ປະທານ VUFO ຕ້ອນຮັບປະທານສະພາແຫ່ງຊາດ ໂມຊຳບິກ

10:05 | 24/06/2022

ຍ​ສ​ໝ - ຕອນບ່າຍວັນທີ 20 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານ​ນາງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຫງວຽນເຟືອງງາ ໄດ້ໃຫ້ການຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ ໂມຊຳບິກ Esperanca Laurinda Francisco Nhiuane Bias ໄປຢ້ຽມຢາມ ແລະ ເຮັດວຽກ.

ເພີ່ມທະວີການຮ່ວມມືລະຫວ່າງ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ກັບ ໂຮນລັງ ແລະ ໂມຊຳບິກ ເພີ່ມທະວີການຮ່ວມມືລະຫວ່າງ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ກັບ ໂຮນລັງ ແລະ ໂມຊຳບິກ
ປະທານ VUFO ເຂົ້າ​ຮ່ວມ​ພິທີ​ລົງມື​ກໍ່ສ້າງ​ຂົວ​ຊົນນະບົດ 4 ​ແຫ່ງ ​ແລະ ​ເຮືອນ​ມິດຕະພາບ 25 ​ຫຼັງ ຢູ່ ກ່າ​ເມົາ ປະທານ VUFO ເຂົ້າ​ຮ່ວມ​ພິທີ​ລົງມື​ກໍ່ສ້າງ​ຂົວ​ຊົນນະບົດ 4 ​ແຫ່ງ ​ແລະ ​ເຮືອນ​ມິດຕະພາບ 25 ​ຫຼັງ ຢູ່ ກ່າ​ເມົາ
ປະທານ VUFO ຕ້ອນຮັບປະທານສະພາແຫ່ງຊາດ ໂມຊຳບິກ
ການ​ເຮັດ​ວຽກ​ລະ​ຫວ່າງ​ສອ​ງ​ຝ່າຍ

ທີ່​ການ​ພົບ​ປະ, ທ່ານ​ນາງເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Esperança Laurinda Francisco Nhiuane Bias, ປະທານ​ສະພາ​ແຫ່ງ​ຊາດ ໂມຊຳບິກ ທີ່​ມາ​ຢ້ຽມຢາມ ຫວຽດນາມ ​ຢ່າງ​ເປັນ​ທາງ​ການ.

ທ່ານ​​ນາງເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ​ເນັ້ນ​ໜັກ​ວ່າ ຫວຽດນາມ ​ແລະ ໂມ​ຊຳ​ບິກ ມີ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ, ມີ​ລັກສະນະ​ຄ້າຍຄື​ກັນ​ໃນ​ປະຫວັດສາດ, ຍາມ​ໃດ​ກໍ່​ສາມັກຄີ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ​ໃນ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ສອງ​ປະ​ເທດ​ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ໃນ​ວັນ​ທີ 25 ມິ​ຖຸ​ນາ 1975, ກົງກັບ​ວັນ​ທີ່​ໂມ​ຊຳ​ບິກ​ປະ​ກາດ​ເປັນ​ເອ​ກະ​ລາດ.

ຫວຽດນາມ ຍາມ​ໃດ​ກໍ່​ມີຄວາມສະເໝີຕົ້ນສະເໝີປາຍ ​ແລະ ຕີ​ລາຄາ​ສູງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ​ໃນ​ນັ້ນ​ມີ ໂມຊຳບິກ. ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຂອງທ່ານນາງປະທານສະພາແຫ່ງຊາດ Esperanca Laurinda Francisco Nhiuane Bias ແລະ ຄະນະຜູ້ແທນສະພາແຫ່ງຊາດ ສາທາລະນະລັດ ໂມຊຳບິກ ໄດ້ປະກອບສ່ວນຮັດແໜ້ນ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດ, ພ້ອມກັນນັ້ນ ກໍເພີ່ມທະວີການຮ່ວມມືລະຫວ່າງສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ສະພາ​ແຫ່ງ​ຊາດ ໂມຊຳບິກ ​ໃຫ້​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ.

ທ່ານ​ນາງ Esperança Laurinda Francisco Nhiuane Bias ​ໃຫ້​ຮູ້​ວ່າ: ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ ໂມຊຳບິກ ຢູ່ ຫວຽດນາມ ​ແມ່ນ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດໃຫ້​ນັບ​ມື້​ນັບ​ພັດທະນາ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໂມ​ຊຳ​ບິກ ຂອບ​ອົກ​ຂອບ​ໃຈ​ບັນ​ດາ​ການຊ່ວຍເຫຼືອຂອງປະ​ຊາ​ຊົນ​ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ. ທ່ານ​ນາງ Esperança Laurinda Francisco Nhiuane Bias ​ເນັ້ນ​ໜັກ​ວ່າ: “ນີ້​ແມ່ນ​ການ​ສະໜັບສະໜູນ​ທີ່​ມີ​ແຕ່​ເພື່ອນ​ທີ່​ຈິງ​ໃຈ ​ແລະ ​ເປັນ​ເວລາ​ດົນ​ນານ​ຈິ່ງມີ​ໃຫ້​ເຊິ່ງກັນ​ແລະ​ກັນ”.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.