ນັບແຕ່ວັນທີ 1 ພະຈິກ, ແຂວງກວ໋າງນິງ ອະນຸຍາດໃຫ້ຕ້ອນຮັບນັກທ່ອງທ່ຽວຕ່າງແຂວງ

06:25 | 03/11/2021

ທ່ານນາງ ຟ້າມງອກທຸ້ຍ ຫົວໜ້າພະແນກທ່ອງທ່ຽວແຂວງກວ໋າງນິງ ໃຫ້ຮູ້ວ່າ ນັບແຕ່ວັນທີ 1 ພະຈິກ, ແຂວງກວ໋າງນິງ ອະນຸຍາດໃຫ້ຮາກຖານດໍາເນີນທຸລະກິດບໍລິການທ່ອງທ່ຽວຕ້ອນຮັບນັກທ່ອງທ່ຽວຕ່າງແຂວງດ້ວຍເງື່ອນໄຂບັນດາຮາກຖານເຫຼົ່ານີ້ຕ້ອງປະຕິບັດມາດຕະຖານກ່ຽວກັບຄວາມປອດໄພໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະອະນຸຍາດໃຫ້ຕ້ອນຮັບແຂກທີ່ມາຈາກເຂດ 1 ແລະເຂດ 2 (ເຂດສີຂຽວ, ເຂດສີເຫຼືອງ) ເທົ່ານັ້ນ.

ຈໍານວນແຂກທ່ອງທ່ຽວມາ ຮ່າໂນ້ຍໃນເດືອນ ພະຈິກ 2020 ເພີ່ມຂຶ້ນກວ່າ 29% ຈໍານວນແຂກທ່ອງທ່ຽວມາ ຮ່າໂນ້ຍໃນເດືອນ ພະຈິກ 2020 ເພີ່ມຂຶ້ນກວ່າ 29%
ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ພະຈິກ 2020 ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ພະຈິກ 2020
ພາບປະກອບ
ພາບປະກອບ

ໃນສະເພາະໜ້າ, ເພື່ອຮັບປະກັນຄວາມປອດໄພໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ບັນດານັກທ່ອງທ່ຽວທີ່ໄປທ່ຽວຢູ່ແຂວງກວ໋າງນິງ ຕ້ອງສັກວັກຊິນກັນໂຄວິດ-19 ຄົບ 2 ເຂັມ. ສໍາລັບນັກທ່ອງທ່ຽວທີ່ຍັງບໍ່ທັນໄດ້ສັກວັກຊິນ ຫຼືສັກຍັງບໍ່ທັນຄົບ 2 ເຂັມນັ້ນ, ບັນດາຮາກຖານທີ່ຕ້ອນຮັບແຂກຕ້ອງປະຕິບັດການວິເຄາະໄວຣັດ SARS-CoV-2 ດ້ວຍວິທີ test ໃຫ້ຜົນໄວ ຫຼື PCR.

ວັນທີ 27 ຕຸລາ, ແຂວງກວ໋າງນິງ ເລີ່ມຕີລາຄາລະດັບຄວາມປອດໄພໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ສໍາລັບບັນດາຮາກຖານດໍາເນີນທຸລະກິດບໍລິການທ່ອງທ່ຽວໃນບໍລິເວນ. ເລື່ອງຕີລາຄານີ້ໄດ້ປະຕິບັດດ້ວຍການກຳນົດເວລາ 1 ເທື່ອ/ອາທິດ ແລະປະກາດກ່ອນເວລາ 12 ໂມງ ຂອງວັນສຸກ ໃນແຕ່ລະອາທິດ. ມາຮອດຕອນບ່າຍວັນທີ 1 ພະຈິກ, ມີພຽງແຕ່ນະຄອນເກີມຟ້າ ສໍາເລັດ ແລະປະກາດການຕີລາຄາລະດັບຄວາມປອດໄພໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ສໍາລັບບັນດາຮາກຖານດໍາເນີນທຸລະກິດບໍລິການທ່ອງທ່ຽວ.

la.qdnd.vn

ເຫດການ
302 Found

Found

The document has moved here.