ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະມົງໂກນ

08:39 | 20/06/2022

ຫວ່າງແລ້ວນີ້, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມີງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Jigjee Sereejav ເອກອັກຄະລັດຖະທູດມົງໂກນ ປະຈຳ ຫວຽດນາມ ມາເຂົ້າຢ້ຽມຂ່ຳນັບ.

ການສົມທົບຊຸກຍູ້ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Joe Bieden ໃນປີ 2022 ການສົມທົບຊຸກຍູ້ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Joe Bieden ໃນປີ 2022
VUFO ແລະ ສະຖານທູດ ກາຊັກສະຖານ ປະຈຳ ຫວຽດນາມ ສືບຕໍ່ຊຸກຍູ້ການທູດປະຊາຊົນ VUFO ແລະ ສະຖານທູດ ກາຊັກສະຖານ ປະຈຳ ຫວຽດນາມ ສືບຕໍ່ຊຸກຍູ້ການທູດປະຊາຊົນ
ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະມົງໂກນ
ທ່ານ ຟ້າມມີງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Jigjee Sereejav ເອກອັກຄະລັດຖະທູດມົງໂກນ ປະຈຳ ຫວຽດນາມ. ພາບ: baochinhphu.vn

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ໃນອາຍຸການປະຕິບັດງານການທູດຢູ່ຫວຽດນາມ, ທ່ານເອກອັກຄະລັດຖະທູດ ຈະເປັນຂົວເຊື່ອມຕໍ່ຊຸກຍູ້ການພົບປະແລກປ່ຽນປະຊາຊົນ ແລະມີການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ໃຫ້ນັບມື້ນັບແທດຈິງ ແລະມີປະສິດທິຜົນ.

ທ່ານນາຍົກລັດຖະມົນຕີ ຖືວ່າ ຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານການຄ້າ, ການລົງທຶນຍັງໃຫຍ່ຫຼວງຢູ່; ສະນັ້ນຕ້ອງມີກົນໄກ ເພື່ອໃຫ້ການເຄື່ອນໄຫວດ້ານການຄ້າ ແລະການລົງທຶນເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນກວ່າອີກ.

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ລັດຖະບານມົງໂກນ ເອົາໃຈໃສ່ໜູນຊ່ວຍ ແລະສ້າງເງື່ອນໄຂສະດວກໃຫ້ຊາວຫວຽດນາມ ທີ່ດໍາລົງຊີວິດ, ຮໍ່າຮຽນ ແລະທໍາມາຫາກິນເປັນປົກກະຕິ ຢູ່ມົງໂກນ; ສືບຕໍ່ຮ່ວມມືກັບຫວຽດນາມ ໃນການແກ້ໄຂບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ສືບຕໍ່ສະໜັບສະໜູນຫຼັກໝັ້ນຂອງອາຊຽນ ແລະຫວຽດນາມ ໃນການແກ້ໄຂການຂັດແຍ້ງຢູ່ທະເລຕາເວັນອອກໂດຍສັນຕິວິທີ.

ທ່ານເອກອັກຄະລັດຖະທູດມົງໂກນ ປະຈຳ ຫວຽດນາມ Jigjee Sereejav ໄດ້ເຫັນດີເປັນເອກະພາບຕໍ່ຄຳເຫັນຂອງທ່ານນາຍົກລັດຖະມົນຕີ. ທ່ານເອກອັກຄະລັດຖະທູດ Jigjee Sereejav ໄດ້ຖ່າຍທອດຄຳເຊີນຂອງທ່ານນາຍົກລັດຖະມົນຕີມົງໂກນ ທີ່ເຊື້ອເຊີນທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ໄປຢ້ຽມຢາມມົງໂກນ. ທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ໄດ້ຕອບຮັບຄໍາເຊີນດ້ວຍຄວາມຍິນດີ ແລະສະເໜີໃຫ້ຈັດຜ່ານຊ່່ອງທາງການທູດ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.