ແຂວງກວາງບິ່ງ ແລະຄຳມ່ວນ (ລາວ) ສົມທົບກັນຊອກຄົ້ນ ແລະທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ

19:40 | 25/09/2022

ຫວ່າງແລ້ວນີ້, ຢູ່ເມືອງທ່າແຂກ (ແຂວງຄຳມ່ວນ, ລາວ), ຄະນະປະຕິບັດງານພິເສດ ແຂວງກວາງບິ່ງ ແລະແຂວງຄຳມ່ວນ ໄດ້ດຳເນີນການພົບປະເຈລະຈາເຫັນດີເປັນເອກະພາບຕໍ່ບັນດາແຜນນະໂຍບາຍ ແລະມາດຕະການສົມທົບກັນຊອກຄົ້ນ ແລະທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນບໍລິເວນແຂວງຄໍາມ່ວນ.

ແຂວງກວາງບິ່ງ ແລະ ຄຳມ່ວນ (ລາວ) ສົມທົບກັນຊອກຄົ້ນ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ແຂວງກວາງບິ່ງ ແລະ ຄຳມ່ວນ (ລາວ) ສົມທົບກັນຊອກຄົ້ນ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ
ແຂວງກວາງບິ່ງ ແລະ ແຂວງຄຳມ່ວນ: ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ  ເສຍສະລະ ຢູ່ ລາວ ແຂວງກວາງບິ່ງ ແລະ ແຂວງຄຳມ່ວນ: ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ເສຍສະລະ ຢູ່ ລາວ
ພິທີລົງນາມໃນບົດບັນທຶກຊ່ວຍຈຳສືບຕໍ່ສົມທົບກັນປະຕິບັດໜ້າທີ່ຊອກຄົ້ນ ແລະທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ: Quangbinh.gov.vn
ພິທີລົງນາມໃນບົດບັນທຶກຊ່ວຍຈຳສືບຕໍ່ສົມທົບກັນປະຕິບັດໜ້າທີ່ຊອກຄົ້ນ ແລະທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ: Quangbinh.gov.vn

ທີ່ການພົບປະ, ສອງຝ່າຍໃຫ້ຂໍ້ສັ່ງເກດວ່າ ວຽກງານສຳຫຼວດ, ຊອກຄົ້ນ ແລະທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນບໍລິເວນແຂວງຄໍາມ່ວນ ນັບມື້ນັບປະສົບກັບຄວາມຫຍຸ້ງຍາກຍ້ອນສະພາບພູມີປະເທດປ່ຽນແປງ, ຕົວພະຍານຜູ້ຮູ້ຈັກກ່ຽວກັບຂຸມຝັງສົບນັກຮົບເສຍສະຫຼະຊີວິດນັບມື້ນັບໜ້ອຍລົງ; ຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ ສ່ວນຫຼາຍແມ່ນຢູ່ເຂດຫ່າງໄກສອກຫຼີກ, ເສັ້ນທາງໄປມາສັບສົນ, ພູຜາປ່າດົງທຸລະກັນດານ, ປະຊາກອນກະແຈກກະຈາຍ, ແຕ່ໄດ້ຮັບຄວາມເອົາໃຈໃສ່ ການຊີ້ນຳ ແລະນຳພາຂອງຄະນະພັກ ແລະອຳນາດການປົກຄອງສອງແຂວງ ກວາງບິ່ງ-ຄຳມ່ວນ. ເຖິງຢ່າງໃດກໍ່ຕາມ, ດ້ວຍການສົມທົບກັນເຄື່ອນໄຫວຂອງທຸກຂັ້ນ, ທຸກຄະນະ, ທຸກຂະແໜງ, ກຳລັງປະກອບອາວຸດ ແລະປະຊາຊົນແຂວງ ຄຳມ່ວນ ໄດ້ສ້າງເງື່ອນໄຂສະດວກໃຫ້ພະນັກງານກອງ 589, ກອງບັນຊາການທະຫານແຂວງ ກວາງບິ່ງ ປະຕິບັດໜ້າທີ່ເປັນຢ່າງດີ.

ໃນລະດູແລ້ງ 2021– 2022, ຄະນະໄດ້ສຳຫຼວດ, ຊອກຄົ້ນ ແລະທ້ອນໂຮມໄດ້ 17 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະສົ່ງເມືອປົງຢູ່ສຸສານນັກຮົບເສຍສະຫຼະຊີວິດບາຣົກແຂວງກວາງບິ່ງ ດ້ວຍພິທີກຳທີ່ເຄັ່ງຂຶມ, ສົມກຽດຕາມຮີດຄອງປະເພນີຂອງຊາດຫວຽດນາມ. ໝາກຜົນນັ້ນໄດ້ປະກອບສ່ວນຮັດແໜ້ນຄວາມສາມັກຄີ, ມິດຕະພາບແບບພິເສດລະຫວ່າງສອງພັກ, ສອງລັດ ຫວຽດນາມ - ລາວ ແລະ ສອງແຂວງ ກວາງບິ່ງ - ຄຳມ່ວນ.

ໃນລະດູແລ້ງ 2022 – 2023, ການຊອກຄົ້ນ ແລະທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍຊີວິດໃນປາງສົງຄາມຢູ່ລາວ ຈະທ້ອນໂຮມຢູ່ບັນດາເມືອງບົວລະພາ, ມະຫາໄຊ, ເຊບັ້ງໄຟ, ຄູນຄຳ ແລະຍົມມະລາດ, ທ່າແຂກ...ແຂວງຄໍາມ່ວນ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.