ຊຸກຍູ້ການພົວພັນທາງດ້ານການຄ້າ, ການລົງທຶນ ຫວຽດນາມ - Venezuela

11:48 | 10/07/2022

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ຢັ້ງຢືນການຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືອັນດີງາມ...

ຫວຽດນາມ ແລະ ເມັກຊິໂກ ສົ່ງເສີມການຮ່ວມມືທາງດ້ານການຄ້າ, ເສດຖະກິດ ແລະ ການລົງທຶນ ຫວຽດນາມ ແລະ ເມັກຊິໂກ ສົ່ງເສີມການຮ່ວມມືທາງດ້ານການຄ້າ, ເສດຖະກິດ ແລະ ການລົງທຶນ
ຊຸກຍູ້ການແລກປ່ຽນດ້ານການຄ້າ, ການລົງທຶນ, ສ້າງລະບົບການຜະລິດ ແລະ ການສະໜອງຢູ່ພາກພື້ນໃຫ້ເປັນປົກກະຕິ ຊຸກຍູ້ການແລກປ່ຽນດ້ານການຄ້າ, ການລົງທຶນ, ສ້າງລະບົບການຜະລິດ ແລະ ການສະໜອງຢູ່ພາກພື້ນໃຫ້ເປັນປົກກະຕິ
ທ່ານນາງ Capaya Rodriguez, ຮອງລັດຖະມົນຕີກະຊວງການຕ່າງປະເທດ Venezuela ແລະ ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ (ພາບ: TTXVN)
ທ່ານນາງ Capaya Rodriguez, ຮອງລັດຖະມົນຕີກະຊວງການຕ່າງປະເທດ Venezuela ແລະ ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງກະຊວງການຕ່າງປະເທດ ຫວຽດນາມ, ທ່ານນາງ Capaya Rodriguez, ຮອງລັດຖະມົນຕີກະຊວງການຕ່າງປະເທດ Venezuela ໄດ້ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 6 – 10 ກໍລະກົດ, ເນື່ອງໃນໂອກາດສອງປະເທດສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ (1 ມິຖຸນາ 2007 – 1 ມິຖຸນາ 2022).

ວັນທີ 8 ກໍລະກົດ, ໃນການຕ້ອນຮັບທ່ານນາງຮອງລັດຖະມົນຕີການຕ່າງປະເທດ Capaya Rodriguez, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ຢັ້ງຢືນການຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືອັນດີງາມ, ກໍ່ຄືຂອບເຂດການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ Venezuela; ສະເໜີໃຫ້ສອງຝ່າຍສືບຕໍ່ສົບທົບກັນຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ຂອງບັນດາກະຊວງ, ຂະແໜງການ; ເພີ່ມທະວີການພົວພັນດ້ານການຄ້າ, ການລົງທຶນສອງຝ່າຍ.

ແລະກໍ່ໃນວັນດຽວກັນ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຮ່າກິມງອັກ ແລະ ຄູ່ຕຳແໜ່ງ Venezuela ໄດ້ເຂົ້າຮ່ວມກອງປະຊຸມປຶກສາການເມືອງຄັ້ງທີ IX. ສອງຝ່າຍໄດ້ເຫັນດີເປັນເອກະພາບບັນດາມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສອງປະເທດຕາມທິດແທດຈິງ, ມີປະສິດທິຜົນກ່ວາອີກ; ຢັ້ງຢືນຫຼັກໝັ້ນສະໜັບສະໜູນແກ້ໄຂບັນດາການຂັດແຍ້ງສາກົນດ້ວຍບັນດາມາດຕະການທາງການທູດ, ສັນຕິວິທີບົນພື້ນຖານກົດໝາຍສາກົນ.

vovworld.vn

ເຫດການ
302 Found

Found

The document has moved here.