ຫວຽດນາມ ແລະ ເກຼັກ ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ

12:22 | 03/08/2022

ຕອນບ່າຍວັນທີ 01 ສິງຫາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ເກຼັກ Nikolaos Dendias ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ເພີ່ມທະວີການຮ່ວມມື້ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ ທີ່ ອີຢິບ ເພີ່ມທະວີການຮ່ວມມື້ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ ທີ່ ອີຢິບ
ບັນດາປະເທດ ອາຊຽນ+3 ຕ້ອງເປີດດ່ານຊາຍແດນໂດຍໄວ, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວ ແລະ ບັນດາການເຄື່ອນໄຫວໃນການຮ່ວມມືດ້ານເສດຖະກິດ, ການຄ້າ ບັນດາປະເທດ ອາຊຽນ+3 ຕ້ອງເປີດດ່ານຊາຍແດນໂດຍໄວ, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວ ແລະ ບັນດາການເຄື່ອນໄຫວໃນການຮ່ວມມືດ້ານເສດຖະກິດ, ການຄ້າ
ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ເກຼັກ Nikolaos Dendias (ພາບ: TTXVN)
ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ເກຼັກ Nikolaos Dendias (ພາບ: TTXVN)

ທ່ານປະທານປະເທດ ຫງວຽນຊວັນຟຸກ ຊົມເຊີຍ ເກຼັກ ທີ່ໄດ້ມອບຈຳນວນເງິນ 50.000 ເອີໂຣໃຫ້ກອງທຶນ Olympic ຫວຽດນາມ, ພ້ອມທັງຂອບໃຈ ເກຼັກ ໄດ້ໜູນຊ່ວຍວັກຊິນກັນໂລກລະບາດໂຄວິດ-19 ຈຳນວນ 250.000 ໂດສໃຫ້ແກ່ ຫວຽດນາມ ໃນທ້າຍປີ 2021. ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາສູງໝາກຜົນການເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດ 2 ທ່ານ ແລະ ສະເໜີໃຫ້ 2 ຝ່າຍຈົ່ງສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ເວທີປາໄສຫຼາຍຝ່າຍ ແລະ ສາກົນ; ສ້າງບາດກ້າວຫັນປ່ຽນຢ່າງແຮງໃນການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການປ້ອງກັນຊາດ, ຮ່ວມມືທ້ອງຖິ່ນ, ພົວພັນແລກປ່ຽນປະຊາຊົນ...; ຊຸກຍູ້ການເຈລະຈາລົງນາມໃນສັນຍາຂົນສົ່ງທາງທະເລໃນໄລຍະຈະມາເຖິງ.

ສ່ວນທ່ານລັດຖະມົນຕີການຕ່າງປະເທດ ເກຼັກ Nikolaos Dendias ໄດ້ແຈ້ງໃຫ້ທ່ານປະທານປະເທດ ຫງວຽນຊວັນຟຸກ ຊາບກ່ຽວກັບໝາກຜົນການເຈລະຈາທີ່ບັນລຸຜົນສຳເລັດກັບທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ, ໃນນັ້ນໄດ້ເປັນເອກະພາບຢ່າງສູງຕໍ່ທັດສະນະກ່ຽວກັບການເຄົາລົບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. 2 ຝ່າຍກໍ່ແລກປ່ຽນມາດຕະການຊຸກຍູ້ການຮ່ວມມື 2 ຝ່າຍໃນຂົງເຂດການເມືອງ - ການຕ່າງປະເທດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ, ວັດທະນະທຳ, ທ່ອງທ່ຽວ, ການຍົກຍ້າຍຜິດກົດໝາຍ.

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 01 ສິງຫາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ດຳເນີນການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ເກຼັກ Nikolaos Dendias.

ທີ່ການເຈລະຈາ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ສະເໜີໃຫ້ 2 ຝ່າຍສິ້ນສຸດການເຈລະຈາ, ກ້າວໄປເຖິງການລົງນາມໃນສັນຍາຂົນສົ່ງທາງທະເລ ແລະ ສັນຍາຫຼີກລ້ຽງການເກັບພາສີຊ້ອນ; ປາດຖະໜາວ່າ ເກຼັກ ຂົນຂວາຍສະຫະພາບ ເອີລົບ ຍົກເລີກບັດເຫຼືອງສຳລັບຜະລິດຕະພັນສິນໃນນ້ຳຂອງ ຫວຽດນາມ.

ສ່ວນທ່ານລັດຖະມົນຕີການຕ່າງປະເທດ Nikolaos Dendias ຢືນຢັນການສະໜັບສະໜູນ ຫວຽດນາມ ນຳແຮງງານໄປເຮັດວຽກຢູ່ ເກຼັກ ແລະ ຊຸກຍູ້ການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆຂອງ 2 ປະເທດ; ທ່ານສະແດງຄວາມປາດຖະໜາວ່າ ຈະກໍ່ສ້າງອະນຸສາວະລີປະທານ ໂຮ່ຈີມິນ ຢູ່ ເກຼັກ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ເກຼັກ Nikolaos Dendias (ພາບ: TTXVN)
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ເກຼັກ Nikolaos Dendias (ພາບ: TTXVN)

ຕອນບ່າຍວັນທີ 01 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ເກຼັກ Nikolaos Dendias ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ເຊັນດຽວກັນ. ທີ່ການຕ້ອງຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະໜີໃຫ້ ເກຼັກ ສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າ, ຜະລິດຕະພັນກະເສດຂອງ ຫວຽດນາມ ສຳຜັດກັບຕະຫຼາດ ເກຼັກ; ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ພວມດຳລົງຊີວິດ, ຮໍ່າຮຽນຢູ່ ເກຼັກ; ທ່ານປາດຖະໜາວ່າ 2 ປະເທດຈະຊຸກຍູ້ການຮ່ວມມືໃນການຂົງສົ່ງທາງທະເລ ແລະ ໃນຂົງເຂດການຄ້າ, ກະສິກຳ, ທ່ອງທ່ຽວ.

ສ່ວນທ່ານລັດຖະມົນຕີ Nikolaos Dendias ຢືນຢັນວ່າ, ຍາມໃດ ເກຼັກ ກໍຖືຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້; ສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ໃນການຮັບປະກັບຄວາມໝັ້ນຄົງ, ການເດີນເຮືອຢູ່ທະເລຢູ່ທະເລຕາເວັນອອກຢ່າງແຮງ ແລະ ບັນດາຝ່າຍເຄົາລົບຕາມບົດໝາຍສາກົນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.