ຊາວໜຸ່ມ, ນັກສຶກສາຫວຽດນາມຢູ່ເອີຣົບ ມຸ້ງໄປ Vietheart Summer Camp 2022

20:05 | 25/05/2022

ຍສໝ - ວັນທີ 22 ພຶດສະພາ, ຢູ່ນະຄອນຫລວງ Prague ຂອງ ສາທາລະນະລັດ ເຊັກ, ສະມາຄົມຊາວໜຸ່ມ, ນັກສຶກສາ ຫວຽດນາມ ຢູ່ ສາທາລະນະລັດ ເຊັກ ໄດ້ຈັດການຖະແຫຼງຂ່າວເພື່ອແຈ້ງກ່ຽວກັບການຈັດຄ້າຍພັກແລ້ງຂອງຊາວໜຸ່ມ, ນັກສຶກສາ ຫວຽດນາມ ຢູ່ ເອີຣົບ 2022 - Vietheart Summer Camp 2022.

ນະຄອນ ດ່າໜັງ ຈະ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເວທີ​ປາ​ໄສ​ພັດທະນາ​ເສັ້ນທາງການບິນ ​ອາຊີ 2022- Routes Asia 2022 ນະຄອນ ດ່າໜັງ ຈະ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເວທີ​ປາ​ໄສ​ພັດທະນາ​ເສັ້ນທາງການບິນ ​ອາຊີ 2022- Routes Asia 2022
ຊາວໜຸ່ມ, ນັກສຶກສາຫວຽດນາມຢູ່ຕ່າງປະເທດຈັດກິດຈະກຳກ່ຽວກັບປະເທດຊາດ ຊາວໜຸ່ມ, ນັກສຶກສາຫວຽດນາມຢູ່ຕ່າງປະເທດຈັດກິດຈະກຳກ່ຽວກັບປະເທດຊາດ
ຊາວໜຸ່ມ, ນັກສຶກສາຫວຽດນາມຢູ່ເອີຣົບ ມຸ້ງໄປ Vietheart Summer Camp 2022
ສະມາຄົມຊາວໜຸ່ມ, ນັກສຶກສາ ຫວຽດນາມ ຢູ່ ສາທາລະນະລັດ ເຊັກ ໄດ້ຈັດການຖະແຫຼງຂ່າວເພື່ອແຈ້ງກ່ຽວກັບການຈັດຄ້າຍພັກແລ້ງຂອງຊາວໜຸ່ມ, ນັກສຶກສາ ຫວຽດນາມ ຢູ່ ເອີຣົບ 2022 - Vietheart Summer Camp 2022.ພາບ: Vietnam+

ໂດຍການອຸປະຖຳຂອງສະມາຄົມນັກສຶກສາຫວຽດນາມ, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສາທາລະນະລັດ ເຊັກ, ສະມາຄົມຊາວ ຫວຽດນາມ ຢູ່ ທະວີບເອີຣົບ, ສະມາຄົມຊາວ ຫວຽດນາມ ຢູ່ ສາທາລະນະລັດ ເຊັກ…, Vietheart Summer Camp 2022 ຄາດວ່າ ຈະໄດ້ຈັດຂຶ້ນລະຫວ່າງວັນທີ 18- 21 ສິງຫາ 2022 ຢູ່ ນະຄອນຫລວງ Praha. ນີ້ຈະເປັນຄ້າຍພັກແລ້ງຂອງຊາວໜຸ່ມ, ນັກສຶກສາ ຫວຽດນາມ ຄັ້ງທີ 8 ທີ່ໄດ້ຈັດຂຶ້ນຢູ່ເອີຣົບ ດ້ວຍເປົ້າໝາຍເຊື່ອມຕໍ່, ປະສານສົມທົບ ແລະ ສ້າງເປັນບ່ອນຫຼີ້ນທີ່ສາມັກຄີ ໃຫ້ແກ່ຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ເອີຣົບ.

ຢູ່ຄ້າຍພັກແລ້ງຈະໄດ້ຈັດຂຶ້ນໃນມໍ່ໆນີ້, ຈະມີການເຂົ້າຮ່ວມຂອງຜູ້ຕາງໜ້າດີເດັ່ນຫຼາຍທ່ານທີ່ມາຈາກບັນດາສະມາຄົມຊາວໜຸ່ມ, ນັກສຶກສາ ຫວຽດນາມ ຢູ່ບັນດາ ປະເທດ ໂອຕຣິດ, ໂປໂລຍ, ແບນຊິກ, ບູນກາລີ, ເຢຍລະມັນ, ໂຮນລັງ, ຮົງກາລີ, ຣູມານີ, ເຊັກ, ສະໂລວາກີ, ຕວັກກີ … ແລະ ຫວຽດນາມ. Vietheart Summer Camp 2022 ຈະເພີ່ມທະວີການເຊື່ອມຕໍ່, ນໍ້າໃຈສາມັກຄີລວມໝູ່, ທັກສະການເຮັດວຽກເປັນກຸ່ມ, ຍົກສູງ ຄວາມຮູ້ກ່ຽວກັບວັດທະນະທຳ, ປະຫວັດສາດ, ພູມີສາດຂອງ ຫວຽດນາມ ແລະ ບັນດາ ປະເທດເອີຣົບ, ພ້ອມທັງບຳລຸງຄວາມຮູ້ດ້ານພາສາຫວຽດໃຫ້ແກ່ຊາວໜຸ່ມ, ນັກສຶກສາ ຫວຽດນາມ ທີ່ກຳລັງດຳລົງຊີວິດ, ຮໍ່າຮຽນ ແລະ ເຮັດວຽກຢູ່ບັນດາປະເທດເອີຣົບ.

ໄຊພອນ

ເຫດການ
302 Found

Found

The document has moved here.