ການອວຍພອນປະຊາຄົມຊາວມຸດສະລິມ ນະຄອນ ໂຮ່ຈີມິນ ເນື່ອງໃນໂອກາດງານບຸນໃຫຍ່ Raya Idil Adha.

11:42 | 08/07/2022

ຍສໝ-ໃນວັນ​ທີ 4 ກໍລະກົດ, ຢູ່​ວິຫານ Masjid Jamiul Muslimin, ​ເມືອງ ຟູ໋ຍ້ວນ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ທີ່ ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ເພື່ອອວຍພອນ​ຄະນະ​ຜູ້​ແທນ​ປະຊາ​ຄົມ​ຊາວ​ມຸດ​ສະ​ລິ​ມ ນະຄອນ ​ໂຮ່ຈີ​ມິນ, ຜູ້ມີສໍາມະນະສັກ, ຜູ້ມີຖານະ​ຕຳ​ແໜ່​ງຂອງປະຊາ​ຄົມ​ຊາວ​ມຸດ​ສະ​ລິ​ມ ເນື່ອງ​ໃນ​ໂອກາດ ງານບຸນໃຫຍ່ Raya Idil Adha (ປະຕິທິນອິດສະລາມ 1443 - ປະຕິທິນສຸລິຍະ 2022).

ນະຄອນ ໂຮ່ຈີມິນ ກະກຽມຜະລິດຕະພັນທ່ອງທ່ຽວໃໝ່ຫຼາຍຢ່າງໃຫ້ແກ່ລະດູທ່ອງທ່ຽວປີນີ້ ນະຄອນ ໂຮ່ຈີມິນ ກະກຽມຜະລິດຕະພັນທ່ອງທ່ຽວໃໝ່ຫຼາຍຢ່າງໃຫ້ແກ່ລະດູທ່ອງທ່ຽວປີນີ້
ມີສະໂມສອນໜຶ່ງ ຊື່ວ່າ ໂຮ່ຈີມິນ ມີສະໂມສອນໜຶ່ງ ຊື່ວ່າ ໂຮ່ຈີມິນ
ການອວຍພອນປະຊາຄົມຊາວມຸດສະລິມ ນະຄອນ ໂຮ່ຈີມິນ ເນື່ອງໃນໂອກາດງານບຸນໃຫຍ່ Raya Idil Adha.
ພາບປະກອບ (ພາບ: VOV)

ທ່ານນາງ ໂຕທິບິກເຈົາ, ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ “ໃນຊຸມປີຜ່ານມາ, ການເສີມຂະຫຍາຍຈິດໃຈຄຸນນະທຳຂອງ Nabi Muhammad ດ້ວຍສັດຈະທໍາ “ຄວາມຈິງໃຈ- ຄວາມເມດຕາ - ຄວາມງາມ”, ຄະນະ​ຜູ້​ແທນ​ປະຊາ​ຄົມ​ຊາວ​ມຸດ​ສະ​ລິ​ມ ​ແລະ ຄະນະ​ຄຸ້ມ​ຄອງ​ເຂດ​ວິຫານ​ນະຄອນ​ໄດ້​ແນະນຳ, ໂຄສະນາ​ເຜີຍ​ແຜ່, ຂົນຂວາຍ​ຊາວ​ມຸດ​ສະ​ລິ​ມ ​​ຍົກ​ສູງ​ຄວາມ​ພາກພູມ​ໃຈ ​ແລະ ຄວາມ​ສາມັກຄີ​ປະເທດ​ຊາດ. ວົງຄະນະຍາດ​ໄດ້​ເຂົ້າ​ຮ່ວມບັນດາ​ການ​ເຄື່ອນ​ໄຫວ, ການຂົນຂວາຍຢ່າງຕັ້ງໜ້າ; ເມື່ອໃດກໍຄຽງບ່າຄຽງໄຫຼ່ກັບລັດຖະບານ ແລະ ປະຊາຊົນເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ໂດຍສະເພາະໃນໄລຍະການລະບາດຂອງພະຍາດໂຄວິດ-19 ທີ່ຜ່ານມາ. ປະຊາຄົມຊາວມຸດສະລິມຢູ່ນະຄອນ ໂຮ່ຈີມິນ ໄດ້ປະກອບສ່ວນເຂົ້າໃນການຍົກສູງຊີວິດການເປັນຢູ່, ການພັດທະນາເສດຖະກິດ, ຮັກສາສະຖຽນລະພາບທາງດ້ານການເມືອງຢູ່ບໍລິເວນ. ພວກ​ເຮົາ​ໄດ້​ຜ່ານຜ່າ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ COVID-19 ທີ່​ຮ້າຍ​ແຮງ​ທີ່ສຸດ. ໃນບັນດາຊາວມຸດສະລິມ, ກໍມີຂໍ້ກໍານົດສະເພາະຕ່າງຫາກທີ່ກ່ຽວກັບອາຫານ, ກິດຈະກໍາທາງສາສະຫນາ, ແຕ່ໃນເວລານັ້ນ ບັນດາແຂກ ໄດ້ມີຄວາມສາມັກຄີ, ເອກະພາບ ເປັນຈິດໜຶ່ງໃຈດຽວປະຕິບັດຕາມການຊີ້ນໍາຂອງລັດຖະບານ. ພວກ​ຂ້າພະເຈົ້າ​ຮູ້ສຶກຕື້ນຕັນໃຈຫຼາຍ ​ແລະ ຂໍສະແດງຄວາມຂອບໃຈສໍາລັບ​ຈິດ​ໃຈ​ນັ້ນ”.

ຫອມມາລາ

ເຫດການ
302 Found

Found

The document has moved here.