ປະຊາຄົມຄົນຫວຽດນາມທີ່ໂປໂລຍຈັດບຸນມະຫາພຸດທິເບກ ພສ 2565

15:37 | 17/02/2022

ຍ​ສ​ໝ - ປະ​ຊາ​ຊົມ​ຊາວ​ພຸດ ແລະ ພີ່​ນ້ອງ​ຜູ້​ທີ່​ນັບ​ຖື​ສາດ​ສະ​ໜາ​ພຸດ​ໃນ​ເມຶອງ Warszawa (ໂປ​ໂລຍ) ໄດ້​ມາ​ເຕົ້າ​ໂຮມ​ທີ່​ວັດ ເຍິນຮວາ ເພື່ອ​ເຂົ້າ​ຮ່ວມ​ບຸນ​ມະ​ຫາ​ພຸດ​ທິ​ເບກ ພ​ສ 2565, ປະ​ຕິ​ທິນ​ ຄ​ສ 2022 ຈັດໂດຍສູນ​ວັດທະ​ນະ​ທຳ​ພຸດ​ທະ​ສາສະ​ໜາຫວຽມ​ນາມ​ທີ່​ໂປ​ໂລຍ.

ສານອວຍພອນປີໃໝ່ລາວ ພສ 2564 ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ ສານອວຍພອນປີໃໝ່ລາວ ພສ 2564 ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ
ບົດອວຍພອນປີໃໝ່ລາວ ປີຊວດ ພສ 2563 ຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ບົດອວຍພອນປີໃໝ່ລາວ ປີຊວດ ພສ 2563 ຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ

ເຂົ້າ​ຮ່ວມ​ໃນ​ບຸນ​ກັບ​ພີ່​ນ້ອງ​ຊາວ​ພຸດ ມີ​ທ່ານ​ຜູ້​ຕາງ​ໜ້າ​ສະ​ຖານ​ທູດ, ຜູ້​ຕາງ​ໜ້າ​ສະ​ມາ​ຄົມ​ຄົນ​ຫວຽດ​ນາມ​ທີ່​ປະ​ເທດ​ໂປ​ໂລຍ ແລະ ອົງ​ການ​ຈັດ​ຕັ້ງ​ມວນ​ຊົນ​ອື່ນໆ. ເປັນ​ປະ​ທານ​ງານ​ບຸນ​ໂດຍ​ພ​ຣະ​ອາ​ຈານ ທິກຈຸງດາດ, ເຈົ້າ​ອະ​ທິ​ການ​ວັດ ເຍິນຮວາ.

ປະຊາຄົມຄົນຫວຽດນາມທີ່ໂປໂລຍຈັດບຸນມະຫາພຸດທິເບກ ພສ 2565
ປະຊາຄົມຄົນຫວຽດນາມທີ່ໂປໂລຍຈັດບຸນມະຫາພຸດທິເບກ ພສ 2565

ໃນ​ງານ​ບຸນ, ທ່ານ ບຸ່ຍວັນຢຸ ຮັກ​ສາ​ການ​ປະ​ທານ​ສູນພຸດ​ທະ​ສາດ​ສະ​ໜາ​ຫວຽດ​ນາມ​ທີ່​ໂປ​ແລນ ອ່ານ​ຄຳ​ເຫັນ​ເປີດ​ງານ​ບຸນ, ເລົ່າ​ເຖິງ​ຄວາມ​ໝາຍ​ຂອງ​ບຸນ​ມະ​ຫາ​ພຸດ​ທິເບກໃນ​ວັດ​ທະ​ນະ​ທຳ​ຄວາມ​ເຊື່ອ​ຖື​ຂອງ​ຄົນ​ຫວຽດ​ນາມ ແລະ ໃນ​ມວນ​ຊົນ​ຄົນ​ຫວຽດ​ນາມ​ທີ່​ຢູ່​ໂປ​ໂລຍ.

