ເຂດນິເວດທຳມະຊາດໂລກໜຸຍຈົ່ວ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມຂອງຫວຽດນາມ

08:35 | 11/08/2022

ໃນເດືອນ ເມສາທີ່ຜ່ານມາອົງການUnescoໄດ້ຮັບຮອງເຂດນິເວດທຳມະຊາດ ໜຸຍຈົ່ວຂຶ້ນກັບປ່າສາຫງວນແຫ່ງຊາດໜຸຍຈົ່ວເປັນເຂດນິເວດທຳມະຊາດໂລກ. ນີ້ແມ່ນແຫ່ງທີ່ມີບັນດາຄຸນຄ່າທາງດ້ານຊີວະນາໆພັນປ່າໄມ້, ທະເລດ້ວຍສັດພຶກສາຊາດທີ່ຫາຍາກຫຼາຍປະເພດ, ທິວທັດທຳມະຊາດຫຼາຍຮູບຫຼາຍສີແລະມີຄວາມເປັນເອກະລັກສະເພາະຂອງເຂດດິນຟ້າອາກາດແຫ້ງແລ້ງ ຢູ່ແຄມທະເລຂອງ ແຂວງນິງຖ້ວນ.

ແຂວງຮ່າຕິ້ງ ຈັດຕັ້ງຫຼາຍການເຄື່ອນໄຫວທີ່ມີຄວາມໝາຍ, ປະກອບສ່ວນເຮັດໃຫ້ສາຍໃຈ ຫວຽດນາມ-ລາວ ໝັ້ນແກ່ນຕື່ມອີກ ແຂວງຮ່າຕິ້ງ ຈັດຕັ້ງຫຼາຍການເຄື່ອນໄຫວທີ່ມີຄວາມໝາຍ, ປະກອບສ່ວນເຮັດໃຫ້ສາຍໃຈ ຫວຽດນາມ-ລາວ ໝັ້ນແກ່ນຕື່ມອີກ
ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະກຳປູເຈຍ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະກຳປູເຈຍ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ
ເຂດນິເວດທຳມະຊາດໂລກໜຸຍຈົ່ວ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມຂອງຫວຽດນາມ
ທັດສະນີຍະພາບເຂດປ່າສະຫງວນແຫ່ງຊດໜຸຍຈົ່ວ

ຈາກນະຄອນຟານຣາງ - ທາດຈ່າມແຂວງນິງຖ້ວນມຸ້ງໜ້າໄປສູ່ທະເລຕາມເສັ້ນທາງແຂວງຕໍ່ແຂວງ 702 ປະມານ 32 ກິໂລແມັດ ກໍ່ຈະຮອດເຂດປ່າສະຫງວນແຫ່ງຊດໜຸຍຈົ່ວ. ນີ້ແມ່ນເຂດນິເວດທຳມະຊາດໂລກພຽງແຫ່ງດຽວຢູ່ ຫວຽດນາມເປັນຕົວແທນໃຫ້ແກ່ລະບົບຊີວະປ່າໄມ້ແຫ້ງແລ້ງເຂດຮ້ອນດ້ວຍພືກສາຊາດ 1.514 ປະເພດແລະສັດ 345 ປະເພດ. ໃນນັ້ນມີພຶກສາຊາດ 54 ປະເພດແລະສັດຫາຍາກ 46 ປະເພດ ຄື: ທະນີຕີນດຳ, ປະກາລັງ... ທ່ານຫງວຽນຮວ່າງຈີ໊ ປະທານຄະນະກຳມະການແຫ່ງຊາດກ່ຽວກັບໂຄງການມະນຸດແລະນິເວດໃຫ້ຮູ້ວ່າ:

