ໄຂພິທີ ສັບປະດາວັດທະນະທຳ ຫວຽດນາມ ຢູ່ ລາວ 2026

15:38 | 13/05/2026

ຍສໝ - ສັບປະດາວັດທະນະທຳ ຫວຽດນາມ ຢູ່ ລາວ 2026 ໄດ້ໄຂຂຶ້ນໃນຄ່ຳຄືນວັນທີ 12 ພຶດສະພາ ຢູ່ທີ່ນະຄອນຫຼວງ ວຽງຈັນ. ນີ້ແມ່ນກິດຈະກຳເລີ່ມຕົ້ນຂອງແຜນງານການຮ່ວມມືດ້ານວັດທະນະທຳ ແລະ ການທ່ອງທ່ຽວ ລະຫວ່າງ ຫວຽດນາມ ແລະ ລາວ ໄລຍະປີ 2026 - 2030.

ຜ່ານຜ່ານແຜນການບຸກຄະລາກອນ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສະໄໝປີ 2026 - 2031
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ຄາດວ່າຈະຈັດຂຶ້ນແຕ່ວັນທີ 11-13 ພຶດສະພາ 2026

ບົນທຳນອງເພງທີ່ມີຊື່ສຽງສອງບົດເພງຄື “Hello ຫວຽດນາມ” ແລະ “ດອກຈຳປາເມືອງລາວ”, ບັນດານັກສິລະປິນຈາກໂຮງລະຄອນຫຸ່ນກະບອກ ຫວຽດນາມ ໄດ້ມີຄວາມຄ່ອງແຄ້ວໃນການເຊີດຫຸ່ນກະບອກສະແດງທ່າຟ້ອນຕາມແບບແຜນຮີດຄອງປະເພນີຂອງປະຊາຊົນບັນດາເຜົ່າລາວຢ່າງມີຊີວິດຊີວາ, ສ້າງຄວາມປະທັບໃຈ ແລະ ອາລົມຈິດຢ່າງຫຼວງຫຼາຍໃຫ້ແກ່ຜູ້ຊົມ.

ໄຂພິທີ ສັບປະດາວັດທະນະທຳ ຫວຽດນາມ ຢູ່ ລາວ 2026
ນັກສິລະປິນ ຫວຽດນາມ ສະແດງລະຄອນຫຸ່ນກະບອກ ຢູ່ ລາວ. (ພາບ: ຊວນຕູ້)

ທ່ານນາງ ຊົມໄພວັນ ລີໄລພອນ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ ມີຄວາມປະທັບໃຈຫຼາຍຕໍ່ກັບລາຍການສະແດງຫຸ່ນກະບອກນ້ຳ ກໍຄືບັນດາລາຍການສະແດງເຄື່ອງດົນຕີພື້ນເມືອງ.

ທ່ານນາງໄດ້ແບ່ງປັນວ່າ, ຕົນເອງໄດ້ເຫັນພາບພົດຂອງປະເທດຊາດ ແລະ ຄົນຫວຽດນາມ ທີ່ມີຄວາມເປັນກັນເອງ, ຂະຫຍັນຂັນເຄື່ອນ ແລະ ເຕັມໄປດ້ວຍຄວາມມຸ່ງມາດປາດຖະໜາໃນການພັດທະນາ: “ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ເບິ່ງການສະແດງຫຸ່ນກະບອກນ້ຳ, ນີ້ບໍ່ພຽງແຕ່ແມ່ນສິລະປະການສະແດງເວທີແບບທຳມະດາເທົ່ານັ້ນ, ແຕ່ມັນຍັງສະແດງໃຫ້ເຫັນ ແລະ ສົ່ງຕໍ່ໃຫ້ຜູ້ຊົມໄດ້ເຂົ້າໃຈເຖິງຊີວິດການເປັນຢູ່, ຮີດຄອງການດຳລົງຊີວິດ ແລະ ວັດທະນະທຳຂອງປະຊາຊົນຫວຽດນາມ. ລາຍການສະແດງນີ້ ຍັງໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງກ່ຽວກັບສາຍພົວພັນລະຫວ່າງ ລາວ ແລະ ຫວຽດນາມ”.

ດ້ວຍຫົວຂໍ້ “ກິ່ນອາຍຫວຽດ”, ບັນດາລາຍການສະແດງຫຸ່ນກະບອກບົກ ແລະ ຫຸ່ນກະບອກນ້ຳທີ່ໂດດເດັ່ນ ໂດຍແມ່ນບັນດານັກສິລະປິນຈາກໂຮງລະຄອນຫຸ່ນກະບອກ ຫວຽດນາມ ສະແດງນັ້ນ ໄດ້ຊ່ວຍໃຫ້ຜູ້ຊົມລາວ ແລະ ເພື່ອນມິດສາກົນເຂົ້າໃຈແຈ້ງຕື່ມກ່ຽວກັບຈຸດພິເສດຂອງວັດທະນະທຳຫວຽດນາມ ທີ່ໄດ້ຮັບການຫຼໍ່ຫຼອມຜ່ານປະຫວັດສາດນັບພັນປີ.

