“Thai Summer Delicacies” – ນຳ​ຜະ​ລິດ​ຕະ​ພັນ Halal ໄທ ມາ​ສູ່​ລູກ​ຄ້າ ຫວຽດ

11:07 | 19/09/2022

ດ້ວຍຄວາມປາດຖະໜາ ນຳຜະລິດຕະພັນ Halal ມາສູ່ປະຊາຊົນ ຫວຽດນາມ, ສະນັ້ນ, ໃນເດືອນິສງຫາ ຜ່ານມາ, ສະຖານທູດ ໄທ ປະຈຳ ຫວຽດນາມ ໄດ້ສົມທົບກັບພັດທະຄານ Eastern & Oriental Tea House and Coffee Parlour ຈັດລາຍການ “Thai Summer Delicacies” - ເຊິ່ງເປັນໂຄງການຮ່ວມມືເພື່ອແນໃສ່ແນະນຳບັນດາເຍື່ອງອາຫານວ່າງ (ຂອງຫວານ), ເຄື່ອງດື່ມພື້ນເມືອງ ແລະ ປະດິດຄິດສ້າງ ໂດຍໄດ້ເຮັດດ້ວຍວັດຖຸດິບ Halal ຂອງ ໄທ.

ຊາວໜຸ່ມ, ນັກສຶກສາຫວຽດນາມຢູ່ເອີຣົບ ມຸ້ງໄປ Vietheart Summer Camp 2022 ຊາວໜຸ່ມ, ນັກສຶກສາຫວຽດນາມຢູ່ເອີຣົບ ມຸ້ງໄປ Vietheart Summer Camp 2022
ການ​ເຊື່ອມ​ຕໍ່​, ​​ຫນູນຊ່ວຍ​ປະ​ຊາ​ຄົມວິ​ສາ​ຫະ​ກິດ​ໃນ​ການ​ເຂົ້າ​ເຖິງ​ຕະ​ຫຼາດ Halal​ ການ​ເຊື່ອມ​ຕໍ່​, ​​ຫນູນຊ່ວຍ​ປະ​ຊາ​ຄົມວິ​ສາ​ຫະ​ກິດ​ໃນ​ການ​ເຂົ້າ​ເຖິງ​ຕະ​ຫຼາດ Halal​
ບັນຍາກາດຢູ່ທາງໜ້າ ພັດທະຄານ Eastern & Oriental Tea House and Coffee Parlour
ບັນຍາກາດຢູ່ທາງໜ້າ ພັດທະຄານ Eastern & Oriental Tea House and Coffee Parlour

ໃນບັນຍາກາດທີ່ເຢັນສະບາຍຂອງເດືອນສິງຫາ ລະດູໃບໄມ້ຫຼົ່ນຂອງ ຮ່າໂນ້ຍ, ພັດທະຄານ Eastern & Oriental Tea House and Coffee Parlour ໄດ້ຕ້ອນຮັບແຂກຫຼາຍກວ່າປົກກະຕິ ເພາະວ່າ ນີ້ແມ່ນສະຖານທີ່ເຊິ່ງສະຖານທູດ ໄທ ຄັດເລືອກເພື່ອຈັດລາຍການ “Thai Summer Delicacies” - ເຊິ່ງເປັນໂຄງການຮ່ວມມືເພື່ອແນະນຳບັນດາອາຫານວ່າງ, ເຄື່ອງດື່ມພື້ນເມືອງ ແລະ ປະດິດຄິດສ້າງທີ່ໄດ້ເຮັດດ້ວຍວັດຖຸດິບ Halal ຂອງ ໄທ ເປັນຕົ້ນແມ່ນ ຊາໄທ, ນ້ຳກະທິ, ໝາກມ່ວງ, ແປ້ງເຂົ້າ… ຄືດັ່ງຄຳແບ່ງປັນຂອງ ທ່ານເອກອັກຄະລັດຖະທູດໄທ ປະຈຳ ຮ່າໂນ້ຍ ນິກອນເດດ ພະລາງກຸນ, ແຂກຈະມີໂອກາດໄດ້ຮັບຊິມບັນດາຜະລິດທີ່ແຊບ, ດີຕໍ່ສຸຂະພາບ ແລະ ບັນລຸມາດຖານ Halal.

“ພັດທະຄານແຫ່ງນີ້ສາມາດປຸງແຕ່ງອອກເຂົ້າໜົມຫວານແບບໃໝ່ຫຼາຍຊະນິດ ທີ່ນຳໃຊ້ວັດຖຸດິບ Halal ຂອງ ໄທ ຄື Thai Tea Croissant, Thai Tea Crepe Cake, ເຂົ້າໜົມຊະນິດຕ່າງໆທີ່ໄດ້ເຮັດດ້ວຍນ້ຳກະທິ Halal ຄື ເຂົ້າໜົມ Khanom Tom. ສານຕົ້ນຕໍຂອງລາຍການນີ້ແມ່ນ Halal ສຳລັບທຸກຄົນ - Halal is for everyone. Halal ບໍ່ພຽງແຕ່ສຳລັບສະເພາະຊາວອິດສະລາມ ເທົ່ານັ້ນ, Halal ມີຄຸນປະໂຫຍດຫຼາຍຢ່າງທີ່ດີຕໍ່ສຸຂະພາບ. ນອກຈາກນັ້ນແລ້ວ, ຂ້າພະເຈົ້າກໍຫວັງວ່າ ຈະມີຫຼາຍຄົນສົນໃຈ ແລະ ມາທ່ຽວປະເທດໄທຫຼາຍກວ່າ ເພື່ອໄດ້ຊິມອາຫານໄທ”.

