ບຸນເຂົ້າປະດັບດິນ - ລະດູ​ຕອບບຸນແທນຄຸນ, ວັນ​ບຸນ​ໃຫຍ່​ຂອງ​ປີ​ຊາວ​ຫວຽດນາມ

16:43 | 14/08/2022

ຍສໝ - ບຸນເຂົ້າປະດັບດິນ - ລະດູ​ຕອບບຸນແທນຄຸນ ບໍ່ພຽງແຕ່ແມ່ນພິທີກຳ ຂອງພຸດທະສາສະນິກະຊົນ, ວັນບຸນຂອງບັນດາລູກຫຼານຂອງພຣະພຸດທະເຈົ້າ ເທົ່ານັ້ນ, ແຕ່ຍັງກາຍເປັນຄວາມງາມທາງດ້ານວັດທະນະທຳທີ່ເປັນມູນເຊື້ອ ຂອງຊາວ ຫວຽດນາມ.

ສານ​ສະ​ແດງ​ຄວາມ​ຊົມ​ເຊີຍ​ໃນ​ໂອ​ກາດສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຕີ​ມໍ ​ເລ​ສ​ເຕ ສານ​ສະ​ແດງ​ຄວາມ​ຊົມ​ເຊີຍ​ໃນ​ໂອ​ກາດສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຕີ​ມໍ ​ເລ​ສ​ເຕ
60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ລາວ: ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ແລກ​ປ່ຽນ​​ໂທ​ລະ​ເລກອວຍພອນ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ລາວ: ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ແລກ​ປ່ຽນ​​ໂທ​ລະ​ເລກອວຍພອນ

ດ້ວຍມູນເຊື້ອວັດທະນະທໍາຕອບບຸນແທນຄຸນຕໍ່ຄຸນງາມຄວາມດີພໍ່ແມ່, ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ, ບຸນເຂົ້າປະດັບດິນ ຂອງ​ພຸດທະ​ສາສະໜາ​ໄດ້​ປະສົມກົມກຽວ​ກັບ​ປັດຊະຍາ ​ແລະ ຮີດຄອງ​ປະ​ເພນີ​ຂອງ​ການ​ບູຊາ​ໃນ​ວັນ​ເພັງ​ເດືອນ 7 ຕາມຈັນທະປະຕິທິນ​ ເຊິ່ງແມ່ນ​ບຸນເຂົ້າປະດັບດິນ - ລະດູ​ຕອບບຸນແທນຄຸນ.

ບຸນເຂົ້າປະດັບດິນ - ລະດູ​ຕອບບຸນແທນຄຸນ, ວັນ​ບຸນ​ໃຫຍ່​ຂອງ​ປີ​ຊາວ​ຫວຽດນາມ
ບຸນເຂົ້າປະດັບດິນ - ລະດູ​ຕອບບຸນແທນຄຸນ, ວັນ​ບຸນ​ໃຫຍ່​ຂອງ​ປີ​ຊາວ​ຫວຽດນາມ. ພາບ: TTXVN

ພາຍຫຼັງ 2 ປີ​ຖືກຢຸດຕິຍ້ອນພະຍາດ​ໂຄ​ວິດ-19, ບັນດາກິດຈະກໍາຄວາມ​ເຊື່ອ​ຖື ​ແລະ​ ການ​ເຄື່ອນ​ໄຫວ​ທາງ​ສາສະໜາ​ຕ້ອງ​ຈຳກັດ​ການ​ເຕົ້າໂຮມ​ເພື່ອ​ຮັບປະກັນ​ລະບຽບ​ການ​ປ້ອງ​ກັນ ​ແລະ​ ຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ, ​ໃນ​ປີ​ນີ້, ບຸນເຂົ້າປະດັບດິນ ປະຕິທິນ​ພຸດ​ທະ​ສາສະໜາ 2566-​ 2022 ​ໄດ້​ກັບ​ຄືນ​ສູ່ຄວາມເບີກບານມ່ວນຊື່ນ​ຂອງ​ທຸກ​ຄົນ​.

ບຸນເຂົ້າປະດັບດິນ - ລະດູ​ຕອບບຸນແທນຄຸນ ບໍ່ພຽງແຕ່ແມ່ນພິທີກຳ ຂອງພຸດທະສາສະນິກະຊົນ, ວັນບຸນຂອງບັນດາລູກຫຼານຂອງພຣະພຸດທະເຈົ້າ ເທົ່ານັ້ນ, ແຕ່ຍັງກາຍເປັນຄວາມງາມທາງດ້ານວັດທະນະທຳທີ່ເປັນມູນເຊື້ອ ຂອງຊາວ ຫວຽດນາມ.

ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ສະ​ແດງ​ຮູ້ບຸນຄຸນ​ຕໍ່​ປະ​ເທດ​ຊາດ, ​ພີ່ນ້ອງ​ຮ່ວມ​ຊາດ, ລະນຶກ​ເຖິງ​ການ​ເສຍສະຫຼະ​ອັນ​ສູງ​ສົ່ງ​ຂອງ​ຄົນຮຸ່ນກ່ອນ, ວິລະ​ຊົນ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະຄວາມ​ຜາ​ສຸກ​ຂອງ​ບັນດາ​ເຜົ່າ.

ບຸນເຂົ້າປະດັບດິນ - ລະດູ​ຕອບບຸນແທນຄຸນ ໄດ້​ກາຍ​ເປັນ​ຈຸດ​ວັດ​ທະ​ນະ​ທຳ​ທີ່ເປັນມູນເຊື້ອ ​ຂອງ​ຊາວ​ຫວຽດ​ນາມ ນັບ​ພັນ​ປີ.

ບູນມີ

ເຫດການ
302 Found

Found

The document has moved here.