ນັກຮຽນ 1 ລ້ານຄົນ ຕັ້ງແຕ່ ຊັ້ນອະນຸບານ ຫາ ຊັ້ນ ມ1 ຢູ່ນະຄອນໂຮ່ຈີມິນ ກັບຄືນໄປໂຮງຮຽນ

15:24 | 16/02/2022

ຍສໝ - ຕອນ​ເຊົ້າ​ວັນ​ທີ 14 ກຸມພາ​ນີ້, ນັກຮຽນ​ອະນຸບານ, ປະຖົມ ​ແລະ ຊັ້ນ ມ1 ຈຳນວນ 1 ລ້ານ​ກວ່າ​ຄົນ​ຢູ່​ນະຄອນ​ໂຮ່ຈີ​ມິນ ​ໄດ້​ກັບ​ຄືນ​ໄປ​ໂຮງຮຽນ​ຢ່າງ​ເປັນ​ທາງ​ການ ​ພາຍຫຼັງ 9 ​ເດືອນ​ຮຽນ​ອອນ​ລາຍ​ຢູ່​ບ້ານ​ ເພື່ອ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ພະຍາດ​ໂຄ​ວິດ-19.

ນະຄອນໂຮ່ຈິມິນ ພັດທະນາຍຸດທະສາດການດູແລຄົນເຈັບຫຼັງໂຄວິດ-19 ໂດຍອີງໃສ່ຕົວແບບທາດ 3 ຊັ້ນ ນະຄອນໂຮ່ຈິມິນ ພັດທະນາຍຸດທະສາດການດູແລຄົນເຈັບຫຼັງໂຄວິດ-19 ໂດຍອີງໃສ່ຕົວແບບທາດ 3 ຊັ້ນ
ນັກຮຽນ​ຮູ້ໂລກ​ຕີ​ລາຄາ​ສູງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ນັກຮຽນ​ຮູ້ໂລກ​ຕີ​ລາຄາ​ສູງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ
ນັກຮຽນ 1 ລ້ານຄົນ ຕັ້ງແຕ່ ຊັ້ນອະນຸບານ ຫາ ຊັ້ນ ມ1 ຢູ່ນະຄອນໂຮ່ຈີມິນ ກັບຄືນໄປໂຮງຮຽນ
ນັກຮຽນ 1 ລ້ານຄົນ ຕັ້ງແຕ່ ຊັ້ນອະນຸບານ ຫາ ຊັ້ນ ມ1 ຢູ່ນະຄອນໂຮ່ຈີມິນ ກັບຄືນໄປໂຮງຮຽນ. (ພາບ: TTXVN)

ນັກຮຽນແຕ່ຊັ້ນ ມ2 ຫາ ມ7 ຢູ່ໃນຕົວເມືອງ ໄດ້ເຂົ້າໂຮງຮຽນກ່ອນນີ້ແລ້ວ. ນັກຮຽນໃນຊັ້ນອະນຸບານ, ປະຖົມ ແລະ ຊັ້ນ ມ1 ແມ່ນກຸ່ມອາຍຸທີ່ຍັງບໍ່ທັນໄດ້ສັກຢາປ້ອງກັນພະຍາດໂຄວິດ-19, ເຊິ່ງເປັນກຸ່ມນັກຮຽນທີ່ນະຄອນໂຮ່ຈິມິນ ອະນຸຍາດໃຫ້ກັບຄືນໄປໂຮງຮຽນຄັ້ງຫຼ້າສຸດ. ​ເຖິງ​ແມ່ນ​ວ່າ ​ຍັງ​ມີ​ຄວາມ​ວິຕົກ​ກັງວົນ​ຍ້ອນ​ພະຍາດ​ລະບາດ, ​ແຕ່​ພໍ່​ແມ່​ສ່ວນ​ຫຼາຍ​ກ່າວ​ວ່າ ​ເຂົາ​ເຈົ້າ​ຢາກ​ໃຫ້​ລູກ​ກັບ​ໄປ​ໂຮງຮຽນ. ນັກຮຽນຫຼາຍຄົນ ສະແດງຄວາມກະຕືລືລົ້ນ ທີ່ໄດ້ກັບໄປໂຮງຮຽນ, ໄດ້ພົບກັບຄູອາຈານ ແລະ ຫມູ່ເພື່ອນຂອງພວກເຂົາ.

ຕາມ​ພະ​ແນ​ກສຶກສາ ​ແລະ ບຳລຸງ​ສ້າງນະຄອນໂຮ່ຈີ​ມິນ, ກ່ວາ 80% ຂອງ​ພໍ່​ແມ່​ນັກຮຽນ​ຊັ້ນ​ປະຖົມ ​ແລະ ເກືອບ 70% ​ແມ່ນ​ພໍ່​ແມ່​ນັກຮຽນ​ອາຍຸ 3 ຫາ 6 ປີ ​ໄດ້​ຈົດ​ທະບຽນໃຫ້​ລູກໄປ​ເຂົ້າ​ໂຮງຮຽນ​ໃນ​ຄັ້ງ​ນີ້.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.