ຍູ້ແຮງຄວາມຄືບໜ້າຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ

15:00 | 21/06/2022

ໂດຍປະຕິບັດຕາມແຜນນະໂຍບາຍຂອງພັກ, ລັດ, ກອງທັບ ກ່ຽວກັບວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ລາວ, ສົ່ງກັບຄືນບ້ານເກີດເມືອງນອນເພື່ອມາປົງຢູ່ສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ແຕ່ທ້າຍປີ 1994 ເປັນຕົ້ນມາ, ກອງປະຕິບັດງານພິເສດທະຫານເຂດ 2 ໄດ້ຮັບການສ້າງຕັ້ງຂຶ້ນ, ດ້ວຍການໄປປະຕິບັດໜ້າທີ່ໃນບໍລິເວນ 6 ແຂວງພາກເໜືອລາວ.

ຍູ້ແຮງການໂຄສະນາເຜີຍແຜ່ວຽກງານຊາຍແດນທາງບົກ ໃນປີ 2022 ຍູ້ແຮງການໂຄສະນາເຜີຍແຜ່ວຽກງານຊາຍແດນທາງບົກ ໃນປີ 2022
ຫວຽດນາມ - ລາວ ຍູ້ແຮງການແລກປ່ຽນຄະນະຜູ້ແທນ, ພົບປະທຸກຂັ້ນ ຫວຽດນາມ - ລາວ ຍູ້ແຮງການແລກປ່ຽນຄະນະຜູ້ແທນ, ພົບປະທຸກຂັ້ນ
ຍູ້ແຮງຄວາມຄືບໜ້າຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ
ພາບປະກອບຄັດຈາກ qdnd.vn.

ກອງປະຕິບັດງານພິເສດໄດ້ກວດກາຢັ້ງຢືນ, ສະຫຼຸບກວ່າ 4.280 ຂໍ້ມູນກ່ຽວກັບຂຸມຝັງສົບນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ; ຊອກຫາ, ຂຸດຄົ້ນອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດສົ່ງກັບຄືນບ້ານເກີດເມືອງນອນປະເທດຊາດ ກວ່າ 1.790 ອັດຖິ. ສະເພາະໃນໄລຍະທີ 2 ລະດູແລ້ງ ປີ 2021-2022, ກອງປະຕິບັດງານພິເສດ ໄດ້ກວດກາຢັ້ງຢືນ ແລະສະຫຼຸບ 156 ຂໍ້ມູນກ່ຽວກັບຂຸມຝັງສົບນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ຊອກຫາ, ຂຸດຄົ້ນອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໄດ້ 8 ອັດຖິ ໃນບໍລິເວນສອງແຂວງຫຼວງພະບາງ ແລະອຸດົມໄຊ. ໂດຍບັນລຸໄດ້ໝາກຜົນດັ່ງກ່າວແມ່ນຍ້ອນມີການຊີ້ນໍາຂອງຄະນະປະຕິບັດງານພິເສດຂອງລັດຖະບານສອງປະເທດ ຫວຽດນາມ-ລາວ, ການຊ່ວຍເຫຼືອ, ສ້າງເງື່ອນໄຂຂອງຄະນະພັກຂັ້ນ, ອໍານາດການປົກຄອງ, ອົງການຈັດຕັ້ງຕ່າງໆ ແລະປະຊາຊົນ 6 ແຂວງພາກເໜືອລາວ.

ໃນໄລຍະຈະມາເຖິງ, ທະຫານເຂດ 2 ແລະບັນດາແຂວງພາກເໜືອລາວ ຈະສືບຕໍ່ຜັນຂະຫຍາຍປະຕິບັດອະນຸສັນຍາລະຫວ່າງສອງກະຊວງປ້ອງກັນປະເທດ ໄລຍະ 2020-2024 ຢ່າງມີປະສິດທິຜົນກວ່າອີກ. ສືບຕໍ່ສົມທົບກັນຍູ້ໄວຄວາມຄືບໜ້າໃນການປະຕິບັດວຽກງານຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ລາວ ກັບຄືນປະເທດ. ນີ້ແມ່ນການກະທໍາທີ່ມີຄວາມໝາຍສະແດງຄວາມຮູ້ບຸນຄຸນ, ເຊີດຊູຄຸນງາມຄວາມດີອັນຍິ່ງໃຫຍ່ຕໍ່ກັບບັນດາວິລະຊົນນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດເພື່ອພື້ນຖານເອກະລາດແຫ່ງຊາດ ແລະປະຕິບັດພັນທະສາກົນອັນສູງສົ່ງຂອງພັກ ແລະລັດຫວຽດນາມ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.