ມາ ໄຕບັກ ເພື່ອລ່າເມກຢູ່ “ກະດູກສັນຫຼັງໄດໂນເສົາ"

06:30 | 28/09/2022

ຍ​ສ​ໝ - ໂດຍໄດ້ຂະໜານນາມວ່າ​ແມ່ນ ສະ​ຫວັນ​ເມກ ຂອງ ໄຕ​ບັກ, ຕາຊົວແມ່ນສະຖານທີ່ເຊິ່ງໄວໜຸ່ມເວົ້ານຳ​ກັນ​ວ່າ ຕ້ອງສຳຜັດຄັ້ງໜຶ່ງໃນຊີວິດ.

ວັນ​ບຸນ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ກິ​ລາ ແລະທ່ອງ​ທ່ຽວເຂດ​ຊາຍ​ແດນ ຫວຽດ​ນາມ - ລາວ ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 1 – 3 ຕຸ​ລາ ວັນ​ບຸນ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ກິ​ລາ ແລະທ່ອງ​ທ່ຽວເຂດ​ຊາຍ​ແດນ ຫວຽດ​ນາມ - ລາວ ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 1 – 3 ຕຸ​ລາ
ພັດ​ທະ​ນາ​ຂະ​ແໜງ​ທ່ອງ​ທ່ຽວ​ຊຸມ​ຊົນ​ຕິດ​ພັນ​ກັບ ​ເຕັກ​ໂນ​ໂລ​ຢີ ຢູ່​ແຂວງ ລາຍ​ເຈົາ ພັດ​ທະ​ນາ​ຂະ​ແໜງ​ທ່ອງ​ທ່ຽວ​ຊຸມ​ຊົນ​ຕິດ​ພັນ​ກັບ ​ເຕັກ​ໂນ​ໂລ​ຢີ ຢູ່​ແຂວງ ລາຍ​ເຈົາ

ໂດຍ​ເປັນ​ຕາແສງ​ນ້ອຍໆ​ຢູ່​ເມືອງ ບັກ​ອຽນ, ​ແຂວງ ເຊີນ​ລາ, ປະຊາຊົນ​ຢູ່​ທີ່​ນີ້​ບໍ່​​ໄດ້​ໃຊ້​ອິນ​ເຕີ​ເນັດ, ​ແຂກ​ທ່ອງ​ທ່ຽວ​ທີ່​ຢາກ​ເຊື່ອມ​ຕໍ່​ເຄືອ​ຂ່າຍ ຕ້ອງ​ໃຊ້​ພຽງ​ແຕ່ 4G ເທົ່ານັ້ນ, ສະ​ນັ້ນ​ສະຖານ​ທີ່​ແຫ່ງ​ນີ້​ເກືອບ​ຈະ​ຖືກ​ຕັດ​ແຍກ​ອອກ​ຈາກ​ໂລກ​ພາຍ​ນອກ. ​ແຕ່​ນັ້ນ​ແມ່ນ​ສິ່ງ​ທີ່​ສ້າງ​ເປັນຈຸດພິເສດ​ທີ່​ຫາໄດ້​​ຍາກຂອງ ຕາຊົວ.

ມາ ໄຕບັກ ເພື່ອລ່າເມກຢູ່ “ກະດູກສັນຫຼັງໄດໂນເສົາ
ພາບ: ເລ​ຮ​ວ​ຽນ

ຄັ້ງຫນຶ່ງໃນຊີວິດຕ້ອງລອງດຳ​ລົງ​ຊີ​ວິດ​ຢູ່ "ກະດູກສັນຫຼັງໄດໂນເສົາ" ຂອງ ໄຕ​ບັກ

ແຕ່ດົນນານມາແລ້ວ, "ກະດູກສັນຫຼັງໄດໂນເສົາ" ແມ່ນສະຖານທີ່ຄົ້ນຫາທີ່ນັກທ່ອງທ່ຽວຫຼາຍຄົນຢາກສໍາຜັດ. “ກະດູກສັນຫຼັງໄດໂນເສົາ” ຢູ່ຕາຊົວ ແມ່ນເສັ້ນທາງທີ່ຕັ້ງຢູ່ເທິງຈອມພູ ຈົ່ງ​ຈາ. ມອງຈາກໄກ, ເສັ້ນທາງສາຍນີ້ເບິ່ງຄືໄດໂນເສົານອນຂວ້ຳ, ຮັບ​ຊົ​ມ​ທິວ​ທັດ​ທຳ​ມະ​ຊາດ​ເຂດ​ພູ​ສູງ ແລະ ຈົມຢູ່ໃນທະເລເມກອັນກວ້າງໃຫຍ່.

ມາ ໄຕບັກ ເພື່ອລ່າເມກຢູ່ “ກະດູກສັນຫຼັງໄດໂນເສົາ
ພາບ: ເລ​ຮ​ວ​ຽນ

ເສັ້ນທາງຢູ່ເທິງຈອມພູຕ​າ​ຊົ່ວ ຄົດລ້ຽວມີຄວາມຍາວປະມານ 1.5 ກິໂລແມັດ, ເລືອນ​ລອຍ​ຢູ່​ເທິງຈອມ​ພູ ແຕ່ກໍຍັງຂ້ອນຂ້າງສະດວກສໍາລັບນັກທ່ອງທ່ຽວທີ່ຈະຍ່າງຂຶ້ນໄປເທິງຈອມພູ. ​ແຕ່​ປະຈຸ​ບັນ, ຊາວ​ເຜົ່າ​ມົ້ງຢູ່​ທີ່​ນີ້​ຍັງ​ມີ​ບໍລິການ​ຂົນ​ສົ່ງ​ດ້ວຍ​ລົດຈັກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ທີ່ບໍ່​ຢາກ​ຍ່າງ.

