ການພົບປະສ້າງສັນສະເຫຼີມສະຫຼອງ 27 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ

12:24 | 07/08/2022

ນັບແຕ່ເວລາ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ ກ່ອນນີ້ 27 ປີ, ນີ້ແມ່ນໄລຍະເວລາທີ່ມີຄວາມໝາຍທີ່ສຸດສຳລັບ ຫວຽດນາມ ແລະ ອາຊຽນ ໃນໄລຍະທາງແຫ່ງການສ້າງປະຊາຄົມ ອາຊຽນ ວິໄສທັດຮອດປີ 2025.

ຄູອາຈານຫວຽດນາມ 27 ຄົນ ຮັບໜ້າທີ່ໄປສອນພາສາຫວຽດນາມຢູ່ປະເທດລາວ ຄູອາຈານຫວຽດນາມ 27 ຄົນ ຮັບໜ້າທີ່ໄປສອນພາສາຫວຽດນາມຢູ່ປະເທດລາວ
ກວາງນິງ ເຊື່ອມຕໍ່ຖ້ຽວບິນການຄ້າ ກັບນະຄອນໂຮ່ຈິມິນ ຄືນໃໝ່ ແຕ່ວັນທີ 27 ຕຸລາ ກວາງນິງ ເຊື່ອມຕໍ່ຖ້ຽວບິນການຄ້າ ກັບນະຄອນໂຮ່ຈິມິນ ຄືນໃໝ່ ແຕ່ວັນທີ 27 ຕຸລາ
ທ່ານນາງ ຟານທິຮົ່ງຊວນ, ປະທານສະມາຄົມມິດຕະພາບ ຫວຽດນາມ - ອາຊຽນ ນະຄອນໂຮ່ຈີມິນ (ພາບ: TTXVN)
ທ່ານນາງ ຟານທິຮົ່ງຊວນ, ປະທານສະມາຄົມມິດຕະພາບ ຫວຽດນາມ - ອາຊຽນ ນະຄອນໂຮ່ຈີມິນ (ພາບ: TTXVN)

ຕອນເຊົ້າວັນທີ 5 ສິງຫາ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ ໄດ້ຈັດ ການພົບປະສ້າງສັນ ເນື່ອງໃນໂອກາດສະເຫຼີມສະຫຼອງ 27 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ສະມາຄົມປະຊາຊາດບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (28/7/1995 – 28/7/2022) ແລະ 55 ປີແຫ່ງວັນສ້າງຕັ້ງ ສະມາຄົມປະຊາຊາດບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) (8/8/1967 – 8/8/2022).

ກ່າວຄຳເຫັນທີ່ພິທີ, ທ່ານນາງ ຟານທິຮົ່ງຊວນ, ປະທານສະມາຄົມມິດຕະພາບ ຫວຽດນາມ - ອາຊຽນ ນະຄອນໂຮ່ຈີມິນ ໄດ້ເນັ້ນໜັກວ່າ: ນັບແຕ່ເວລາ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ ກ່ອນນີ້ 27 ປີ, ນີ້ແມ່ນໄລຍະເວລາທີ່ມີຄວາມໝາຍທີ່ສຸດສຳລັບ ຫວຽດນາມ ແລະ ອາຊຽນ ໃນໄລຍະທາງແຫ່ງການສ້າງປະຊາຄົມ ອາຊຽນ ວິໄສທັດຮອດປີ 2025.

ທີ່ການພົບປະສ້າງສັນ, ໂດຍຕາງໜ້າຄະນະກົງສູນບັນດາປະເທດ ອາຊຽນ ຢູ່ນະຄອນ ໂຮ່ຈີມິນ, ທ່ານ Sok Dareth - ຫົວໜ້າສະຖານກົງສູນໃຫຍ່ ລາຊະອານາຈັກ ກຳປູເຈຍ ປະຈຳນະຄອນໂຮ່ຈີມິນ ໄດ້ເນັ້ນໜັກວ່າ: ນັບແຕ່ເມື່ອເຂົ້າເປັນສະມາຊິກ ອາຊຽນ, ຫວຽດນາມ ນັບມື້ນັບສະແດງໃຫ້ເຫັນການເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງກຸ່ມ ອາຊຽນ ກໍ່ຄືຂອງປະຊາຄົມສາກົນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.