ກາເຟ ແລະ ໝາກໄມ້ແຫ້ງຂອງຫວຽດນາມ ດຶງດູດລູກຄ້າເຂົ້າຮ່ວມງານວາງສະແດງຢູ່ ອີຣານ

08:52 | 20/06/2022

ຍ​ສ​ໝ - ໃນລະຫວ່າງວັນທີ 15-16 ມິຖຸນາ, ສະຖານທູດຫວຽດນາມ ປະຈຳ ອີຣານ ໄດ້ເຂົ້າຮ່ວມ “ງານຕະຫຼາດນັດອາຫານ ແລະ ຫັດຖະກຳ” ໂດຍກະຊວງການຕ່າງປະເທດ ອີຣານ ຈັດຕັ້ງ.

ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ - ກາ​ຊັກ​ສະ​ຖານ ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ - ກາ​ຊັກ​ສະ​ຖານ
ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະມົງໂກນ ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະມົງໂກນ
ກາເຟ ແລະ ໝາກໄມ້ແຫ້ງຂອງຫວຽດນາມ ດຶງດູດລູກຄ້າເຂົ້າຮ່ວມງານວາງສະແດງຢູ່ ອີຣານ
ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ​ຂອງ ຫວຽດ​ນາມ (ພາບ: )

​ເຫດການ​ດັ່ງກ່າວ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ທ່ານ​ນາງ Amir Abdollahian, ​ພັນ​ລະ​ຍາ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣານ ​ແລະ ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ເກືອບ 100 ຮ້ານ​ຂອງ​ສະຖານທູດ, ສູນ​ວັດທະນະທຳ​ຕ່າງປະ​ເທດ ​ແລະ ບັນດາ​ວິ​ສາ​ຫະກິດ​ອີຣານ.

ສະຖານທູດ ຫວຽດນາມ ປະຈຳ ອີຣານ ໄດ້ນຳສິນຄ້າກະສິກຳທົ່ວໄປຂອງ ຫວຽດນາມ ມາວາງສະແດງ ເຊັ່ນ: ກາເຟ, ໝາກມ່ວງຫິມະພານ, ເຂົ້າສານ ST25, ມັນດ້າງຫວານ, ໝາກລີ້ນຈີ່ແຫ້ງ, ໝາກແອັບເປິ້ນ ແລະ ໝາກນັດແຫ້ງ, ໝາກກ້ວຍ... ແລະບາງຜະລິດຕະພັນຫັດ​ຖະ​ກຳຈຳນວນໜຶ່ງ.

​ຮ້ານ​ຂາຍ​ເຄື່ອງ​ຂອງ ຫວຽດນາມ ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ເພື່ອນ​ມິດສາ​ກົນ ກໍ່​ຄື​ແຂກ​ທ່ອງ​ທ່ຽວ ຍ້ອນ​ບັນດາ​ປະ​ເພດ ​ແລະ ການ​ອອກ​ແບບ, ພິ​ເສດ​ແມ່ນ​ກາ​ເຟ ​ແລະ ໝາກ​​ໄມ້ແຫ້ງ​ແມ່ນ 2 ​ປະ​ເພດ​ສິນ​ຄ້າ ທີ່ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ລູກ​ຄ້າ.

ສະຖານທູດ ຫວຽດນາມ ປະຈຳ ອີຣານ ​ໄດ້​ແນະນຳ ​ແລະ ​ໂຄສະນາ​ບັນດາ​ເນື້ອ​ໃນ​ວັດທະນະທຳ ​ແລະ ອາຫານ​ຫວຽດນາມ ​ໃຫ້​ແກ່​ເພື່ອນ​ມິດ​ສາກົນ ​ແລະ ທ້ອງ​ຖິ່ນ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ພ້ອມ​ກັນ​ນັ້ນ, ງານ​ຕະຫຼາດນັດ​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ສະຖານທູດ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ທີ່ຢາກໂຄ​ສະ​ນາ ​ແລະ ຊອກ​ຫາ​ຄູ່​ຮ່ວມ​ມືໃຫ້​ແກ່​ຜະລິດຕະ​ພັນ​ກະ​ເສດຜ່ານ​ການ​ວາງສະ​ແດງ​ຕົວຢ່າງ​ຢູ່​ງານ​ຕະຫຼາດ​ນັດ ​ແລະ ຈຳໜ່າຍ catalogue ​ໃຫ້​ແກ່​ລູກ​ຄ້າ.

ສະຖານທູດ ຫວຽດນາມ ພ້ອມກັບ 5 ສະຖານທູດ ປະຈຳ ອາຊຽນ (ໄທ, ບຣູໄນ, ອິນໂດເນເຊຍ, ມາເລເຊຍ ແລະ ຟີລິບປິນ) ໄດ້ມອບເງິນລາຍໄດ້ທັງໝົດຈາກງານຕະຫຼາດນັດໃຫ້ເພື່ອການກຸສົນຂອງກະຊວງການຕ່າງປະເທດ ອີຣານ. ເງິນດັ່ງກ່າວໄດ້ມອບໃຫ້ພັນລະຍາຂອງລັດຖະມົນຕີຕ່າງປະເທດອີຣານ Amir Abdollahian ທັນທີຫຼັງຈາກເຫດການດັ່ງກ່າວສິ້ນສຸດລົງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.