ຊອກຫາວິທີເປີດກວ້າງຕະຫຼາດທີ່ມີມູນຄ່າສູງ ໃຫ້ໝາກໄມ້ຫວຽດນາມ

07:07 | 16/06/2022

ຍສໝ - ການ​ສົ່ງ​ອອກ​ໝາກ​ໄມ້​ຂອງ​ຫວຽດນາມ ພວມ​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ​ເຂົ້າ​ຕະຫຼາດ​ທີ່​ມີ​ມູນ​ຄ່າ​ສົ່ງ​ອອກ​ສູງ, ສຸມ​ໃສ່​ປັບປຸງ​ຄຸນຄ່າ​ຜະລິດ​ຕະພັນ ຈະ​ນຳ​ມາ​ເຊິ່ງກາລະ​ໂອກາດ​ຫຼາຍ​ຢ່າງ​ໃຫ້​ແກ່​ໝາກ​ໄມ້​ຫວຽດນາມ ​ໃນ 6 ​ເດືອນ​ທ້າຍ​ປີ.

ຈີນບໍ່ຢຸດຊົ່ວຄາວການນຳເຂົ້າຜັກ ແລະ ໝາກໄມ້ຈາກຫວຽດນາມ ຈີນບໍ່ຢຸດຊົ່ວຄາວການນຳເຂົ້າຜັກ ແລະ ໝາກໄມ້ຈາກຫວຽດນາມ
ຫວຽດນາມ ເຂົ້າຮ່ວມ Macfrut 2021 ເປັນເທື່ອທຳອິດ ຫວຽດນາມ ເຂົ້າຮ່ວມ Macfrut 2021 ເປັນເທື່ອທຳອິດ

ນີ້​ແມ່ນ​ຂໍ້​ມູນ​ຂ່າວສານ​ທີ່​ເວທີ​ປາ​ໄສ “​ເພີ່ມ​ທະວີ​ການ​ແກ້​ໄຂ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ການ​ຜະລິດ ​ແລະ ການ​ບໍລິ​ໂພ​ກໝາກ​ໄມ້​ຕົ້ນຕໍ ໃນ​ພາກ​ໃຕ້” ຈັດ​ຕັ້ງ​ໂດຍ​ຄະນະ​ບໍລິຫານເວທີ​ປາ​ໄສ​ເຊື່ອມ​ຕໍ່​ຜະລິດ​ຕະພັນ​ກະສິກຳ​ ຂອງ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ (ເວທີ​ປາ​ໄສ 970) ເຊິ່ງໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ມິຖຸນາ​ນີ້.

ຊອກຫາວິທີເປີດກວ້າງຕະຫຼາດທີ່ມີມູນຄ່າສູງ ໃຫ້ໝາກໄມ້ຫວຽດນາມ
ຊອກຫາວິທີເປີດກວ້າງຕະຫຼາດທີ່ມີມູນຄ່າສູງ ໃຫ້ໝາກໄມ້ຫວຽດນາມ. (ພາບປະກອບ: TTXVN)

ທ່ານ ເລວັນ​ທຽດ, ຮອງ​ຫົວ​ໜ້າ​ກົມ​ປົກ​ປັກ​ຮັກ​ສາພຶກສາ (ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ) ໃຫ້​ຮູ້​ວ່າ: ຫວຽດ​ນາມ ໄດ້​ສົ່ງ​ອອກ​ໄປ​ຍັງ​ຕະ​ຫລາດ​ອາ​ເມ​ລິ​ກາ 6 ປະ​ເພດ​ຄື: ໝາກ​ມັງ​ກອນ, ໝາກ​ມ່ວງ, ໝາກ​ລີ້ນ​ຈີ່, ໝາກເງາະ, ໝາກນ້ຳ​ນົມ​. ມີ​ສອງ​ປະ​ເທດ​ພວມ​ດຳ​ເນີນ​ການ​ເຈລະຈາ​ຂັ້ນ​ສຸດ​ທ້າຍ​ ຂອງ​ການ​ເປີດ​ປະຕູ​ສົ່ງ​ອອກ​ໝາກ​ໂມ.

​ສຳຫຼັບຕະຫຼາດ​ຍີ່ປຸ່ນ, ຫວຽດນາມ​ ກໍໄດ້​ສົ່ງ​ອອກ​ໝາກ​ໄມ້​ສົດ 3 ປະ​ເພດ​ຄື: ໝາກ​ມັງກອນ, ໝາກ​ມ່ວງ, ​ແລະ ໝາກ​ລີ້ນຈີ່.

ໃນ​ສະພາບ​ທີ່​ໝາກ​ໄມ້​ຫວຽດນາມ ມີ​ກາລະ​ໂອກາດ​ສົ່ງ​ອອກ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ບັນຫາ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ມູນ​ຄ່າ​ຂອງ​ໝາກ​ໄມ້​ ຕ້ອງ​ສຸມ​ໃສ່​ຜ່ານ​ຜ່າ​ບັນດາ​ຮົ້ວ​ກີດຂວາງ​ດ້ານ​ເຕັກນິກ ​ແລະ “ເປີດ​ປະຕູ” ​ໃຫ້​ຕະຫຼາດ​ສົ່ງ​ອອກ​ທີ່​ມີ​ມູນຄ່າ​ສູງ.

ຕາມ​ທັດສະນະ​ຂອງ​ບັນດາ​ປະ​ເທດ​ສົ່ງ​ອອກ, ທ່ານ ​ເລືອງ​ເຟືອກວີງ, ຜູ້​ອຳ​ນວຍ​ການ​ໃຫຍ່ ພາກພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຂອງ​ກຸ່ມ Tentamus ​ໃຫ້​ຮູ້​ວ່າ: ປັດຈຸບັນ ຫຼາຍ​ຕະຫຼາດ​ຢູ່​ເອີ​ລົບ​ ມີ​ທ່າ​ແຮງ​ບໍ່​ໜ້ອຍ​ກວ່າ​ຕະຫຼາດ​ຈີນ ຖ້າ​ຫາກຫວຽດນາມ ສາມາດ​ຕອບ​ສະໜອງ​ໄດ້. ມາດຕະຖານທີ່ຕະຫຼາດນີ້ວາງອອກ ກໍບໍ່ເຄັ່ງຄັດເກີນໄປ. ສິ່ງສໍາຄັນແມ່ນຄວນເຂົ້າໃຈລັກສະນະທາດແທ້ ແລະ ຄວາມຕ້ອງການຂອງຕະຫຼາດ ເພາະວ່າຄູ່ຮ່ວມງານເອີຣົບ ກໍພ້ອມທີ່ຈະຊ່ວຍເຫຼືອ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.