ທ່ານ ບົວເງິນ ຊາພູວົງ, ອະດີດລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ (ປັດຈຸບັນແມ່ນກະຊວງວັດທະນະທຳ ແລະ ທ່ອງທ່ຽວລາວ) ໃຫ້ຮູ້ວ່າ: “ຜ່ານການຕິດຕາມ, ຂ້າພະເຈົ້າເຫັນວ່າທຸກລາຍການສະແດງລ້ວນແຕ່ໄດ້ຮັບການຈັດຕັ້ງຢ່າງລະອຽດລະອໍ, ໂດຍສະເພາະແມ່ນຫຸ່ນກະບອກນ້ຳ ທີ່ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ແລະ ໄດ້ຮັບຄວາມຮັກແພງຈາກຜູ້ຊົມລາວເປັນຈຳນວນຫຼວງຫຼາຍ”.

ສັບປະດາວັດທະນະທຳ ຫວຽດນາມ ຢູ່ ລາວ ປີ 2026 ຈະສືບຕໍ່ດຳເນີນໄປຈົນຮອດວັນທີ 16 ພຶດສະພາ ຢູ່ນະຄອນຫຼວງ ວຽງຈັນ ແລະ ແຂວງ ສະຫວັນນະເຂດ, ພາກກາງຂອງລາວ, ໃນນັ້ນຈະມີການສະແດງຄືນໜຶ່ງທີ່ຈັດຂຶ້ນສະເພາະສຳລັບປະຊາຊົມຊາວຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ. ບັນດາກິດຈະກຳໃນຂອບເຂດແຜນງານດັ່ງກ່າວ ໄດ້ຮັບຄວາມຄາດຫວັງວ່າຈະປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນສອງປະເທດ; ພ້ອມທັງປະກອບສ່ວນເຮັດໃຫ້ສາຍພົວພັນມິດທະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການຕິດພັນຍຸດທະສາດ ຫວຽດນາມ - ລາວ, ລາວ - ຫວຽດນາມ ເລິກເຊິ່ງກວ່າເກົ່າ.

ຫວຽດນາມ ເຂົ້າຮ່ວມເວທີປຶກສາຫາລືສາກົນ ການສົນທະນາ ເຢເຣວານ 2026 ຢູ່ Armenia ຫວຽດນາມ ເຂົ້າຮ່ວມເວທີປຶກສາຫາລືສາກົນ ການສົນທະນາ ເຢເຣວານ 2026 ຢູ່ Armenia

ຍສໝ - ໃນລະຫວ່າງວັນທີ 5 ແລະ 6/5, ຫວຽດນາມ ໄດ້ເຂົ້າຮ່ວມເວທີປຶກສາຫາລືສາກົນ ການສົນທະນາ ເຢເຣວານ (Yerevan Dialogue) 2026 ຢູ່ທີ່ນະຄອນຫຼວງ ເຢເຣວານ ຂອງ Armenia. ເວທີປຶກສາຫາລືໄດ້ເຕົ້າໂຮມບັນດານັກການເມືອງ, ນັກວິຊາການ, ຊ່ຽວຊານ ແລະ ຕົວແທນຈາກບັນດາອົງການຈັດຕັ້ງສາກົນຢ່າງຫຼວງຫຼາຍ ແນໃສ່ແລກປ່ຽນກ່ຽວກັບບັນຫາຄວາມໝັ້ນຄົງ, ພູມສາດການເມືອງ, ການເຊື່ອມຕໍ່ພາກພື້ນ ...

ການນຳເຂົ້າເພີ່ມຂຶ້ນຢ່າງແຂງແຮງ, ຫວຽດນາມ ຂາດດຸນການຄ້າ 7,11 ຕື້ USD ໃນ 4 ເດືອນຕົ້ນປີ 2026 ການນຳເຂົ້າເພີ່ມຂຶ້ນຢ່າງແຂງແຮງ, ຫວຽດນາມ ຂາດດຸນການຄ້າ 7,11 ຕື້ USD ໃນ 4 ເດືອນຕົ້ນປີ 2026

ຍສໝ - ເຖິງວ່າການສົ່ງອອກໃນ 4 ເດືອນຕົ້ນປີ 2026 ຍັງຮັກສາລະດັບການເຕີບໂຕໄດ້ເກືອບ 20%, ແຕ່ການນຳເຂົ້າພັດເພີ່ມຂຶ້ນຢ່າງແຂງແຮງເຖິງ 28,7% ເຮັດໃຫ້ດຸນການຄ້າຜັນປ່ຽນມາເປັນການຂາດດຸນ 7,11 ຕື້ USD. ສະພາບການດັ່ງກ່າວໄດ້ສະທ້ອນໃຫ້ເຫັນເຖິງຄວາມຕ້ອງການດ້ານວັດຖຸດິບ ແລະ ອຸປະກອນການຜະລິດທີ່ເພີ່ມຂຶ້ນ, ທັງສະແດງໃຫ້ເຫັນເຖິງການເພິ່ງພາອາໄສຢ່າງຫຼວງຫຼາຍຕໍ່ພາກສ່ວນ FDI ໃນກິດຈະກຳການນຳເຂົ້າ ແລະ ສົ່ງອອກ.

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