ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ

10:56 | 20/08/2022

ຍສໝ - ຫວ່າງແລ້ວນີ້, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ອິນ​ໂດ​ເນ​ເຊຍ ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 77 ປີ​ແຫ່ງ​ວັນ​ຊາດ ສາທາລະນະ​ລັດ ອິນ​ໂດ​ເນ​ເຊຍ (17 ສິງຫາ 1945 – 17 ສິງຫາ 2022).

ເພີ່ມທະວີບັນດາການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ ຫວຽດນາມ - ອິນໂດເນເຊຍ ເພີ່ມທະວີບັນດາການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ ຫວຽດນາມ - ອິນໂດເນເຊຍ
ມຸ່ງໄປສູ່ການຮັບຮອງເອົາ “ໜັງສືຜ່ານແດນວັກຊີນ” ລະຫວ່າງ ຫວຽດນາມ ແລະອິນໂດເນເຊຍ ມຸ່ງໄປສູ່ການຮັບຮອງເອົາ “ໜັງສືຜ່ານແດນວັກຊີນ” ລະຫວ່າງ ຫວຽດນາມ ແລະອິນໂດເນເຊຍ

ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ຫງວຽນ​ແທ່ງ​ຕ໋ວນ, ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ໄດ້​ກ່າວແຈ້ງບັນ​ດາ​ຜົນ​ງານ​ທີ່​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ອິນ​ໂດ​ເນ​ເຊຍ ບັນ​ລຸ​ໄດ້​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້. ນອກຈາກ​ການ​ພົວພັນ​ດ້ານ​ການ​ເມືອງ​ທີ່​ນັບ​ມື້​ນັບຕິດພັນແລ້ວ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ກໍ່​ມີ​ບາດກ້າວ​ພັດທະນາ​ຢ່າງ​ກະໂດດຂັ້ນ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການພັດທະນາຢ່າງຕັ້ງໜ້າ; ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອື່ນໆ​ທີ່​ສຳຄັນ ​ເຊັ່ນ: ກະສິກຳ, ການ​ປະມົງ, ພະລັງງານ, ການບິນ, ວັດທະນະທຳ, ການ​ສຶກສາ - ບຳລຸງ​ສ້າງ, ການທ່ອງທ່ຽວ ລ້ວນ​ແຕ່​ມີ​ຄວາມ​ສົນ​ໃຈ​ຊຸກຍູ້...

ທ່ານ​ຮອງ​ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ອິນ​ໂດ​ເນ​ເຊຍ ປາດ​ຖະໜາ​ວ່າ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ຈະ​ສືບ​ຕໍ່​ພັດທະນາ​ຢ່າງ​ເລິກ​ເຊິ່ງກ່ວາ​ອີກ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ
ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ. (ພາບ: thoidai)

ທ່ານກົງສຸນໃຫຍ່​ອິນ​ໂດ​ເນ​ເຊຍ ປະຈຳ​ນະຄອນ​ໂຮ່ຈິ​ມິນ Agustaviano Sofjan ​ໄດ້​ຕີ​ລາຄາ​ບັນດາ​ຈຸດ​ຄ້າຍຄື​ກັນ​ໃນ​ວັດທະນະທຳ ​ແລະ ປະຫວັດສາດ​ແຫ່ງ​ການ​ຕໍ່ສູ້​ເພື່ອ​ເອກະລາດ ​ແລະ ສ້າງສາ​ປະ​ເທດ​ຊາດ​ຂອງ 2 ປະ​ເທດ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ. ນີ້​ກໍ່​ແມ່ນ​ຈຸດທີ່​ສະ​ແດງ​ໃຫ້​ເຫັນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ລະຫວ່າງ​ສອງ​ປະ​ເທດ ​ທີ່​ປະທານ ​ໂຮ່ຈີ​ມິນ ​ແລະ ປະທານ​ປະ​ເທດ Soekarno ​ໄດ້ສ້າງພື້ນ​ຖານໄວ້​ນັບ​ແຕ່​ຊຸມວັນທຳອິດທີ່ຍາດເອົາເອກະລາດ​.

ປະຈຸ​ບັນ, ສາຍພົວພັນ​ຮ່ວມ​ມື​ຂອງ​ປະຊາຊົນ​ ລະຫວ່າງ​ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ ນັບ​ມື້​ນັບ​ໄດ້​ຮັບ​ການຍູ້ແຮງດ້ວຍບັນດາ​ການ​ເຄື່ອນ​ໄຫວ​ຕົວ​ຈິງ ​ໃນ​ສະພາບ​ທີ່​ສອງ​ປະ​ເທດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຍ້ອນ​ໂລກ​ລະບາດ​ໂຄ​ວິດ-19. ​ໃນ​ປີ 2021 ​ແລະ 6 ​ເດືອນ​ຕົ້ນ​ປີ 2022, ສະຖານ​ກົງສຸນ​ໃຫຍ່ ອິນ​ໂດ​ເນ​ເຊຍ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ສົມທົບ​ກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່​ປະຊາຊົນ, ນັກທຸລະກິດ ​ແລະ ຊາວ​ໜຸ່ມ 2 ປະ​ເທດ. ເປີດກວ້າງ​ທິດ​ທາງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສອງ​ປະ​ເທດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ສອງ​ປະ​ເທດ​ເວົ້າ​ສະ​ເພາະ ແລະ ອາ​ຊຽນ ເວົ້າ​ລວມ.

ທ່ານ Agustaviano Sofjan ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ມານະ​​ພະຍາຍາມ​ເພື່ອ​ກາຍ​ເປັນ​ຂົວ​ຕໍ່​ທີ່​ເຂັ້ມ​ແຂງ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ​ລັດຖະບານກັບລັດຖະບານ; ວິສາຫະກິດກັບວິສາຫະກິດ ແລະ ປະຊາຊົນກັບປະຊາຊົນ. ກົງ​ສູນ​ໃຫຍ່ ອິນ​ໂດ​ເນ​ເຊຍ ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ນະຄອນ ​ໂຮ່ຈີ​ມິນ ​ເພີ່ມ​ທະວີ​ການ​ພົວພັນ​ທາງ​ການ​ທູດ​ຜ່ານ​ການ​ແລກປ່ຽນ​ວັດທະນະທຳ, ການ​ສຶກສາ ​ແລະ ອື່ນໆ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດໃຫ້​ປະຊາຊົນ​ສອງ​ປະ​ເທດ.

​ໃນ​ໂອກາດ​ນີ້, ຍັງ​ໄດ້​ຈັດ​ພິທີ​ມອບ​ລາງວັນ​ການ​ປະ​ກວດ “ສີສັນ​ວັດທະນະທຳ ອິນ​ໂດ​ເນ​ເຊຍ” ​ໃຫ້​ບັນດາ​ນັກ​ສຶກສາ​ບັນດາ​ມະຫາວິທະຍາ​ໄລ​ນະຄອນ ​ໂຮ່ຈີ​ມິນ ​ເພື່ອເປັນການ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ນັກສຶກສາໄດ້ຊອກຮູ້​ກ່ຽວ​ກັບ​ວັດທະນະທຳ​ອິນ​ໂດ​ເນ​ເຊຍ​ຢ່າງ​ເລິກ​ເຊິ່ງກ່ວາ​ອີກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.