VUFO ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ ສຳ​ນັກ​ພິມ​ຈຳ​ໜ່າຍ​ການ​ເມືອງ​ແຫ່ງ​ຊາດ ຊຶ​ເທິດ

18:46 | 11/08/2022

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 9 ສິງຫາ, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ (VUFO) ​ໄດ້​ຈັດ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກັບ​ສຳນັກ​ພິມ​ຈຳໜ່າຍ​ການ​ເມືອງ​ແຫ່ງ​ຊາດຊຶ​ເທິດ.

ກວາງ​ຫງາຍ ເຂົ້າ​ຮ່ວມ​ການ​ສົ່ງ​ເສີມ​ການ​ຄ້າ, ການ​ລົງ​ທຶນ ແລະ ການ​ຮ່ວມ​ມື​ຢູ່ ຍີ່​ປຸ່ນ ກວາງ​ຫງາຍ ເຂົ້າ​ຮ່ວມ​ການ​ສົ່ງ​ເສີມ​ການ​ຄ້າ, ການ​ລົງ​ທຶນ ແລະ ການ​ຮ່ວມ​ມື​ຢູ່ ຍີ່​ປຸ່ນ
ຫວຽດນາມ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ຮຸງ​ກາ​ລີ ຫວຽດນາມ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ຮຸງ​ກາ​ລີ
VUFO ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ ສຳ​ນັກ​ພິມ​ຈຳ​ໜ່າຍ​ການ​ເມືອງ​ແຫ່ງ​ຊາດ ຊຶ​ເທິດ
ພິ​ທີ​ລົງ​ນາມ​ລະ​ຫວ່າງ​ສອງ​ຝ່າຍ

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ ຮສ.ປອ. ຟ້າ​ມມິງ​ຕ໋ວນ, ຫົວໜ້າ​ບັນນາທິການ​ໃຫຍ່​ສຳ​ນັກ​ພິມ​ຈຳ​ໜ່າຍການ​ເມືອງ​ແຫ່ງ​ຊາດຊື້​ເທິດ ຢືນຢັນ​ວ່າ: ການ​ພິມ​ຈຳໜ່າຍ​ປຶ້ມ​ແມ່ນ​ຮັບ​ໃຊ້​ການ​ຜັນ​ຂະ​ຫຍາຍແຜນ​ນະ​ໂຍ​ບາຍ, ​ແນວທາງ​ຂອງ​ພັກ, ​ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​​ປະຊາຊົນ, ປະກອບສ່ວນ​ເພີ່ມ​ທະວີ ​ແລະ ​ເປີດ​ກວ້າງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ​ປະຊາຊົນ​ບັນດາ​ປະ​ເທດ, ຍົກ​ສູງ​ພາບ​ພົດ ​ແລະ ທີ່​ຕັ້ງ​ສາກົນ​ຂອງ​ຫວຽດນາມ.

​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ສຳນັກ​ພິມຈຳ​ໜ່າຍ​ການ​ເມືອງ​ແຫ່ງ​ຊາດ​ຊື້​ເທິດ​ໄດ້​ຈັດ​ຕັ້ງຮຽບ​ຮຽງ, ພິມ​ຈຳ​ໜ່າຍ ​ແລະ ນຳ​ສະ​ເໜີ​​​ໃຫ້​ທ່ານ​ຜູ້​ອ່ານດ້ວຍເອກະສານ​ທີ່​ມີ​ຄ່າຫຼາຍ​ສະ​ບັບຂອງບັນດາ​ການ​ນຳ​ຂອງ​ພັກ, ລັດ, ຄະນະ​ກຳມະການ​ການ​ຕ່າງປະ​ເທດ​ສູນ​ກາງ, ກະຊວງ​ການ​ຕ່າງປະ​ເທດ, ບັນດາ​ອົງການ​ການ​ເມືອງ​ສັງຄົມ, ນັກວິທະຍາສາດ ​ແລະ ບັນດາ​ຜູ້​ຊ່ຽວຊານ​ດ້ານ​ການ​ທູດ​ຂອງ​ພັກ, ການ​ທູດ​ແຫ່ງ​ລັດ, ການ​ທູດ​ປະຊາຊົນ ເຊິ່ງລ້ວນ​ແຕ່ໄດຮັບການ​ຕີ​ລາຄາ​ສູງ​ຈາກ​ຜູ້​ອ່ານ.

ເນັ້ນໜັກວ່າ VUFO ແມ່ນອົງການໜຶ່ງທີ່ເຮັດວຽກດ້ານການເມືອງພົວພັນຕ່າງປະເທດ ແລະ ເປັນພາກສ່ວນໜຶ່ງຂອງກຳລັງການຕ່າງປະເທດ​ວິ​ຊາ​ສະ​ເພາະຂອງຫວຽດນາມ, ທ່ານ ຮສ.ປອ. ຟ້າມ​ມິງ​ຕວນ ເຊື່ອ​ໝັ້ນ​ວ່າ, ການ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ການ​ຮ່ວມ​ມື​ລະ​ຫວ່າງ​ສຳ​ນັກ​ພິມ​ຈຳ​ໜ່າຍ ແລະ VUFO ຈະ​ຊ່ວຍ​ໃຫ້ 2 ອົງ​ການ​ຍົກ​ສູງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກຳ​ລັງ​ແຮງ, ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ.

