ຫວຽດນາມ ເຂົ້າຮ່ວມ Macfrut 2021 ເປັນເທື່ອທຳອິດ

06:30 | 10/09/2021

ຍສໝ - ແຕ່ວັນທີ 7 ຫາວັນທີ 9 ກັນຍາ, ງານຕະຫຼາດນັດ Macfrut Fruit Fair ຄັ້ງທີ 38 (ໃນປີ 2021) ໄດ້ຈັດຂຶ້ນທີ່ເມືອງ Rimini (Emilia Romagna - ອີຕາລີ), ມີປະມານ 800 ຮ້ານວາງສະແດງສິນຄ້າ ແລະ ໄດ້ດຶງດູດຜູ້ນໍາເຂົ້າໝາກໄມ້ຈຳນວນ 500 ແຫ່ງຈາກປະເທດຕ່າງໆໃນໂລກ...

ຄະນະນັກກິລາຫວຽດນາມ ເຂົ້າຮ່ວມ Olympic ດ້ວຍສະມາຊິກ 43 ຄົນ ຄະນະນັກກິລາຫວຽດນາມ ເຂົ້າຮ່ວມ Olympic ດ້ວຍສະມາຊິກ 43 ຄົນ
ຫວຽດນາມ ເຂົ້າຮ່ວມ Army Games 2020 ຢູ່ ລັດເຊຍ ຫວຽດນາມ ເຂົ້າຮ່ວມ Army Games 2020 ຢູ່ ລັດເຊຍ

ສະຖານທູດຫວຽດນາມ ປະຈຳ ອີຕາລີ ໄດ້ປະສານສົມທົບກັບອຳນາດການປົກຄອງສອງແຂວງ ຄື: ເຊີນລາ ແລະ ເບັນແຈ ເພື່ອເຊົ່າຮ້ານວາງສະແດງເປັນຄັ້ງທຳອິດ, ນຳເອົາຜະລິດຕະພັນພິເສດ ຄື ໝາກພຸກ, ໝາກອາໂວກາໂດ, ໝາກລຳໄຍ, ໝາກໂກ, ໝາກມ່ວງ, ບັນດາຍີ່ຫໍ້ຊາ ແລະ ກາເຟຈາກຫວຽດນາມເຂົ້າຮ່ວມງານຕະຫຼາດນັດ.

ຫວຽດນາມ ເຂົ້າຮ່ວມ Macfrut 2021 ເປັນເທື່ອທຳອິດ
ຫວຽດນາມ ເຂົ້າຮ່ວມ Macfrut 2021 ເປັນເທື່ອທຳອິດ. ພາບ: TTXVN

ທ່ານນາງເອກອັກຄະລັດຖະທູດຫວຽດນາມ ປະຈຳ ອີຕາລີ ຫງວຽນທິບິກເຫວ້ ໄດ້ເນັ້ນໜັກວ່າ ການເຂົ້າຮ່ວມງານຕະຫຼາດນັດ Macfrut 2021 ໃນສະພາບການໂລກລະບາດໂຄວິດ-19 ໄດ້ສະແດງໃຫ້ເຫັນຄວາມມຸ່ງຫວັງ ແລະ ຄວາມມານະພະຍາຍາມຂອງສະຖານທູດ ກໍ່ຄື ບັນດາທ້ອງຖິ່ນ, ວິສາຫະກິດພາຍໃນປະເທດ ໃນການໂຄສະນາແນະນຳຜະລິດຕະພັນໝາກໄມ້ຫວຽດນາມ ສົ່ງອອກສູ່ຕະຫຼາດໂລກ.

ນອກຈາກຮ້ານວາງສະແດງໂດຍກົງແລ້ວ, ງານຕະຫຼາດນັດ Macfrut 2021 ຍັງຈັດຮ້ານວາງສະແດງດ້ວຍຮູບການອອນໄລ, ກາຍເປັນຂົວຕໍ່ເພື່ອຊ່ວຍໃຫ້ປະຊາຄົມວິສາຫະກິດພາຍໃນ ສາມາດເຂົ້າເຖິງ ແລະ ເຊື່ອມຕໍ່ກັບຄູ່ຮ່ວມງານດ້ວຍເຕັກໂນໂລຍີທີ່ກ້າວໜ້າໃນການຜະລິດ, ປຸງແຕ່ງ ແລະ ເກັບຮັກສາຜະລິດຕະພັນໝາກໄມ້ຂອງອີຕາລີ.

ການເຂົ້າຮ່ວມ Macfrut 2021 ແມ່ນບາດກ້າວເປີດຕົວທີ່ສຳຄັນ, ເປີດຊ່ອງທາງໃຫ້ແກ່ການເຂົ້!ຮ່ວມ ແລະ ການມີໜ້າຂອງວິສາຫະກິດຫວຽດນາມຢູ່ອີຕາລີ ແລະ ບັນດາປະເທດ EU ເວົ້າລວມ ນັບມື້ນັບຫຼາຍຂຶ້ນໃນເວລາທີ່ຈະມາເຖິງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.