“ໜຸຍຈົ່ວແມ່ນໜຶ່ງໃນຈຳນວນເຂດນິເວດທຳມະຊາດໂລກ 11 ແຫ່ງຢູ່ ຫວຽດນາມ, ແຕ່ໃນຂອບເຂດທົ່ວໂລກລວມມີເຂດນິເວດທຳມະຊາດໂລກ 727 ແຫ່ງເຊິ່ງໄດ້ປາກົດມີຢູ່ 5 ທະວີບດ້ວຍ 131 ປະເທດ. ດັ່ງນັ້ນເມື່ອກຳນົດຍຸດທະສາດພັດທະນາມະນຸດແລະນິເວດກໍ່ຄືແຜນການກະທຳລີມາຂອງUnescoນັ້ນມີພຽງຄຳດຽວແລະຈື່ດີທີ່ສຸດແມ່ນເຂດນິເວດແຕ່ລະແຫ່ງກໍ່ແມ່ນຮູບແບບໜຶ່ງໃຫ້ແກ່ການພັດທະນາແບບຍືນຍົງ”.

ປ່າສະຫງວນແຫ່ງຊາດໜຸຍຈົ່ວ ຂຶ້ນກັບເມືອງນິງຫ໋າຍແຂວງນິງຖ້ວນມີສາມດ້ານຕິດກັບທະເລ. ຈຸດທີ່ເປັນເອກະລັກສະເພາະສ້າງເປັນປ່າສະຫງວນແມ່ນໂຄງປະກອບດ້ານທໍລະນີ. ດິນຢູ່ ໜຸຍຈົ່ວມີຫຼາຍປະເພດ, ທັດຊະນີຍະພາບຫຼາຍຮູບຫຼາຍສີ, ມີສາຍພູຫີນຍາວຢຽດ,ມີຕົ້ນໄມ້ຫຼາຍຕົ້ນຢູ່ແຄມຫ້ວຍນ້ຳລຳເຊ. ທາງທິດຕາເວັນອອກຂອງພູແມ່ນທະເລດ້ວຍອ່າວແລະຫາດຊາດທະເລສວຍງາມ... ນອກຈາກພູຈົ໊ວແອັງແລ້ວ, ເພື່ອເດີນທາງໄປພິຊິດທິວທັດທຳມະຊາດທຸກແຫ່ງແຂກທ່ອງທ່ຽວຕ້ອງຜ່ານຫຼາຍຈອມພູ, ອ້າຍຫງວຽນຢຸຍຮວ່າແຂກທ່ອງທ່ຽວຜູ້ໜຶ່ງໃຫ້ຮູ້ວ່າ:

“ເມື່ອມີໂອກາດມາຢາມເຂດດິນທີ່ເຕັມໄປດ້ວຍແດດແລະລົມນີ້ ຄອບຄົວພວກຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດ, ພິເສດເມື່ອໄປຢ້ຽມຊົມ ທັດສະນະສຶກສາຢູ່ເຂດປ່າສະຫງວນໜຸຍຈົ່ວກໍ່ຄືສະຖານທີ່ທ່ອງທ່ຽວຖ້ຳຣ໋າຍ, ອ່າວຫວິງຮີ, ຂ້າພະເຈົ້າເຫັນວ່າທິດທັດທຳມະຊາດຢູ່ແຫ່ງນີ້ ແມ່ນງົດງາມທີ່ສຸດ. ມາແຫ່ງນີ້ກໍ່ໄດ້ຊີມບັນດາເຍື່ອງອາຫານພິເສດເປັນຕົ້ນແມ່ນອາຫານທະເລຢູ່ ນິງຖ້ວນກໍ່ແຊບ, ລາຄາກໍ່ເໝາະສົມ”.

