ເຫດການ​ສາກົນ​ກ່ຽວ​ກັບການນໍາໃຊ້ກົນຈັກມຸ່ງ​ໄປ​ເຖິງ​ກະສິກຳ​ແບບ​ຍືນ​ຍົງ ຈະ​ດຳ​ເນີນ​ຢູ່​ນະຄອນ ​ເກີນ​ເທີ

14:13 | 19/08/2022

ຍສໝ - ​ເຫດການ​ສາກົນ​ກ່ຽວ​ກັບການນໍາໃຊ້ກົນຈັກຄົບຊຸດມຸ່ງ​ໄປ​ສູ່​ກະສິກຳ​ແບບ​ຍືນ​ຍົງ ​ແມ່ນ​ເຫດການທີ່ມີລັກສະນະແລກປ່ຽນການຄ້າ​ເຕັກ​ໂນ​ໂລ​ຊີ, ພິ​ເສດ​ແມ່ນ​ນໍາໃຊ້ກົນຈັກໃນຂົງເຂດ​ກະສິກຳ.

ຫວຽດ​ນາມ ແລະ ສ​ປ​ຊ ລົງ​ນາມ​ໃນ​ເອ​ກະ​ສານ ແຜນ​ແມ່​ບົດ​ຍຸດ​ທະ​ສາດ​ຮ່ວມ​ມື​ພັດ​ທະ​ນາ​ແບບ​ຍືນ​ຍົງ ໄລ​ຍະ 2022 – 2026 ຫວຽດ​ນາມ ແລະ ສ​ປ​ຊ ລົງ​ນາມ​ໃນ​ເອ​ກະ​ສານ ແຜນ​ແມ່​ບົດ​ຍຸດ​ທະ​ສາດ​ຮ່ວມ​ມື​ພັດ​ທະ​ນາ​ແບບ​ຍືນ​ຍົງ ໄລ​ຍະ 2022 – 2026
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍ​ແທງ​ເຊີນ ຈະ​ໄປ​ຢ້ຽມຢາມ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 27-29 ເມສາ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍ​ແທງ​ເຊີນ ຈະ​ໄປ​ຢ້ຽມຢາມ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 27-29 ເມສາ

ຫວ່າງແລ້ວນີ້, ຢູ່​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ເກີນ​ເທີ, ຄະນະ​ຈັດ​ຕັ້ງ​ເຫດການ​ໃຫ້​ຮູ້​ວ່າ: ​ເຫດການ​ສາກົນ​ກ່ຽວ​ກັບການນໍາໃຊ້ກົນຈັກ​ມຸ່ງ​ໄປ​ເຖິງ​ກະສິກຳ​ແບບ​ຍືນ​ຍົງ ຈະ​ດຳ​ເນີນ​ແຕ່​ວັນ​ທີ 24 – 26 ສິງຫາ ຢູ່​ນະຄອນ ​ເກີນ​ເທີ.

ເຫດການ​ສາກົນ​ກ່ຽວ​ກັບການນໍາໃຊ້ກົນຈັກມຸ່ງ​ໄປ​ເຖິງ​ກະສິກຳ​ແບບ​ຍືນ​ຍົງ ຈະ​ດຳ​ເນີນ​ຢູ່​ນະຄອນ ​ເກີນ​ເທີ
ບັນຍາກາດທີ່ການເຮັດວຽກ. ພາບ: TTXVN

​ເຫດການ​ສາກົນ​ກ່ຽວ​ກັບການນໍາໃຊ້ກົນຈັກຄົບຊຸດມຸ່ງ​ໄປ​ສູ່​ກະສິກຳ​ແບບ​ຍືນ​ຍົງ ​ແມ່ນ​ເຫດການທີ່ມີລັກສະນະແລກປ່ຽນການຄ້າ​ເຕັກ​ໂນ​ໂລ​ຊີ, ພິ​ເສດ​ແມ່ນ​ນໍາໃຊ້ກົນຈັກໃນຂົງເຂດ​ກະສິກຳ. ມີ 80 ວິ​ສາ​ຫະ​ກິດ​ພາຍ​ໃນ ​ແລະ ​ຕ່າງ​ປະ​ເທດ​ເຊັ່ນ ​ເຢຍ​ລະ​ມັນ, ອິນ​ເດຍ, ສ.​ເກົາ​ຫຼີ...; ເຈົ້າຂອງເຄື່ອງຈັກ, ຜູ້ສະໜອງການບໍລິການດ້ານກົນຈັກ,... ລົງທະບຽນເຂົ້າຮ່ວມງານວາງສະແດງ, ສະແດງເຕັກໂນໂລຢີ, ເຄື່ອງຈັກ ແລະ ອຸປະກອນຕ່າງໆ...

ນີ້​ແມ່ນ​ເຫດການ​ສາກົນ​ທີ່​ຈັດ​ຂຶ້ນ​ປະຈຳ​ປີ​ຢູ່​ບັນດາ​ປະ​ເທດ​ອາຊີ ​ເພື່ອ​ຊຸກຍູ້​ການປູກຝັງ​ກະສິກຳ​ແບບ​ຍືນ​ຍົງ​ຜ່ານ​ການ​ນຳ​ໃຊ້​ບັນດາມາດຕະການ​ເຕັກ​ໂນ​ໂລ​ຢີທີ່​ກ້າວໜ້າ ​ແລະ ທັນ​ສະ​ໄໝ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ Agritechnica Asia Live ດ້ວຍ​ຂະ​ໜາດ​ຂອງ​ຜູ້​ແທນ, ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ປະມານ 4.000 ຄົນ.

ບູນມີ

ເຫດການ
302 Found

Found

The document has moved here.