ພາບ:
ພາບ:@aries_230

ຖ້າ​​ພິ​ຊິດ​ໄດ້​ຈອມ​ພູແລ້ວ, ທິວ​ທັດ​ທຳ​ມະ​ຊາດ​ຢູ່​ທີ່​ນີ້​ຈະ​ບໍ່​ເຮັດ​ໃຫ້​ທ່ານ​ຜິດ​ຫວັງ. ຢືນຢູ່ເທິງ "ກ​ະ​ດູກ​ສັ່ນຫຼັງໄດໂນເສົາ" ທ່ານສາມາດເບິ່ງທິ​ວ​ທັດ​ທຳ​ມະ​ຊາດເຂດພູເຂົາທີ່ສູງຕ່ຳ​ທ່າມ​ກາງ​ໝູ່​ບ້ານ​ເມກ​ຂາວ. ເຖິງ​ຂະ​ໜາດທ່ານຈະຮ້ອງອອກມາໂດຍບໍ່ຮູ້ຕົວ ແລະ ຈະບໍ່ໍລືມທິວທັດທີ່ສວຍງາມຢູ່ທີ່ນີ້.

ພາບ: @aries_2303
ພາບ: @aries_2303

ລ່າເມກໄດ້ທຸກບ່ອນໃນ ຕາຊົວ

ບໍ່ພຽງແຕ່ຢູ່​ "ກະດູກສັນຫຼັງໄດໂນເສົາ" ທີ່ສາມາດລ່າເມກເທົ່ານັ້ນ, ຖ້າທ່ານໂຊກດີ ໄປໃນມື້ທີ່ມີແສງແດດ, ບໍ່ວ່າທ່ານຈະໄປບ່ອນໃດກໍ່ຕາມ, ນັກທ່ອງທ່ຽວກໍ່ສາມາດເຫັນເມກສີຂາວເປັນຊັ້ນໆລອຍຢູ່ທ້ອງຟ້າທີ່ສົດໃສ.

ບໍ່ແມ່ນວ່າຢູ່ "ກະດູກສັນຫຼັງໄດໂນເສົາ" ເປັນບ່ອນຖ່​າ​ຍ​ຮູບພຽງແຫ່ງດຽວໃນ ​ຕາ​ຊົວ, ​ເຊິ່ງຢູ່​ທີ່​ນີ້ ຍັງ​ມີສະຖານທີ່ຫຼາຍແຫ່ງທີ່ສາ​ມາດ ​"check-in" ໄດ້ຕາມແບບສະເພາະຂອງຕົນ.

ຢ່າ​ລືມ​ໄປ​ຢ້ຽມ​ຢາມ​ບ້ານ​ນ້ອຍ​ທີ່​ເຮັດ​ໃຫ້​ຈິດ​ໃຈ​​ສະ​ຫງົບສຸກ

​ເຖິງ​ວ່າ​ ​ຕາ​ຊົວ ​ເປັນ​ເຂດ​ພູດອຍ​ຫ່າງ​ໄກ​ສອກຫຼີກ​ທີ່​ມີ​ເສັ້ນທາງ​ຫຍຸ້ງຍາກ, ​ແຕ່​ກໍ່​ແມ່ນ​ສະຖານ​ທີ່​ພິຊິດ​ຂອງ​ນັກ​ທ່ອງ​ທ່ຽວ​ຫຼາຍ​ຄົນ, ​​ປະຈຸ​ບັນ, ​ຕາ​ຊົວ ​ມີ​ເຮືອນ​ພັກ ​ແລະ ​ໂຮງ​ແຮມຢ່າງ​ຄົບ​ຖ້ວນ​ໃຫ້​ນັກ​ທ່ອງ​ທ່ຽວ​ໄດ້​ພັກຜ່ອນ​ພາຍຫຼັງ​ເດີນທາງ​ເປັນເວລາດົນ​.

ພາບ: @aries_2302
ພາບ: ​ລິງ​ຊິງ, ຮ່າ​ຕີ

ພູຜາປ່​າ​ໄມ້ ແລະ ໝູ່ບ້ານຕ່າງໆຖືກເຊື່ອງຊ້ອນໃນທະເລເມກ, ນັກທ່ອງທ່ຽວຫຼາຍຄົນໄດ້ປ​ຽບຮູບພາບທຳມະຊາດທີ່ສວຍງາມຢູ່ຕາແສງຕາຊົວ ​ເໝືອນ “ສະຫວັນ” ຊໍັ້ນສູງ.

ພາ​ບ​: ເລ​ຮຽວນ
ພາ​ບ​: ​ຫວູ​ທິ​ເທືອງ

ສິ່ງທີ່ຕ້ອງ​ເອົາ​ໃຈ​ໃສ່​ເມື່ອ​ມາລ່າເມກຢູ່ຕາຊົວ ແມ່ນຕ້ອງ​ເບິ່ງສະພາບ​ອາ​ກາດ​ຢ່າງ​ລະອຽດ ເພາະ​ວ່າ ຢູ່​ນີ້​ແມ່ນ​ບ່ອນ​ສູງ ອາ​ກາດບໍ່​ປົກ​ກະ​ຕິ ບາງ​ເທື່ອ​ຈະມີແສງແດດໃນຕອນເຊົ້າ ແລະ ຝົນຕົກໃນຕອນບ່າຍ.

ພາ​ບ​: ເລ​ຮຽວນ
ພາ​ບ​: ລິງ​ຊິງ

ບຸນ​ຄົງ

ເຫດການ
302 Found

Found

The document has moved here.