ແຂວງກວາງບິ່ງ ແລະ ຄຳມ່ວນ (ລາວ) ສົມທົບກັນຊອກຄົ້ນ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ

12:51 | 24/09/2022

ຍສໝ - 2 ຝ່າຍໃຫ້ຂໍ້​ສັງເກດ​ວ່າ: ວຽກງານ​ສຳ​ຫຼວດ, ຊອກຄົ້ນ ​ແລະ ​ທ້ອນໂຮມອັດຖິທະຫານອາສາ​ສະໝັກ ​ແລະ ນັກ​ຊ່ຽວຊານ​ຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ໃນບໍລິເວນແຂວງຄໍາມ່ວນ ນັບ​ມື້​ນັບ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຍ້ອນ​ສະພາບພູມີປະເທດ​ທີ່ປ່ຽນ​ແປງ, ບັນດາ​​​ພະຍານ ຮູ້ຈັກກ່ຽວກັບຂຸມຝັງສົບນັບມື້ນັບ​ໜ້ອຍ​ລົງ, ສ່ວນໃຫຍ່ແມ່ນອາຍຸສູງ ແລະ ສຸຂະພາບທີ່ບໍ່ແຂງແຮງ;...

ໂຮງຮຽນການເມືອງ - ການປົກຄອງແຂວງກວ້າງບິ່ງ ແລະ ຄຳມ່ວນ: ພົບປະເຈລະຈາ ແລະ ເຊັນລົງນາມໃນແຜນການ-ການຮ່ວມມື ໂຮງຮຽນການເມືອງ - ການປົກຄອງແຂວງກວ້າງບິ່ງ ແລະ ຄຳມ່ວນ: ພົບປະເຈລະຈາ ແລະ ເຊັນລົງນາມໃນແຜນການ-ການຮ່ວມມື
ຄະນະຜູ້ແທນຊາວໜຸ່ມແຂວງຄຳມ່ວນ ເຄື່ອນໄຫວພົບປະແລກປ່ຽນບົດຮຽນຢູ່ ແຂວງກວາງບິ່ງ ສສ ຫວຽດນາມ ຄະນະຜູ້ແທນຊາວໜຸ່ມແຂວງຄຳມ່ວນ ເຄື່ອນໄຫວພົບປະແລກປ່ຽນບົດຮຽນຢູ່ ແຂວງກວາງບິ່ງ ສສ ຫວຽດນາມ

ຫວ່າງແລ້ວນີ້​, ຢູ່​ເມືອງ​ທ່າ​ແຂກ (​ແຂວງ​ຄຳ​ມ່ວນ, ລາວ), ຄະນະປະຕິບັດ ງານ​ພິ​ເສດ​ແຂວງ ກວາງ​ບິ່ງ ​ແລະ​ ແຂວງ ຄຳ​ມ່ວນ ​ໄດ້​ດຳ​ເນີນ​ການ​ພົບ​ປະ​ເພື່ອເປັນເອກະພາບ​ກ່ຽວ​ກັບ​ບັນດາແຜນນະໂຍບາຍ ​ແລະ ມາດ​ຕະການ​ສົມທົບກັນ​ຊອກ​ຄົ້ນ ​ແລະ ທ້ອນໂຮມອັດຖິທະຫານ​ອາສາ​ສະໝັກ ​ແລະ ນັກ​ຊ່ຽວຊານ​ຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ໃນບໍລິເວນແຂວງຄໍາມ່ວນ.

ແຂວງກວາງບິ່ງ ແລະ ຄຳມ່ວນ (ລາວ) ສົມທົບກັນຊອກຄົ້ນ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ
ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ສືບ​ຕໍ່​ສົມທົບ​ກັນ​ປະຕິບັດ​ໜ້າທີ່ຊອກຄົ້ນ ​ແລະ ​ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. (ພາບ: Quangbinh.gov.vn).

