ຄະນະຜູ້ແທນຊາວໜຸ່ມແຂວງຄຳມ່ວນ ເຄື່ອນໄຫວພົບປະແລກປ່ຽນບົດຮຽນຢູ່ ແຂວງກວາງບິ່ງ ສສ ຫວຽດນາມ

16:10 | 07/08/2019

ໃນທ້າຍອາທິດທີ່ຜ່ານມາ ຄະນະຜູ້ແທນຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຄໍາມ່ວນ ໄດ້ເຄື່ອນໄຫວ ພົບປະຢ້ຽມຢາມແລກປ່ຽນບົດຮຽນກັບຄະນະຊາວໜຸ່ມແຂວງກວາງບິ່ງ ສສ ຫວຽດນາມ .

ຄະນະຜູ້ແທນຊາວໜຸ່ມແຂວງຄຳມ່ວນ ເຄື່ອນໄຫວພົບປະແລກປ່ຽນບົດຮຽນຢູ່ ແຂວງກວາງບິ່ງ ສສ ຫວຽດນາມ

ບັນຍາກາດທີ່ການຕ້ອນຮັບ.(ພາບ:ສຳນັກງານປົກຄອງແຂວງຄຳມ່ວນ)


ເຊິ່ງນຳໂດຍ ສະຫາຍ ນາງ ວົງພະຈັນ ສີບຸນເຮືອງ ກຳມະການສູນກາງຊາວໜຸ່ມ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຄໍາມ່ວນ ພ້ອມດ້ວຍຄະນະ ເຂົ້າຮ່ວມ 50 ສະຫາຍ, ຍິງ 22 ສະຫາຍ ເຊິ່ງໃຫ້ກຽດຕ້ອນຮັບໂດຍ ສະຫາຍ ເຈີ່ນກັວກຕວນ ກໍາມະການສູນກາງຊາວໜຸ່ມ ກອມມຸຍນິດໂຮຈີມິນ ສສ ຫວຽດນາມ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງກວາງບິ່ງ ພ້ອມຄະນະ.

ຄະນະຜູ້ແທນຊາວໜຸ່ມແຂວງຄຳມ່ວນ ເຄື່ອນໄຫວພົບປະແລກປ່ຽນບົດຮຽນຢູ່ ແຂວງກວາງບິ່ງ ສສ ຫວຽດນາມ

ຄະນະຜູ້ແທນຊາວໜຸ່ມແຂວງຄຳມ່ວນ ເຄື່ອນໄຫວພົບປະແລກປ່ຽນບົດຮຽນຢູ່ ແຂວງກວາງບິ່ງ ສສ ຫວຽດນາມ

ຄະນະຜູ້ແທນຊາວໜຸ່ມແຂວງຄຳມ່ວນ ເຄື່ອນໄຫວພົບປະແລກປ່ຽນບົດຮຽນຢູ່ ແຂວງກວາງບິ່ງ ສສ ຫວຽດນາມ

ບັນຍາກາດການເຄື່ອນໄຫວຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຂວງຄຳມ່ວນ ຢູ່ ແຂວງກວ້າງບິ່ງ.(ພາບ:ສຳນັກງານປົກຄອງແຂວງຄຳມ່ວນ)

ໃນພິທີພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ແຂວງກວາງບິ່ງ ໄດ້ສື່ໃຫ້ເຫັນເຖິງສາຍພົວພັນຮ່ວມມືຮອບດ້ານແບບພິເສດ ຂອງສອງຊາດລາວ-ຫວຽດນາມ ທີ່ມີມາແຕ່ດົນນານ ເວົ້າສະເພາະແຂວງຄຳມ່ວນ-ກວາງບິ່ງ ນັບມື້ມີການເພີ່ມທະວີສາຍພົວພັນຍິ່ງໆຂຶ້ນໄປ, ການພົບປະແລກປ່ຽນບົດຮຽນ, ວັດທະນາທໍາ ແລະ ຮີດຄອງປະເພນີອັນດີງາມຂອງສອງຊາດ-ສອງແຂວງ ໃນຄັ້ງນີ້ແມ່ນມີຄວາມໝາຍອັນສໍາຄັນທາງດ້ານປະຫວັດສາດ ເພື່ອຮັດແໜ້ນຄວາມສາມັກຄີ ເສີມຂະຫຍາຍສາຍພົວພັນແບບພິເສດທັງສອງຊາດໃຫ້ຍືນຍົງຕະຫຼອດໄປ.

(ແຫຼ່ງ​ຂໍ້​ມູນ​: ສຳນັກງານປົກຄອງແຂວງຄຳມ່ວນ)

ເຫດການ
302 Found

Found

The document has moved here.