງດອກ Dahlberg Daisies ສີເຫຼືອງ.

ເດັກໆດີໃຈທີ່ມີ 'ແກະທີ່ເປັນມິດ' ລະຫຼິ້ນຢອກໄຍຢູ່ສວນດອກ Dahlberg Daisies.

ບູນມີ

ເຫດການ
302 Found

Found

The document has moved here.