ນັບ​ແຕ່​ວັນ​ທີ 1 ກໍ​ລະ​ກົດ, ໜັງສືຜ່ານແດນທຳມະດາ​ແບບ​ໃໝ່​ ​ມີ​ຫຍັງ​ພິ​ເສດ?

09:16 | 30/06/2022

ຍ​ສ​ໝ - ເພື່ອ​ແນ​ໃສ່​ຜັນ​ຂະ​ຫຍາຍ​ໃນ​ວົງ​ກວ້າງ ແລະ ສະ​ໜອງ​ໜັງສືຜ່ານແດນ​ແບບ​ໃໝ່, ກະ​ຊວງ​ຕຳຫຼວດ​ຈະ​ເລີ່ມ​ປະ​ຕິ​ບັດການ​ສະ​ໜອງໜັງສືຜ່ານແດນແບບ​ໃໝ່​ນັບ​ແຕ່​ວັນ​ທີ 1 ກໍ​ລະ​ກົດ​ ປີ 2022 ເປັນ​ຕົ້ນ​ໄປ.

ວັນ​ບຸນ​ຄອບ​ຄົວ ຫວຽດ​ນາມ ປີ 2022 ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 25 ມິ​ຖຸ​ນາ ຫາ ວັນ​ທີ 28 ມິ​ຖຸ​ນາ ວັນ​ບຸນ​ຄອບ​ຄົວ ຫວຽດ​ນາມ ປີ 2022 ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 25 ມິ​ຖຸ​ນາ ຫາ ວັນ​ທີ 28 ມິ​ຖຸ​ນາ
ອ່າວ​ຮະ​ລອງ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ບັນ​ລຸລະ​ດັບ​ສະ​ຖິ​ຕິ​ນັບ​ແຕ່​ເວ​ລາ​ເປີດ​ປະ​ຕູ​ຄືນ​ໃໝ່ ອ່າວ​ຮະ​ລອງ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ບັນ​ລຸລະ​ດັບ​ສະ​ຖິ​ຕິ​ນັບ​ແຕ່​ເວ​ລາ​ເປີດ​ປະ​ຕູ​ຄືນ​ໃໝ່
ນັບ​ແຕ່​ວັນ​ທີ 1 ກໍ​ລະ​ກົດ, ໜັງສືຜ່ານແດນທຳມະດາ​ແບບ​ໃໝ່​ ​ມີ​ຫຍັງ​ພິ​ເສດ?
ພາບ​ປະ​ກອບ: luatvietnam.vn

ປັດ​ຈຸ​ບັນ ຮອດ​ວັນ​ທີ 1 ກໍ​ລະ​ກົດ ປີ 2022, ກະ​ຊວງ​ຈະ​ຢຸດ​ຕິ​ການ​ສະ​ໜອງໜັງສືຜ່ານແດນທຳມະດາ​ຕາມ​ແບບ​ເກົ່າ, ຍົກ​ເວັ້ນ​ກໍ​ລະ​ນີ​ຮີບ​ດ່ວນ​ຄື ໄປ​ປິ່ນ​ປົວ​ພະ​ຍາດ, ປະ​ຕິ​ບັດ​ງານ, ໄດ້​ຊື້​ປິ້​ຍົນ​ແລ້ວ…

ຕາ​ມ ຈົດ​ໝາຍ​ລັດ​ຖະ​ການ​ສະ​ບັບ​ເລກ​ທີ 73/2021, ກະ​ຊວງ​ຕຳຫຼວດ​ໄດ້​ປະ​ກ​າດ​ໃຊ້​ໜັງສືຜ່ານແດນແບບ​ໃໝ່ ​ໃນ​ນັ້ນ​ມີ​ແບບ​ຕິດ chip. ຕ​າມ​ນັ້ນ​ແລ້ວ, ຮູບ​ແບບ​ໜັງສືຜ່ານແດນ​ນີ້​ມີ​ໜ້າ​ປົກນອກ​ໄດ້​ພິມຊື່​ຂອງ​ປະ​ເທດ, ກາ​ໝາຍຊາດ, ໜັງສືຜ່ານແດນ​ຕິດ​ Chip ມີ​ສັນ​ຍາ​ລັກ Chip.