ທີ່​ການ​ພົບ​ປະ, 2 ຝ່າຍໃຫ້ຂໍ້​ສັງເກດ​ວ່າ: ວຽກງານ​ສຳ​ຫຼວດ, ຊອກຄົ້ນ ​ແລະ ​ທ້ອນໂຮມອັດຖິທະຫານອາສາ​ສະໝັກ ​ແລະ ນັກ​ຊ່ຽວຊານ​ຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ໃນບໍລິເວນແຂວງຄໍາມ່ວນ ນັບ​ມື້​ນັບ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຍ້ອນ​ສະພາບພູມີປະເທດ​ທີ່ປ່ຽນ​ແປງ, ບັນດາ​​​ພະຍານ ຮູ້ຈັກກ່ຽວກັບຂຸມຝັງສົບນັບມື້ນັບ​ໜ້ອຍ​ລົງ, ສ່ວນໃຫຍ່ແມ່ນອາຍຸສູງ ແລະ ສຸຂະພາບທີ່ບໍ່ແຂງແຮງ; ຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ສ່ວນຫຼາຍແມ່ນຢູ່ເຂດຫ່າງໄກສອກຫຼີກ, ມີເສັ້ນທາງຄົມມະນາຄົມທີ່ສັບສົນ, ພູຜາປ່າດົງທຸລະກັນດານ, ມີປະຊາກອນຢູ່ຫ່າງກັນ, ແຕ່ກໍໄດ້ຮັບຄວາມເອົາໃຈໃສ່ຊີ້ນຳ ແລະ ນຳພາຂອງຄະນະພັກ ແລະອຳນາດການປົກຄອງ 2 ແຂວງ ກວາງບິ່ງ-ຄຳມ່ວນ. ​ເຖິງຢ່າງໃດກໍ່ຕາມ, ດ້ວຍ​ການ​ສົມທົບ​ກັນ​ເຄື່ອນ​ໄຫວ​ຂອງ​ທຸກ​ຂັ້ນ, ທຸກຄະນະ, ທຸກຂະແໜງ, ກຳລັງ​ປະກອບ​ອາວຸດ ​ແລະ ປະຊາຊົນ​ແຂວງ ຄຳ​ມ່ວນ ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ພະນັກງານກອງ 589, ກອງ​ບັນຊາ​ການ​ທະຫານ​ແຂວງ ກວາງ​ບິ່ງ ​ປະຕິບັດໜ້າທີ່ເປັນຢ່າງດີ.

​ໃນ​ລະດູ​ແລ້ງ 2021 – 2022, ຄະນະ​ສຳ​ຫຼວດ, ຊອກຄົ້ນ​ ​ແລະ ​ທ້ອນໂຮມໄດ້ອັດຖິນັກຮົບເສຍສະຫຼະ​ຊີວິດ​ເພື່ອ​ຊາດໄດ້ 17 ຄົນ ແລະ ສົ່ງໄປ​ຢູ່​ສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ແຂວງກວາງບິ່ງ ດ້ວຍ​ພິທີ​ກຳທີ່ເຄັ່ງຂຶມ, ​ສົມກຽດ ​ແລະ ຕາມຮີດຄອງ​ປະ​ເພນີ​ຂອງ​ຊາດຫວຽດນາມ. ໝາກຜົນ​ນັ້ນ​ໄດ້​ປະກອບສ່ວນ​ຮັດ​ແໜ້ນ​ຄວາມສາມັກຄີ, ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ​ສອງ​ພັກ, ສອງ​ລັດ ຫວຽດນາມ - ລາວ ​ແລະ ສອງ​ແຂວງ ກວາງ​ບິ່ງ - ຄຳ​ມ່ວນ.

​ໃນ​ລະດູ​ແລ້ງ 2022 – 2023, ການ​ຊອກ​ຄົ້ນ ​ແລະ ທ້ອນໂຮມອັດຖິທະຫານ​ອາສາ​ສະໝັກ ​ແລະ ນັກ​ຊ່ຽວຊານ​ຫວຽດນາມ ທີ່​ເສຍ​ຊີວິດໃນປາງສົງຄາມຢູ່ລາວ ​ຈະ​ສຸມ​ໃສ່​ບັນດາ​ເມືອງ​ບົວ​ລະ​ພາ, ມະຫາ​ໄຊ, ​ເຊບັ້ງ​ໄຟ, ຄູນຄຳ ​ແລະ ຍົມມະລາດ, ທ່າແຂກ... ຂອງແຂວງຄໍາມ່ວນ.

ບູນມີ

ເຫດການ
302 Found

Found

The document has moved here.