ວຽກງານໂຄສະນາ​ເຜີຍ​ແຜ່​ຊ່ວຍ​ໃຫ້​ປະຊາຊົນ​ຫວຽດນາມ - ລາວ ​ເຂົ້າ​ໃຈກ່ຽວກັບ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງສອງປະ​ເທດ

16:58 | 28/08/2022

ຍສໝ - ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ​ຂອງສື່ມວນຊົນ​ໄດ້​ປະກອບສ່ວນ​ຊ່ວຍ​ປະຊາຊົນ​ສອງ​ປະ​ເທດຊອກຮູ້​ກ່ຽວ​ກັບ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ.

ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ກາ​ຊັກ​ສະຖານ ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ກາ​ຊັກ​ສະຖານ
ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ APEC ຈົ່ງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ໜູນ​ຊ່ວຍ​ການ​ໂຄ​ສະ​ນາ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ຂອງ​ການ​ທ່ອງ​ທ່ຽວ​ສາ​ກົນ ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ APEC ຈົ່ງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ໜູນ​ຊ່ວຍ​ການ​ໂຄ​ສະ​ນາ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ຂອງ​ການ​ທ່ອງ​ທ່ຽວ​ສາ​ກົນ

ທ່ານ ສະຫວັນຄອນ ຣາຊມົນຕີ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ, ປະທານສະມາຄົມນັກຂ່າວລາວ ໃຫ້ຮູ້ຄືແນວນັ້ນໃນການພົບປະກັບຜູ້ຕາງໜ້າສະມາຄົມມິດຕະພາບ ຫວຽດນາມ-ລາວ ໃນຕອນບ່າຍວັນທີ 27 ສິງຫາ ຢູ່ຮ່າໂນ້ຍ.

ທ່ານ ຫງວຽນ​ແມ້ງ​ຮຸ່ງ, ອະດີດ​ຮອງ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ, ອະດີດ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ, ຮອງ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ຂໍ່ານັບ​ຕ້ອນຮັບ​ຄະນະ​ຜູ້​ແທນ​ນັກ​ຂ່າວ​ລາວ ມາ​ຢ້ຽມຢາມ ຫວຽດນາມ ​ແລະ ຢືນຢັນວ່າ ການພົບປະກັບ ບັນດານັກຂ່າວທີ່ມາຈາກບັນດາອົງການສື່ມວນຊົນໃຫຍ່ຂອງລາວ ​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ແນະນຳ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ ກໍ່ຄື​ຫຼັກການ ​ແລະ ຈຸດປະສົງຂອງສະມາຄົມ.

ວຽກງານໂຄສະນາ​ເຜີຍ​ແຜ່​ຊ່ວຍ​ໃຫ້​ປະຊາຊົນ​ຫວຽດນາມ - ລາວ ​ເຂົ້າ​ໃຈກ່ຽວກັບ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງສອງປະ​ເທດ
ບັນຍາກາດທີ່ການຕ້ອນຮັບ. ພາບ: thoidai.com.vn

ທ່ານ ຫງວຽນ​ແມ້ງ​ຮຸ່ງ ​ໃຫ້​ຮູ້​ວ່າ: ​ປີ 2022 ເປັນປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ-ຫວຽດນາມ, ສອງສະມາຄົມມິດຕະພາບ ລາວ - ຫວຽດນາມ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ສົມທົບ ກັນຈັດຕັ້ງບັນດາກິດຈະກຳການເຄື່ອນໄຫວຕ່າງໆ ເປັນຕົ້ນແມ່ນຮ່ວມກັນຈັດ ງານບຸນມະໂຫລານມິດຕະພາບລະຫວ່າງປະຊາຊົນ ຫວຽດນາມ - ລາວ ຄັ້ງທີ 4; ຮ່ວມກັນຈັດພິມວາລະສານສະບັບພິເສດໃສ່ຊື່ວ່າ “ສາຍພູຫຼວງສອງຟາກ ຕາເວັນອອກ ຕາເວັນຕົກ” ເປັນພາສາລາວ ແລະ ພາສາຫວຽດ...

ທ່ານ​ຮອງ​ປະທານສະມາຄົມ ປາດ​ຖະໜາ​ວ່າ ສອງຝ່າຍ​ຄວນ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ໂຄສະນາ​ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ, ​ໂດຍ​ສະ​ເພາະ​ແມ່ນ​ສະມາຄົມ​ນັກ​ຂ່າວ​ລາວ ຕັ້ງໜ້າ​ໂຄສະນາ​ບັນດາ​ການ​ເຄື່ອນ​ໄຫວມິດຕະພາບ, ປະກອບສ່ວນ ເພີ່ມພູນຄູນສ້າງການພົວພັນແບບພິເສດ, ມີໜຶ່ງບໍ່ມີສອງໃນໂລກໃຫ້ຂຽວ​ສົດ​ງົດ​ງາມ ໝັ້ນຄົງທະນົງແກ່ນຊົ່ວກາລະນານ.

ທ່ານ ສະຫວັນຄອນ ຣາຊມົນຕີ ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ ​ແລະ ການ​ປະກອບສ່ວນ​ຂອງ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ​ໃນ​ການປັບປຸງ ​ແລະ​ ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ຫວຽດນາມ - ລາວ, ສະເໜີ ສະມາຄົມ​ມິດຕະພາບ​ ຫວຽດນາມ - ລາວ ແບ່ງປັນຂໍ້ມູນບັນດາການເຄື່ອນໄຫວ​ທາງ​ການ​ທູດ, ມິດຕະພາບ ​ແລະ​ ເພີ່ມ​ທະວີ​ການຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ມິດຕະພາບ; ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ​ຫວຽດນາມ - ລາວ ​ໃຫ້​ຂຽວ​ສົດ​ງົດ​ງາມ ໝັ້ນຄົງທະນົງແກ່ນຊົ່ວກາລະນານ.

ບູນມີ

302 Found

Found

The document has moved here.