ຕາມ​ຂໍ້​ມູນ​ເບື້ອງ​ຕົ້ນ, Chip ໃນໜັງສືຜ່ານແດນ​ມີ​ຂໍ້​ມູນ​ທີ່​ໄດ້​ຫັນ​ເປັນ​ລະ​ຫັດ​ຂອງ​ຜູ້​ຖື​ໜັງສືຜ່ານແດນ ແລະ ມີ​ລາຍເຊັນເອເລັກໂຕນິກ​ຂອງ​ຜູ້​ສະ​ໜອງ. ນອກ​ຈາ​ກ​ນັ້ນ, Chip ຍັງສາມາດສຳເນົາຈຸດພິເສດຂອງ​ມະ​ນຸດ, ພາບ​ຖ່າຍ ຫຼື ຂໍ້​ມູນ​ສ່ວນ​ຕົວ​ຂອງ​ພົນ​ລະ​ເມືອງ.

ການ​ຕິດ​ Chip ໃສ່​ໜັງສືຜ່ານແດນ​ໄດ້​ຮັບ​ການ​ຕີ​ລາ​ຄາ​ແມ່ນ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ກ່ຽວ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ໃນ​ຍຸກ​ສະ​ໄໝ​ໃໝ່, ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ເຮັດ​ປອມ. ແໜັງສືຜ່ານແດນ​ທົ່ວ​ໄປແບບໃໝ່​ຮັບ​ປະ​ກັນ​ລັກ​ສະ​ນ​ະ​ຄວາມ​ໝັ້ນ​ຄົງ, ເຮັດ​ປອມ​ຍາກ​ກ່​ວາຫຼາຍເທົ່າ. ໜ້າ​ປົກ​ໄດ້​ເຮັດ​ດ້ວຍ​ຢາງ​ປາດ​ສະ​ຕິກ​ ມີ​ຄວາມ​ທົນ​ທານ​ສູງ. ໜັງ​ສື, ຕົວ​ເລກ ໄດ້​ເຈາະ​ຮູ​ດ້ວຍ​ເຕັກ​ໂນ​ໂລ​ຢີ laser ແຕ່​ໜ້າ 1 ຈົນ​ຮອດ​ໜ້າ​ສຸດ​ທ້າຍ ແລະ ກົງ​ກັບ​ໜັງ​ສື, ຕົວ​ເລກ​ຂອງ​ໜ້າ 1. ທັງ​ໝົດ​ເນື້ອ​ໃນ, ພາບ​ຖ່າຍ​ທີ່​ພິມ​ໃນໜັງສືຜ່ານແດນໄດ້​ປະ​ຕິ​ບັດ​ດ້ວຍ​ເຕັກ​ໂນ​ໂລຢີ​ທີ່​ທັນ​ສະໄໝ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການດ້ານ​ຄວາມ​ໝັ້ນ​ຄົງ, ຕ້ານ​ຄວາມ​ສ່ຽງ​ເຮັດ​ປອມ ແລະ ບັນ​ລຸ​ມາດ​ຖານ​ຂອງ​ອົງ​ການ​ຈັ​ດ​ຕັ້ງ​ການ​ບິນ​ພົນ​ລະ​ເຮືອນ​ສາ​ກົນ (ICAO).

ນອກ​ຈາກ​ນັ້ນ, ພາບ​ຖ່າຍ​ຢູ່​ໜ້າ​ຕ່າງ​ໆ​ໃນໜັງສືຜ່ານແດນແມ່ນ​ພາບຄວາມ​ສວຍ​ງາມ​ຂອງ​ປະ​ເທດ​ຊາດ, ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຫວຽດ​ນາມ, ສົມ​ທົບ​ກັບ​ລວດລາຍກອງ​ທອງແດງ. ໜັງສືຜ່ານແດນ​ມີ 2 ພາ​ສາ ທີ່ນຳ​ໃຊ້​ທາງການ ​ໃນ​ນັ້ນ​ແມ່ນ​ພາສາອັງ​ກິດ ແລະ ພາ​ສາ​ຫວຽດ.

ໜັງສືຜ່ານແດນ​ໄດ້​ຈຳ​ແນກ​ດ້ວຍ​ສີ​ຂອງ​ໜ້າ​ປົກ: ໜັງສືຜ່ານແດນ​ທົ່ວ​ໄປ ມີໜ້າປົກສີຟ້າມ່ວງ, ໜັງສືຜ່ານແດນທາງລັດຖະການ ມີ​ໜ້າປົກສີ​ຂຽວ​ເຂັ້ມ ແລະ ໜັງສືຜ່ານແດນທາງການທູດ ມີໜ້າປົກ​ສີ​ແດງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.