ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ຕ້ອງສິ້ນສຸດການສັກວັກຊິນເຂັມທີ 2 ໃຫ້ແກ່ຜູ້ມີອາຍຸ 18 ປີຂຶ້ນໄປໃນປີ 2021 ໂດຍພື້ນຖານ

16:30 | 05/12/2021

ໃນເດືອນທັນວານີ້, ຕ້ອງສິ້ນສຸດການສັກວັກຊິນເຂັມທີ 2 ໃຫ້ຜູ້ມີອາຍຸແຕ່ 18 ປີຂຶ້ນໄປໃຫ້ສຳເລັດໂດຍພື້ນຖານ, ພ້ອມທັງສ້າງແຜນການລະອຽດ ເພື່ອສັກເຂັມທີ 3.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໃຫ້ແຂວງ ກາວບັ່ງ ພັດທະນາເສດຖະກິດດ່ານຊາຍແດນ, ທ່ອງທ່ຽວ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໃຫ້ແຂວງ ກາວບັ່ງ ພັດທະນາເສດຖະກິດດ່ານຊາຍແດນ, ທ່ອງທ່ຽວ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ຕ້ອງສິ້ນສຸດການສັກວັກຊິນເຂັມທີ 2 ໃຫ້ແກ່ຜູ້ມີອາຍຸ 18 ປີຂຶ້ນໄປໃນປີ 2021 ໂດຍພື້ນຖານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ (ພາບ: TTXVN)

ຕອນເຊົ້າວັນທີ 15 ທັນວາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມກ່ຽວກັບການນຳເຂົ້າ, ຄົ້ນຄວ້າ, ຖ່າຍທອດເຕັກໂນໂລຊີ, ຜະລິດວັກຊິນ ແລະ ຢາປິ່ນປົວໂຄວິດ-19.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ໃນໄລຍະຜ່ານມາ ລັດຖະບານ, ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ ໄດ້ຊີ້ນຳວຽກງານຜັນຂະຫຍາຍຍຸດທະສາດວັກຊິນຢ່າງຂ້ຽວຂາດ. ໃນເດືອນທັນວານີ້, ຕ້ອງສິ້ນສຸດການສັກວັກຊິນເຂັມທີ 2 ໃຫ້ຜູ້ມີອາຍຸແຕ່ 18 ປີຂຶ້ນໄປໃຫ້ສຳເລັດໂດຍພື້ນຖານ, ພ້ອມທັງສ້າງແຜນການລະອຽດ ເພື່ອສັກເຂັມທີ 3. ເລື່ອງສັກວັກຊິນໃຫ້ເດັກອາຍຸ 12 ປີຂຶ້ນໄປ ຕ້ອງຕັ້ງໜ້າຜັນຂະຫຍາຍໃຫ້ໄວກວ່າອີກ, ແຕ່ຕ້ອງຮັບປະກັນຄວາມປອດໄພ, ມີປະສິດທິຜົນ, ມີວິທະຍາສາດ ເພື່ອເປີດປະຕູໂຮງຮຽນຄືນໃໝ່.

ກ່ອນໜ້ານັ້ນ, ວັນທີ 14 ທັນວາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຊັນໂທລະເລກສົ່ງເຖິງບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ; ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຊີ້ນຳວຽກງານປ້ອງກັນ, ຕ້ານໂລກລະບາດ. ໂທລະເລກຊີ້ແຈ້ງວ່າ: ເພື່ອສືບຕໍ່ຄວບຄຸມ, ພ້ອມກັນ, ຕ້ານໂລກລະບາດຢ່າງມີປະສິດທິຜົນ, ທັງພັດທະນາເສດຖະກິດ-ສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນປະຕິບັດຖືກຕ້ອງ ຕາມຈິດໃຈຂອງມະຕິເລກທີ 128 ຂອງລັດຖະບານ; ເປັນເຈົ້າການຕີລາຄາລະດັບຄວາມສ່ຽງໃຫ້ຕິດແທດກັບສະພາບຕົວຈິງ ເພື່ອຜັນຂະຫຍາຍມາດຕະການປ້ອງກັນ, ຕ້ານໂລກລະບາດໃຫ້ເໝາະສົມ, ບໍ່ຂັດຂວາງການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ ແລະ ສົ່ງຜົນກະທົບເຖິງຊີວິດການເປັນຢູ່ຂອງປະຊາຊົນ.

vovworld.vn

ເຫດການ
302 Found

Found

The document has moved here.