ທ່ານ​ນາງ ຫງວຽນຖີ້ບິກລຽນ, ເລ​ຂາ​ສອງ ຮັບ​ຜິດ​ຊອບ​ວຽກ​ງານ​ປະ​ຊາ​ຄົມ ໄດ້​ອ່ານ​ເນື້ອ​ໃນ​ທັງ​ໝົດ​ຂອງ​ຈົດ​ໝາຍທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນຮືງ. ໃນຈົດ​ໝາຍ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄດ້​ສົ່ງ​ຄຳ​ອວຍ​ພອນ​ເຖິງເຈົ້າ​ອະ​ທິ​ການ, ​ພ​ຣະ​ອາ​ຈານ ແລະ ພີ່​ນ້ອງທີ່​ນັບ​ຖືພຸດທະ​ສາດ​ສະ​ໜາ​ໃນ​ປະ​ຊາ​ຄົມ​ມີ​ແຕ່​ສຸດ​ຂະ​ພາບ​ແຂງ​ແຮງ ແລະ ມີ​ຄວາມ​ສຸກ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກໍ​ໄດ້​ເນັ້ນ​ຄືນເຫດ​ການ​ການ​ສູນ​ເສັຍ, ຄວາມ​ຫຍຸ້​ງ​ຍາກ​ຕ່າງໆ​ຂອງ​ພີ່​ນ້ອງ​ປະ​ຊາ​ຄົມ​ໃນ 2 ປີ​ຜ່ານ​ມາ​ຍ້ອນ​ການ​ແຜ່​ລະ​ບາດ​ໃຫຍ່​ຂອງ​ພະ​ຍາດທີ່​ສ້າງ​ຂຶ້ນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ກ່າວ​ຂອບ​ໃຈ​ພີ່​ນ້ອງ​ປະ​ຊາ​ຄົມ​ທີ່​ໄດ້​ຮ່ວມ​ມື, ສາ​ມັກ​ຄີ​ກັນ, ຊ່ວຍ​ເຫຼືອ​ກັນ​ໃນ​ການ​ປະ​ເຊີນ​ໜ້າ​ກັບ​ພະ​ຍ​າດ​ລະ​ບາດ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ເຊື່ອ​ໝັ້ນ​ວ່າ ໃນ​ໄລ​ຍະ​ເວ​ລາ​ຕໍ່​ໜ້າ​ ພີ່​ນ້ອງ​ຈະ​ສືບ​ຕໍ່​ໃຊ້​ຊີ​ວິດ​ຢ່າງ​ໝັ້ນ​ຄົງ, ຮັກ​ສາ​ສືບ​ທອດ​ບັນ​ດາ​ກິດ​ຈະ​ກຳ​ການ​ເຄື່ອນ​ໄຫວ​ຕ່າງໆ ຊຶ່ງ​ໃນ​ນັ້ນ​ກໍ​ມີ​ກິດ​ຈະ​ກຳ​ທາງ​ຄວາມ​ເຊື່ອ​ດ້ານ​ຈິ​ດ​ໃຈ.

ພາຍ​ຫຼັງ​ພິ​ທີ​ການ​ທາງ​ການ​ແລ້ວ ພ​ຣະ​ອາ​ຈານ ທິກຈຸງດາດ ພ້ອມ​ກັບ​ພີ່​ນ້ອງ​ມວນ​ຊົນ​ ດຳ​ເນີນ​ພິ​ທີ​ທາງ​ສາດ​ສະ​ໜາ​ຄວາມ​ເຊື່ອ​ຖື​ຕ່າງໆ ເຊັ່ນ ການ​ສວດ​ມົນ, ກາບ​ໄຫວ້, ສວດ​ມົນ​ເພື່ອ​ຄວາມ​ສະ​ຫງົບ​ຂອງ​ຊາດ, ກາບ​ໄວ້​ຂໍ​ພອນ​ຕົ້ນ​ປີ​ໃຫ້​ແກ່​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ທັງ​ໝົດ​ໃນ​ໂປ​ໂລຍ.

ເພື່ອ​ເປັນ​ການ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ຄວາມ​ມານະ​ພະຍາຍາມ​ຂອງ​ພຣະ​ສົງ​ໃນ​ການ​ຮັກສາ ​ແລະ ເສີມ​ຂະ​ຫຍາຍພຸດທະ​ສາສະໜາ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ປະ​ເທດ​ໂປ​ໂລຍ, ຊາວ​ພຸດ​ໃນ​ວັດ​ຍັງ​ໄດ້​​ກາບ​ໄຫວ້​ພຣະ​ອາ​ຈານໃຫຍ່ ທິກຈຸງດາດ ເຈົ້າ​ອະ​ທິ​ການວັດ ເຍິນຮວາ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.