ເລື່ອງຊອກໄດ້ຮ້ານອາຫານ, ພັດທະຄານທີ່ມີຊາໄທ, ຂອງຫວານຢູ່ ຮ່າໂນ້ຍ ແມ່ນມີຫຼາຍ ແຕ່ Eastern & Oriental Tea House and Coffee Parlour ແມ່ນພັດທະຄານແຫ່ງທຳອິດທີ່ກັ່ນເອົານ້ຳຊາໄທເພື່ອປຸງໃສ່ອາຫານເອີລົບ. ທ່ານນາງ Ali Waugh, ເຈົ້າຂອງພັດທະຄານ Eastern & Oriental Tea House and Coffee Parlour ໃຫ້ຮູ້ວ່າ:

“ໃນເດືອນສິງຫາ, ພັດທະນາຄານໄດ້ແນະນຳເຄື່ອງດື່ມ ແລະ ເຂົ້າໜົມຫວານຂອງ ໄທ 31 ຢ່າງ ແລະ ຈະເອົາລົງສື່ສັງຄົມອອນໄລຄື facebook ແລະ Instagram ຂອງພັດທະຄານ. ໃນນັ້ນ, ຈະສຸມໃສ່ບັນດາເຍື່ອງອາຫານ Halal ສົ່ງອອກຂອງ ໄທ ຄື ນ້ຳໝາກພ້າວ, ຊາໄທ ແລະ ໝາກມ່ວງ. ພາຍຫຼັງລາຍການນີ້ສິ້ນສຸດ, ທາງພັດທະຄານຈະຄັດເລືອກເອົາເຍື່ອງທີ່ແຊບ ແລະ ມີຊື່ສຽງຂອງ ໄທ ເພື່ອນຳເຂົ້າເມນູຮັບໃຊ້ລູກຄ້າເປັນປະຈຳ ແລະ ຈະມີຫ້ອງສະໄຕສະເພາະ ຮັບໃຊ້ອາຫານ ໄທ. ຂ້າພະເຈົ້າກໍຫວັງວ່າ, ສະຖານທູດບັນດາປະເທດຄື ອົດສະຕາລີ, ນິວຊີແລນ… ຈະຮ່ວມມືກັບພັດທະນາຄານເພື່ອແນະນຳອາຫານການກິນຂອງປະເທດຕົນຢູ່ ຫວຽດນາມ”.

ອ້າຍ ເຈິ່ນເຟືອງ ແລະ ເອື້ອຍ ທູເວິນ - ລູກຄ້າ 2 ຄົນທີ່ເຂົ້າຮ່ວມລາຍການໃຫ້ຮູ້ວ່າ:

“ປົກກະຕິແລ້ວ, ວັດຖຸດິບ Halal ແມ່ນເພື່ອແຕ່ງອາຫານໃຫ້ແກ່ຜູ້ຖືສາສະໜາອິດສະລາມ ເທົ່ານັ້ນ ແຕ່ຍ້ອນມີຄຸນນະພາບທີ່ດີ ແລະ ດີຕໍ່ສຸຂະພາບຂອງໝົດທຸກຄົນ. ສະນັ້ນ, ຂ້າພະເຈົ້າຄິດວ່າ ວັດຖຸດິບທັງໝົດທີ່ໄດ້ນຳໃຊ້ປຸງແຕ່ງເຂົ້າໜົມພື້ນເມືອງຂອງໄທ ກໍແມ່ນວິທີໜຶ່ງເພື່ອໃຫ້ຄົນ ໄທ ສົ່ງສານທີ່ວ່າ ເຂົາເຈົ້າຢາກໂຄສະນາແນະນຳອາຫານປອດສານພິດມາສູ່ໝົດທຸກຄົນ. ບັນດາວັດຖຸດິບນັ້ນໄດ້ເຮັດໃຫ້ເຍື່ອງອາຫານພື້ນເມືອງຂອງໄທ ມີກິ່ນຫອມແບບສະເພາະຂອງມັນ. ສະນັ້ນ, ຂ້າພະເຈົ້າເຫັນວ່າ ເຂົ້າໜົມທຸກຊະນິດຢູ່ທີ່ນີ້ແຊບທີ່ສຸດ ແລະ ເຮັດໃຫ້ລູກຄ້າພໍໃຈ ເພາະວ່າ ມັນບໍ່ພຽງແຕ່ມີລົດຊາດທີ່ແປກໃໝ່ເທົ່ານັ້ນ ຫາກຍັງດີຕໍ່ສຸຂະພາບອີກດ້ວຍ”.

“ຂ້າພະເຈົ້າມັກກິນຊາໄທ ຢູ່ທີ່ນີ້ທີ່ສຸດ. ນີ້ແມ່ນໜຶ່ງໃນບັນດາເຄື່ອງດື່ມທີ່ໄດ້ຮັບຄວາມນິຍົມຢູ່ ຫວຽດນາມ ແຕ່ການນຳໃຊ້ວັດຖຸດິບ Halal ແມ່ນມີບໍ່ຫຼາຍ. ອີກຢ່າງບັນຍາກາດຢູ່ພັດທະຄານແຫ່ງນີ້ ຍິ່ງເຮັດໃຫ້ເຮົາຮູ້ສຶກໃກ້ຊິດກັບທຳມະຊາດກວ່າ. ນີ້ແມ່ນສະຖານທີ່ທີ່ໜ້າຈັບໃຈເພື່ອນັດໝູ່ເພື່ອນ ແລະ ຄູ່ຮ່ວມມື”.

vovworld.vn

ເຫດການ
302 Found

Found

The document has moved here.