ນັກຮຽນ ເດນມາກ ຊອກຮູ້ກ່ຽວກັບປະຫວັດສາດ, ວັດທະນະທໍາ ຫວຽດນາມ

15:07 | 07/07/2022

ຍສໝ-ສະຖານທູດ ຫວຽດນາມ ປະຈໍາ ເດນມາກ ໄດ້ຈັດຕັ້ງການຕ້ອນຮັບ ແລະ ພົບປະແລກປ່ຽນກັບຄະນະນັກຮຽນໂຮງຮຽນມັດທະຍົມປາຍ Birkerød Gymnasium ຂອງ Copenhagen 30 ຄົນ.

ນັກຮຽນ 1 ລ້ານຄົນ ຕັ້ງແຕ່ ຊັ້ນອະນຸບານ ຫາ ຊັ້ນ ມ1 ຢູ່ນະຄອນໂຮ່ຈີມິນ ກັບຄືນໄປໂຮງຮຽນ ນັກຮຽນ 1 ລ້ານຄົນ ຕັ້ງແຕ່ ຊັ້ນອະນຸບານ ຫາ ຊັ້ນ ມ1 ຢູ່ນະຄອນໂຮ່ຈີມິນ ກັບຄືນໄປໂຮງຮຽນ
ນັກຮຽນ​ຮູ້ໂລກ​ຕີ​ລາຄາ​ສູງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ນັກຮຽນ​ຮູ້ໂລກ​ຕີ​ລາຄາ​ສູງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ
ນັກຮຽນ ເດນມາກ ຊອກຮູ້ກ່ຽວກັບປະຫວັດສາດ, ວັດທະນະທໍາ ຫວຽດນາມ

ນັກ​ຮຽນຂອງ​ໂຮງຮຽນ​ມັດທະຍົມ Birkerød Gymnasium ໄປ​ຢ້ຽມ​ຊົມ​ສະຖານທີ່ວາງສະແດງຮູບ​ພາບ ( ພາບ: TTXV )

ໂດຍການສະແດງຄວາມຍິນດີຕ້ອນຮັບບັນດານັກຮຽນທີ່ມາຢ້ຽມຢາມສະຖານທູດ, ທ່ານເອກອັກຄະລັດຖະທູດ ເລືອງແທັງຫງິ ໄດ້ແນະນໍາບາງຈຸດສໍາຄັນກ່ຽວກັບປະຫວັດສາດ, ວັດທະນະທໍາ ຫວຽດນາມ, ແຕ່ລະບາດກ້າວ​ໃນການພັດທະນາ​ຂອງ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ ຫວຽດນາມ ​ແລະ ​ເດນມາກ ໃນໄລຍະເວລາຜ່ານມາ. ທ່ານ​ເອກ​ອັກຄະ​ລັດຖະທູດ ກໍ​ໄດ້ສະແດງຄວາມ​ຊົມ​ເຊີຍ​ ບັນດາ​ນັກຮຽນ​ທີ່​ຮຽນ​ຈົບ​ມັດທະຍົມ​ຕອນ​ປາຍ, ກ້າວ​ເຂົ້າ​ສູ່ການເດີນທາງ​ໃໝ່ໃນ​ຂ້າງໜ້າ ​ແລະ ຫວັງ​ວ່າ​ລຸ້ນໜຸ່ມ​ຂອງ​ສອງ​ປະ​ເທດ​ຈະ​ເພີ່ມ​ທະວີ​ການ​ພົບປະແລກປ່ຽນ, ປະກອບສ່ວນ​ເຂົ້າໃນການຊຸກຍູ້​ຄວາມ​ເຂົ້າ​ໃຈເຊິ່ງກັນແລະກັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ຢູ່​ທີ່​ນີ້, ນັກ​ຮຽນຂອງ​ໂຮງຮຽນ​ມັດທະຍົມ Birkerød Gymnasium ​ກໍໄດ້​ໄປ​ຢ້ຽມ​ຊົມ​ສະຖານທີ່ວາງສະແດງຮູບ​ພາບທີ່​ແນະນຳກ່ຽວກັບ​ວັດທະນະທຳ, ປະຫວັດສາດ​​ບັນດາ​ທ້ອງຖິ່ນ​ຂອງ ​ຫວຽດນາມ ​ແລະ ​ໄດ້​ຊີມ​ລົດ​ຊາດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​​ອາ​ຫານ​ທີ່​ມີ​ຊື່​ສຽງຂອງຫວຽດນາມ ​ ​ຄື ຢໍ່​ຈືນ, ​ພັນຢໍ່, ​ຢໍ່ຈ໊າ... ນັກຮຽນກໍສະແດງຄວາມຕື້ນຕັນໃຈ​ທີ່​ໄດ້​ມາ​ຢ້ຽມຢາມ​ເປັນ​ຄັ້ງ​ທຳ​ອິດ ​ແລະ ຮູ້ສຶກ​ໄດ້​ເຖິງບັນຍາກາດ​ອັນ​ອົບ​ອຸ່ນ ​ແລະ ການ​ຕ້ອນຮັບ​ຢ່າງ​ສະໜິດສະໜົມ​ຂອງ​ພະນັກງານ​ສະຖານທູດ.

ນ້ອງນັກຮຽນກໍຍັງໄດ້ໃຫ້ຮູ້ວ່າ ນີ້ແມ່ນກິດຈະກຳທີ່ໜ້າຈົດຈຳ ແລະ ມີຄວາມໝາຍຫຼາຍໃນບັນດາກິດຈະກໍາເພື່ອ​ສະ​ເຫຼີມ​ສະ​ຫຼອງ​ການ​ຮຽນ​ຈົບ​ໂຮງ​ຮຽນ​ມັດ​ທະ​ຍົມປາຍ ເຊິ່ງມີລັກສະນະເປັນມູນເຊື້ອທີ່ຂາດບໍ່ໄດ້ຂອງນັກຮຽນຊາວເດນມາກ.

ຫອມມາລາ

ເຫດການ
302 Found

Found

The document has moved here.