ໜັງສືພິມອັງກິດ ສະເໜີລາຍການທ່ອງທ່ຽວທີ່ເປັນໜ້າຄົ້ນຫາເມື່ອຫວຽດນາມ ເປີດການທ່ອງທ່ຽວ

12:36 | 24/03/2022

ຍສໝ - ​ໂດຍໄດ້ລົງຂ່າວ ຫວຽດນາມ ​ເປີດ​ບໍລິການທ່ອງທ່ຽວ​ຄືນ​ໃໝ່ ​ແລະ ພຽງ​ແຕ່​ຕ້ອງ​ມີຜົນກວດ​ເປັນ​ລົບ​ກັບ ໂຄວິດ-19 ກ່ອນ​ຈະ​ມາ​ຫວຽດນາມ, ໜັງສືພິມ The Times ຢືນຢັນ​ວ່າ ຫວຽດນາມ ​ແມ່ນ “ດວງດາວພວມພົ້ນເດັ່ນ​ຂຶ້ນ” ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ສົມກັບທີ່​ແຂກໃຫ້ບຸລິມະສິດ​ເລືອກເຟັ້ນ.

ໜັງສືພິມຕ່າງປະເທດ: ຫວຽດນາມ ນອນໃນທອັບ 20 ປະເທດສ່ົງອອກແຖວໜ້າໂລກດ້ວຍລະດັບການເຕີບໂຕສົ່ງອອກສະເລ່ຍບັນລຸ 12% ໃນ 8 ປີຜ່ານມາ ໜັງສືພິມຕ່າງປະເທດ: ຫວຽດນາມ ນອນໃນທອັບ 20 ປະເທດສ່ົງອອກແຖວໜ້າໂລກດ້ວຍລະດັບການເຕີບໂຕສົ່ງອອກສະເລ່ຍບັນລຸ 12% ໃນ 8 ປີຜ່ານມາ
ໜັງສືພິມ UAE: ຫວຽດນາມແມ່ນຈຸດພົ້ນເດັ່ນຂອງການເຕີບໂຕເສດຖະກິດ ຍ້ອນການຄວບຄຸມ COVID-19 ຢ່າງສຳເລັດຜົນ ໜັງສືພິມ UAE: ຫວຽດນາມແມ່ນຈຸດພົ້ນເດັ່ນຂອງການເຕີບໂຕເສດຖະກິດ ຍ້ອນການຄວບຄຸມ COVID-19 ຢ່າງສຳເລັດຜົນ

ໜັງສືພິມລາຍວັນ The Times ຂອງອັງກິດ ໄດ້ຄັດສະເໜີຄຳເວົ້າຂອງພໍ່ຄົວ Anthony Bourdain ວ່າ: “ເມື່ອເຈົ້າຮັກຫວຽດນາມ, ເຈົ້າຈະຮັກປະເທດນີ້ ຕະຫຼອດໄປ”, ແລະພ້ອມກັນນັ້ນ ກໍແນະນຳບັນດາລາຍການທ່ອງທ່ຽວທີ່ດີທີ່ສຸດ ເພື່ອຄົ້ນຫາປະເທດອາຊີຕາເວັນອອກສ່ຽງໃຕ້ນີ້.

ໜັງສືພິມອັງກິດ ສະເໜີລາຍການທ່ອງທ່ຽວທີ່ເປັນໜ້າຄົ້ນຫາເມື່ອຫວຽດນາມ ເປີດການທ່ອງທ່ຽວ
ນັກທ່ອງທ່ຽວກີນເຂົ້າຈີ່ຂອງຫວຽດນາມ. ພາບ: Intrepid/TheTimes

ໂດແກ່ຍາວເປັນເວລາ 21 ວັນ, ລາຍການທ່ອງທ່ຽວ “Go Wild” ລວມມີກິດຈະກຳກາງແຈ້ງຫຼາຍຢ່າງເຊັ່ນ: ຂີ່ລົດຖີບ, ຂີ່ເຮືອ, ເບິ່ງນົກ ແລະຄົ້ນຫາຖ້ຳ.

ລາຍການ “Mekong Classic” ເປັນເວລາ 16 ວັນ ລວມມີການລ່ອງເຮືອ ຈາກກໍາປູເຈຍ, ລອຍຢູ່ແມ່ນໍ້າຂອງ ແລະ ຢຸດຢູ່ນະຄອນໂຮ່ຈີມິນ ທີ່ມີຊີວິດຊີວາ.

“Vietnam real food Adventure” ແມ່ນລາຍ​ການ​ທ່ອງ​ທ່ຽວ 11 ວັນ​ສະ​ເພາະ​ສໍາ​ລັບ “foodies”.

ໜັງສືພິມອັງກິດ ສະເໜີລາຍການທ່ອງທ່ຽວທີ່ເປັນໜ້າຄົ້ນຫາເມື່ອຫວຽດນາມ ເປີດການທ່ອງທ່ຽວ
ທົ່ງນາຂັ້ນໄດໝູ່ກາງຈ໊າຍ . ພາບ: VOV

“Vietnam’s Northern Soul” ລາຍການທ່ອງທ່ຽວ​ເປັນ​ເວ​ລາ 12 ວັນ​ ລວມມີສະ​ຖານ​ທີ່​ທ່ອງ​ທ່ຽວປາຍທາງ​ຫຼາຍ​ແຫ່ງ​ຢູ່​ພາກ​ເໜືອ, ດ້ວຍ​ພູ​ຜາສະຫຼັບຊັບ​​ຊ້ອນ​ກັນ ແລະ ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ.

Tour ຂັບລົດຖີບ 15 ວັນ​ “Cycling Vietnam” ຈະ​ພາ​ນັກ​ທ່ອງ​ທ່ຽວ​ຈາກ​ນະ​ຄອນ​ໂຮ່​ຈິ​ມິນ​ ໄປ​ເຖິງ​ນະ​ຄອນ​ດ່າ​ຫນັງ​.

ການເດີນທາງສຸດທ້າຍຂອງບົດຂຽນໃນໜັງສືພິມ The Times ມີຊື່ວ່າ "Ultimate Vietnam" - ລາຍການທ່ອງທ່ຽວຫວຽດນາມ ຂັ້ນສູງ, ດ້ວຍລາຄາປະມານ 240 ລ້ານດົ່ງ/ຄົນ ເປັນເວລາ 14 ວັນ.

ບູນມີ

ເຫດການ
302 Found

Found

The document has moved here.