ເຂດນິເວດທຳມະຊາດໂລກໜຸຍຈົ່ວມີເນື້ອທີ່ກວ້າງໃຫຍ່ລວມທັງດິນຕໍ່ແຜ່ນແລະທະເລຂຶ້ນກັບແຂວງນິງຖ້ວນດ້ວຍຍອດເນື້ອທີ່ຫຼາຍກວ່າ106.646 ເຮັກຕາ. ໃນນັ້ນເຂດແກນກາງແມ່ນປ່າສະຫງວນແຫ່ງຊາດໜຸຍຈົ່ວ ມີເນື້ອທີ່ຫຼາຍກວ່າ 15.752 ເຮັກຕາ, ເຂດເຊື່ອມຕໍ່ນອນໃນບໍລິເວນເມືອງນິງຫ໋າຍ ເຂດ ຖ້ວນບັກ ແລະເຂດເຊື່ອມຕໍ່ນອນໃນບໍລິເວນນະຄອນຟານຣາງ - ທາດຈ່າມ ເມືອງ ນິງເຟືອກ . ທ່ານນາງຟ້າມທິແທັງເຮື່ອງຮອງຫົວໜ້າພະແນກວັດທະນະທຳກິລາແລະທ່ອງທ່ຽວແຂວງນິງຖ້ວນໃຫ້ຮູ້ວ່າ: ທາງແຂວງຈະພັດທະນາບັນດາຜະລິດຕະພັນທ່ອງທ່ຽວທາງອາກາດ ແລະ ທາງນ້ຳພ້ອມທັງສ້າງບັນດາລາຍການທ່ອງທ່ຽວທຳມະຊາດ ແລະ ບັນດາເຂດທ່ອງທ່ຽວຕາກອາກາດລະດັບສູງ ເປັນມິດກັບສິ່ງແວດລ້ອມ. ທ່ານນາງຟ້າມທິແທັງເຮື່ອງໃຫ້ຮູ້ວ່າ:

“ພະແນກວັດທະນະທຳກິລາແລະທ່ອງທ່ຽວຈະສືບຕໍ່ຊີ້ນຳສະຫະສະມາຄົມທ່ອງທ່ຽວກໍ່ຄືສົມທົບກັບບັນດາທ້ອງຖິ່ນ ເພື່ອເຮັດແນວໃດສ້າງໃຫ້ມີຫຼາຍຜະລິດຕະພັນທ່ອງທ່ຽວມີລັກສະນະແຂ່ງຂັນສູງ. ເຂດນີ້ມີອ່າວຫວິງຮີ ມີຫວ້ຍໂລ໋ໂອ, ມີຖ້ຳຣ໋າຍແລະປັດຈຸບັນນອນໃນສາຍທ່ອງທ່ຽວ ໂດຍແຂວງແລະຂະແໜງທ່ອງທ່ຽວພວມຈັດຕັ້ງເພື່ອດຶງດູດແຂກມາຢ້ຽມຊົມທັດສະນະສຶກສາ”.

ໄປຮອດເຂດໜຸຍຈົ່ວລຽບຕາມເສັ້ນທາງແຄມທະເລຈາກຫວີງຮີໄປຮອດບິ່ງບາ (ກາມແຣັງແຂວງແຄັ໊ງຮວ່າ) ແຂກທ່ອງທ່ຽວອາດຈະໄດ້ຄົ້ນຫາບັນດາຫາດຊາຍທະເລສວຍງາມດັ່ງໃນຝັນ. ເມື່ອຄ່ຳລົງມາໄປລຽບຕາມຝັ່ງທະເລຮູ້ສຶກເຢັນສະບາຍເມື່ອມຸ່ງສາຍຕາສູ່ອ່າວຫວິງຮີ, ຜູ້ຄົນທັງຫຼາຍອາດຈະເຫັນບັນດາດອກໄຟແຈ້ງສະຫວ່າງຈາກເຮືອຫາປາລຳຕ່າງໆ ຂອງຊາວປະມົງງາມຍິບຍັບມະຫັດສະຈັນ. ທິວທັດທະເລພູຜາປ່າໄມ້ຢູ່ອ່າວຫວິງຮີແມ່ນສະຫງົບງຽບ ອັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວທັງຫຼາຍ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.