ຫວຽດນາມ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ຮຸງ​ກາ​ລີ

09:06 | 31/07/2022

ຍ​ສ​ໝ - ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງທີ່ ຮຸງ​ກາຣີ ຖື ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ບຸລິມະສິດ​ໃນ​ນະ​ໂຍບາຍ​ໜູນ​ຊ່ວຍ​ການ​ພັດທະນາ​ສາກົນ (ODA) ດ້ວຍ​ຄຳ​ໝັ້ນ​ສັນຍາ​ບ້ວງ​ເງິນ​ກູ້ 440 ລ້ານ​ເອີ​ໂຣ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ບຸລິມະສິດ​ຂອງ 2 ປະ​ເທດ, ​ແບບ​ຢ່າ​ງ​ຄື​​ໂຮງໝໍ​ກ້ອ​ນເບົ້າ ເກິນ​ເທີ, ພວມ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຕັ້ງໜ້າ.

ຫວຽດ​ນາມ ຢາກ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມືຫຼາຍ​ດ້​ານ​ກັບ ຮຸງ​ກາ​ຣີ ຫວຽດ​ນາມ ຢາກ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມືຫຼາຍ​ດ້​ານ​ກັບ ຮຸງ​ກາ​ຣີ
ມອບຫຼຽ​ນ​ໄຊ​ມິດ​ຕະ​ພາບ​ໃຫ້​ ​ທ່ານ Ory Csaba ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຮຸງ​ກາ​ຣີ ປະ​ຈຳ ຫວຽດ​ນາມ ມອບຫຼຽ​ນ​ໄຊ​ມິດ​ຕະ​ພາບ​ໃຫ້​ ​ທ່ານ Ory Csaba ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຮຸງ​ກາ​ຣີ ປະ​ຈຳ ຫວຽດ​ນາມ
ຫວຽດນາມ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ຮຸງ​ກາ​ລີ

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກໃຫ້ ຕ້ອນຮັບທ່ານເອກອັກຄະລັດຖະທູດ ຮຸງກາຣີ Ory Csaba

(ພາບ: TTXVN)

ຕອນບ່າຍວັນທີ 28 ກໍລະກົດ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຮຸງກາຣີ Ory Csaba ເຂົ້​າ​ຢ້ຽມ​ອຳ​ລາ​ເນື່ອງໃນໂອກາດສິ້ນ​ສຸດອາຍຸ​ການ​ເຮັດ​ວຽກ​ຢູ່​ຫວຽດນາມ, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນຢ່າງ​ຕັ້ງ​ໜ້າ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ປະທານ​ປະ​ເທດ​ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ຮຸງ​ກາຣີ - ຄູ່​ຮ່ວມ​ມື​ຮອບດ້ານ​ທຳ​ອິດ​ຂອງ ຫວຽດນາມ ​ໃນ​ບັນດາ​ເພື່ອນ​ມິດທີ່ເປັນມູນເຊື້ອ​ຢູ່​ເອີ​ລົບ​ຕາ​ເວັນ​ອອກ​ກາງ.

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງທີ່ ຮຸງ​ກາຣີ ຖື ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ບຸລິມະສິດ​ໃນ​ນະ​ໂຍບາຍ​ໜູນ​ຊ່ວຍ​ການ​ພັດທະນາ​ສາກົນ (ODA) ດ້ວຍ​ຄຳ​ໝັ້ນ​ສັນຍາ​ບ້ວງ​ເງິນ​ກູ້ 440 ລ້ານ​ເອີ​ໂຣ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ບຸລິມະສິດ​ຂອງ 2 ປະ​ເທດ, ​ແບບ​ຢ່າ​ງ​ຄື​​ໂຮງໝໍ​ກ້ອ​ນເບົ້າ ເກິນ​ເທີ, ພວມ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຕັ້ງໜ້າ. ທ່ານ​ປະທານ​ປະ​ເທດ​ກໍ່​ໃຫ້​ຮູ້​ວ່າ, ຮຸງ​ກາຣີ ​ໄດ້​ມອບ​ທຶນ​ສຶກສາ 200 ທຶນ​ໃຫ້​ແກ່​ນັກ​ສຶກສາ​ຫວຽດນາມ ​ໃນ​ແຕ່ລະ​ປີ, ປະກອບສ່ວນ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ ​ໂດຍ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ ນຳ​ໃຊ້​ຢ່າງເຖິງຖອງ ​ແລະ ມີ​ປະສິດທິ​ຜົນ. ຫວຽດນາມ ກໍ່​ພວມສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ສ້າງ​ຕັ້ງ​ສູນ​ວັດທະນະທຳ ​ແລະ ປະຊາ​ຄົມ​ຊາວ​ຮຸງ​ກາຣີ ຢູ່ ຮ່າ​ໂນ້ຍ ​ໂດຍ​ໄວ, ​ເພື່ອ​ເປັນ​ຂົວ​ຕໍ່​ໃຫ້​ແກ່​ການ​ແລກປ່ຽນ​ປະຊາຊົນ​ລະຫວ່າງ 2 ປະ​ເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.