ເປັນ​ຄັ້ງ​ທຳ​ອິດ ກອງ​ທັບ 3 ປະ​ເທດ ລາວ - ຫວຽດ​ນາມ - ກຳ​ປູ​ເຈຍ ໄດ້​ເຂົ້າ​ຮ່ວມ​ການ​ຝືກ​ຊ້ອມ​​​ກູ້​ໄພ​ກູ້​ຊີບ

07:49 | 12/09/2022

ກ່າວຄຳເຫັນໄຂການຝືກຊ້ອມຮ່ວມ, ທ່ານພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ເນັ້ນໜັກວ່າ ບັ້ນຝືກຊ້ອມຄັ້ງນີ້ ແມ່ນເຫດການສຳຄັນ ແລະ ມີຄວາມໝາຍຕໍ່ກອງທັບສາມປະເທດ, ບໍ່ພຽງແຕ່ຍົກສູງກຳລັງຄວາມສາມາດ ແລະ ພັດທະນາວິຊາການໃຫ້ແກ່ການຮັບມື ກັບໄພທຳມະຊາດ ໃນທຸກກໍລະນີເທົ່ານັ້ນ.

UNESCO ຮ່ວມ​ເດີນ​ທາງ​ພ້ອມ​ກັບ ເທື່ອ​ທຽນ​ເຫວ້ ໃນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ UNESCO ຮ່ວມ​ເດີນ​ທາງ​ພ້ອມ​ກັບ ເທື່ອ​ທຽນ​ເຫວ້ ໃນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ
ງານ​ບຸນ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ສ.ເກົາຫຼີ ​ທີ່​ເປັນ​ເອ​ກະ​ລັກ ເນື່ອງ​ໃນ​ໂອ​ກາດສະ​ເຫຼີມ​ສະຫຼອງ​ວັນ​ຊາດ ຫວຽດ​ນາມ 2/9 ງານ​ບຸນ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ສ.ເກົາຫຼີ ​ທີ່​ເປັນ​ເອ​ກະ​ລັກ ເນື່ອງ​ໃນ​ໂອ​ກາດສະ​ເຫຼີມ​ສະຫຼອງ​ວັນ​ຊາດ ຫວຽດ​ນາມ 2/9
ການຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ກຳປູເຈຍ - ລາວ - ຫວຽດນາມ
ການຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ກຳປູເຈຍ - ລາວ - ຫວຽດນາມ

ໂຄງການຝຶກຊ້ອມການກູ້ໄພກູ້ຊີບຮ່ວມ ໂດຍກະຊວງປ້ອງກັນປະເທດ 3 ປະເທດລາວ, ຫວຽດນາມ, ກຳປູເຈຍ ສົມທົບກັນຈັດຕັ້ງໃນວັນທີ 10 ກັນຍາ, ຢູ່ເມືອງ ນາໄຊທອງ, ນະຄອນຫຼວງ ວຽງຈັນ, ປະເທດລາວ. ນີ້ແມ່ນຄັ້ງທຳອິດ ໂຄງການໄດ້ຈັດຕັ້ງ ຕາມຂໍ້ຕົກລົງຂອງບັນດາລັດຖະມົນຕີຢູ່ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ - ລາວ - ຫວຽດນາມ ທີ່ໄດ້ດຳເນີນໃນປີ 2019 ຢູ່ຮ່າໂນ້ຍ. ເຂົ້າຮ່ວມພິທີໄຂ ການຝືກຊ້ອມ, ມີ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ຜູ້ຕາງໜ້າກະຊວງປ້ອງກັນປະເທດ ຫວຽດນາມ, ຜູ້ຕາງໜ້າກະຊວງປ້ອງກັນປະເທດ ກຳປູເຈຍ.

ກ່າວຄຳເຫັນໄຂການຝືກຊ້ອມຮ່ວມ, ທ່ານພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ເນັ້ນໜັກວ່າ ບັ້ນຝືກຊ້ອມຄັ້ງນີ້ ແມ່ນເຫດການສຳຄັນ ແລະ ມີຄວາມໝາຍຕໍ່ກອງທັບສາມປະເທດ, ບໍ່ພຽງແຕ່ຍົກສູງກຳລັງຄວາມສາມາດ ແລະ ພັດທະນາວິຊາການໃຫ້ແກ່ການຮັບມື ກັບໄພທຳມະຊາດ ໃນທຸກກໍລະນີເທົ່ານັ້ນ, ຫາກຍັງ ສ້າງກາລະໂອກາດໃຫ້ແກ່ບັນດາຝ່າຍເຂົ້າຮ່ວມແລກປ່ຽນບົດຮຽນປະສົບການ ແລະ ວັດທະນະທຳ, ປະກອບສ່ວນເພີ່ມທະວີການພົວພັນສາມັກຄີ, ສ້າງຄວາມໄວ້ເນື້ອເຊື່ອໃຈກັບບັນດາກຳລັງປະກອບອາວຸດ 3 ປະເທດ. ໂຄງການຝືກຊ້ອມຮ່ວມ ມີການເຂົ້າຮ່ວມຂອງພະນັກງານນັກຮົບຂອງກອງທັບ 3 ປະເທດ ເກືອບ 500 ຄົນ. ໃນໄລຍະດຳເນີນແຕ່ວັນທີ 10 – 15 ກັນຍາ, ກຳລັງກູ້ໄພກູ້ຊີບ ຂອງກອງທັບ 3 ປະເທດ ຈະສຸມໃສ່ເຂົ້າ 2 ເນື້ອໃນຫຼັກລວມມີວຽກງານຊອກຫາ, ກູ້ໄພຢູ່ເຂດຖືກນ້ຳຖ້ວມ ແລະ ວຽກງານກູ້ໄພກູ້ຊີບຢູ່ເຂດຖືກດິນເຊາະເຈື່ອນ...

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.