​ເພື່ອ​ໃຫ້​ໂຄງການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ, ທ່ານ ຮສ.ປອ. ຟ້າ​ມມິ​ງຕວນ ກໍ່​ສະ​ເໜີ​ບັນດາ​ຫົວໜ່ວຍ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ເປັນຜູ້​ເຊື່ອມ​ຕໍ່, ສ້າງ​ແຜນການ​ສົມທົບ​ກັນ​​ຢ່າງລະ​ອຽດ​ໃນ​ປີ 2022 ​ແລະ ຍື່ນ​ສະ​ເໜີ​ໃຫ້​ບັນດາ​ການ​ນຳ​ຂອງ 2 ອົງການ​ຮັບຮອງ​ເອົາ ​ແລະ ຜັນ​ຂະຫຍາຍ.

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ​ປະທານ VUFO ຫງວຽນ​ເຟືອງ​ງາ ກໍ່​ຖື​ວ່າ: ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ແມ່ນ​ຂີດ​ໝາຍ​ສຳຄັນ, ​ແມ່ນ​ຈຸດ​ເລີ່​ມຕົ້ນ​ຂອງ​ການ​ພົວພັນ​ຮ່ວມ​ມື​ໄລຍະ​ຍາວ​ລະຫວ່າງ 2 ອົງການ.

ທ່ານ​ນາງ ຫງວຽນ​ເຟືອງ​ງາ ຢືນຢັນ​ວ່າ: “ສຳ​ນັກ​ພິມ​ຈຳ​ໜ່າຍ​​ການ​ເມືອງ​ແຫ່ງ​ຊາດ​ຊື້​ເທິດ​ແມ່ນ “ປີກນົກ” ຂອງ​ຂະ​ແໜງ​ການ​ພິມ​ຈຳໜ່າຍ​ຫວຽດນາມ, ​ແມ່ນ​ຫົວໜ່ວຍ​ຫຼັກ​ແຫຼ່ງ​ໃນ​ການ​ພິມຈຳ​ໜ່າຍ​ປື້ມ​ດ້ານ​ການ​ເມືອງ, ທິດ​ສະ​ດີ, ກົດໝາຍ ​ແລະ ແນວຄິດ ​ໂຮ່ຈິ​ມິນ.

ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ການ​ຮ່ວມ​ມື​ລະ​ຫວ່າງ​ສຳ​ນັກ​ພິມ​ຈຳ​ໜ່າຍ ແລະ ອົງ​ການ​ສະ​ເພາະ​ກິດ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ຊາ​ຊົນ​ຄື VUFO ຈະ​ປະ​ກອບ​ສ່ວນ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫວຽດ​ນາມອອກສູ່​ໂລກ ແລະ ຮັບເອົາແບບມີການເລືອກ​ເຟັ້ນ​ສິ່ງ​ຢອດ​ຢ້ຽມ​ດ້ານວັດ​ທະ​ນະ​ທຳ​ຂອງບ​ັນ​ດາ​ປະ​ເທດ ຜ່ານ​ບັນ​ດາ​ເອ​ກະ​ສານ​ຂອງ​ສຳ​ນັກ​ພິມຈຳ​ໜ່າຍ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ​ລະຫວ່າງ​ປະຊາຊົນ​ຫວຽດນາມ ​ແລະ ປະຊາຊົນ​ໃນ​ໂລກ”.

ຕາມທ່ານນາງປະທານ VUFO ແລ້ວ, ພິທີລົງນາມໃນບົດບັນທຶກຊ່ວຍຈຳແມ່ນຈຸດເລີ່ມຕົ້ນໃໝ່ໃຫ້ແກ່ການພົວພັນຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ VUFO ແລະ ສຳນັກພິມຈຳໜ່າຍຄວາມຈິງການເມືອງແຫ່ງຊາດໃນໄລຍະຈະມາເຖິງ.

2 ຝ່າຍ​ຈະ​ສຸມ​ໃສ່​ບັນດາ​ເນື້ອ​ໃນ​ທີ່​ເປັນ​ກຳລັງ​ແຮງ​ຂອງ​ແຕ່ລະ​ຝ່າຍ ​ເຊັ່ນ: ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໂຄສະນາ​ເຜີຍ​ແຜ່, ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ, ກອງ​ປະຊຸມ​ສຳ​ມະ​ນາ, ​ເວທີ​ປາ​ໄສ​ວິທະຍາສາດ; ຄົ້ນຄວ້າ, ສັງລວມ, ແກ້ໄຂ, ຕີລາຄາ, ປັບປຸງ, ພິມຈຳໜ່າຍປື້ມ ແລະ ເອກະສານຕ່າງໆ ຮັບໃຊ້ໃຫ້ຄຳປຶກສາ ແລະ ຄົ້ນຄວ້າວຽກງານການ​ເຄື່ອນ​ໄຫວການ​ທູດ​ປະ​ຊາ​ຊົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.