ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ພົບ​ປະ​ກັບ​ການນຳໂຮງຮຽນ Imperial College London

13:53 | 04/07/2022

ຍສໝ - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ເນັ້ນໜັກວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ແມ່ນ​ນະ​ໂຍບາຍແຖວໜ້າ​ຂອງ​ຊາດ. ຫວຽດນາມ ມີແຜນນະໂຍບາຍຍູ້ແຮງ​ການ​ຮ່ວມ​ມື​ສາກົນ​ດ້ານ​ການ​ສຶກສາ ​ແລະ ບຳລຸງ​ສ້າງ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຖະ​ຫວາຍ​ດອກ​ໄມ້​ໄວ້​ອາ​ໄລ​ປະ​ທານ​ໂຮ່​ຈີມິນ​ຢູ່​ນະ​ຄອນຫຼວງ ລອນດອນ, ລາ​ຊະ​ອາ​ນາ​ຈັກ​ອ​ັງ​ກິດ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຖະ​ຫວາຍ​ດອກ​ໄມ້​ໄວ້​ອາ​ໄລ​ປະ​ທານ​ໂຮ່​ຈີມິນ​ຢູ່​ນະ​ຄອນຫຼວງ ລອນດອນ, ລາ​ຊະ​ອາ​ນາ​ຈັກ​ອ​ັງ​ກິດ
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັ​ນ​ຟຸກ ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ຍີ່​ປຸ່ນ ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັ​ນ​ຟຸກ ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ຍີ່​ປຸ່ນ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ພົບ​ປະ​ກັບ​ການນຳໂຮງຮຽນ Imperial College London
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ພົບ​ປະ​ກັບ​ການນຳໂຮງຮຽນ Imperial College London. ພາບ: TTXVN

ວັນທີ 30 ມິຖຸນາ, ທີ່ການຕ້ອນຮັບທ່ານນາງ ສຈ Maggie Dallman, ຮອງອະທິການບໍດີ Imperial College London ໃນຂອບເຂດການຢ້ຽມຢາມ ລາຊະອານາຈັກອັງກິດ ແລະໄອແລນເໜືອ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ເນັ້ນໜັກວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ແມ່ນ​ນະ​ໂຍບາຍແຖວໜ້າ​ຂອງ​ຊາດ. ຫວຽດນາມ ມີແຜນນະໂຍບາຍຍູ້ແຮງ​ການ​ຮ່ວມ​ມື​ສາກົນ​ດ້ານ​ການ​ສຶກສາ ​ແລະ ບຳລຸງ​ສ້າງ. ສະພາ​ແຫ່ງ​ຊາດ​ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ສຶກສາ ​ແລະ ບຳລຸງ​ສ້າງ, ​ໄດ້​ປະກາດ​ໃຊ້​ກົດໝາຍ​ທີ່​ກ່ຽວຂ້ອງ​ຫຼາຍ​ສະບັບ ​ເພື່ອ​ສ້າງ​ເງື່ອນ​ໄຂ ​ແລະ ພື້ນຖານ​ນິຕິ​ກຳ​ໃຫ້​ແກ່​ຂົງ​ເຂດ​ສຳຄັນ​ພິ​ເສດ​ນີ້. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ປາດ​ຖະໜາ​ວ່າ Imperial College London ຈະ​ສົມທົບ​ກັບ​ສະຖານທູດ ຫວຽດນາມ ປະຈຳ ອັງກິດ ​ແລະ ບັນດາ​ຄູ່​ຮ່ວມ​ມື​ຢູ່ ຫວຽດນາມ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ລະຫວ່າງ 2 ຝ່າຍ​ຢ່າງ​ມີ​ປະສິດທິ​ຜົນ.

ໂດຍເນັ້ນຫນັກ Imperial College London ເປັນໂຮງຮຽນອັນດັບ 1 ໃນປະເທດອັງກິດ, ອັນດັບສອງໃນເອີຣົບ ແລະອັນດັບທີ 10 ຂອງໂລກ, ທ່ານນາງ ສຈ Maggie Dallman ​ໃຫ້​ຮູ້​ວ່າ: ປະຈຸ​ບັນ​ມີ​ນັກ​ສຶກສາ​ຫວຽດນາມ ​ຫຼາຍ​ຄົນ​ຢູ່​ Imperial London. ​ເນັ້ນ​ໜັກ​ຄືນເຖິງ​ຄວາມ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາລະດັບ​ປະລິນຍາ​ເອກ ​ແມ່ນ​ມີ​ຄວາມ​ສຳຄັນ​ຫຼາຍ, ​ເພາະວ່າ​ນີ້​ແມ່ນ​ການ​ເຊື່ອມ​ຕໍ່​ບັນດາ​ຂົງ​ເຂດ​ຄົ້ນຄວ້າ​ທີ່​ແຕກ​ຕ່າງ​ກັນ, ທ່ານນາງ ສຈ Maggie Dallman ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ຂົງ​ເຂດ​ນີ້.

ບູນມີ

ເຫດການ
302 Found

Found

The document has moved here.