ບັນດາກິດຈະການທີ່ເຕັມໄປດ້ວຍນ້ຳໃຈໄມຕີຈິດມິດຕະພາບຢູ່ປະເທດເພື່ອນລາວ

10:00 | 14/06/2022

ໂດຍປະຕິບັດໜ້າທີ່ຢູ່ປະເທດເພື່ອນລາວ, ໃນຊຸມປີຜ່ານມາ, ບໍລິສັດກໍ່ສ້າງ Coecco ລາວ ຈໍາກັດຜູ້ດຽວ (ບໍລິສັດໃຫຍ່ຮ່ວມມືເສດຖະກິດທະຫານເຂດ 4) ໄດ້ຊ່ວຍເຫຼືອປະເທດເພື່ອນລາວ ລົງມືກໍ່ສ້າງຫຼາຍກິດຈະການສໍາຄັນ, ປະກອບສ່ວນຮັດແໜ້ນນໍ້າໃຈມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ.

ຮັດແໜ້ນສາຍພົວພັນລະຫວ່າງແຂວງກວ້າງນາມ (ຫວຽດນາມ) ແລະແຂວງເຊກອງ (ລາວ) ຮັດແໜ້ນສາຍພົວພັນລະຫວ່າງແຂວງກວ້າງນາມ (ຫວຽດນາມ) ແລະແຂວງເຊກອງ (ລາວ)
ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ

ໄປພ້ອມກັບການນໍາບໍລິສັດກໍ່ສ້າງ Coecco ລາວ ຈໍາກັດຜູ້ດຽວ (ບໍລິສັດ Coecco ລາວ) ມາຢ້ຽມຢາມໂຮງຮຽນມັດທະຍົມຕອນປາຍພອນສະຫວັນຊຽງຂວາງ ຢູ່ເທດສະບານເມືອງໂພນສະຫວັນ, ແຂວງຊຽງຂວາງ, ພວກຂ້າພະເຈົ້າ ຮູ້ສຶກປະທັບໃຈຕໍ່ບັນດາຕຶກອາຄານທີ່ມີສະຖາປັດຕະຍະກຳທັນສະໄໝ ແຕ່ເຂັ້ມຂຸ້ນໄປດ້ວຍສີສັນທີ່ເປັນມູນເຊື້ອຂອງລາວ. ນາງຄູ ພອນພັດສໍ ພາບມີໄຊ, ຜູ້ອໍານວຍການໂຮງຮຽນ ໃຫ້ຮູ້ວ່າ: “ໂຮງຮຽນປະກອບດ້ວຍ 3 ກິດຈະກໍາຍ່ອຍ: ເຮືອນສໍາລັບຄູອາຈານ ແລະນັກຮຽນ, ຫໍພັກ ແລະຫ້ອງເຮືອນ 2 ແຖວ ດ້ວຍ 16 ຫ້ອງ, ເຊິ່ງສາມາດກໍ່ສ້າງນັກຮຽນກວ່າ 500 ຄົນ. ກິດຈະການໄດ້ຮັບການກໍ່ສ້າງ ຈາກທຶນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ ໂດຍບໍລິສັດ Coecco ລາວ ລົງມືກໍ່ສ້າງ. ພາຍຫຼັງດໍາເນີນການກໍ່ສ້າງມາເປັນເວລາ 18 ເດືອນ, ດ້ວຍຄວາມມານະພະຍາຍາມ ແລະຄວາມຮັບຜິດຊອບສູງຂອງພະນັກງານ, ພາລະກອນບໍລິສັດ, ເດືອນມີນາ 2020, ກິດຈະການດັ່ງກ່າວ ໄດ້ຮັບການກໍ່ສ້າງສໍາເລັດ ແລະນໍາເຂົ້າໃຊ້ງານ, ໄວກວ່າແຜນການທີ່ໄດ້ວາງອອກ 11 ເດືອນ”.

ບັນດາກິດຈະການທີ່ເຕັມໄປດ້ວຍນ້ຳໃຈໄມຕີຈິດມິດຕະພາບຢູ່ປະເທດເພື່ອນລາວ
ພະນັກງານ, ພາລະກອນບໍລິສັດ Coecco ລາວ ລົງມືກໍ່ສ້າງໂຄງການສ້ອມແປງ, ຍົກລະດັບໂຮງໝໍແຂວງໄຊສົມບູນ. ພາບ: ຮວ່າງຖ໊າຍ.

ໂຮງຮຽນມັດທະຍົມຕອນປາຍພອນສະຫວັນຊຽງຂວາງ ແມ່ນໂຮງຮຽນທີ່ມີຄຸນນະພາບສູງຂອງຂະແໜງສຶກສາແຂວງຊຽງຂວາງ, ເພື່ອແນໃສ່ກໍ່ສ້າງນັກຮຽນດີເດັ່ນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຊັບພະຍາກອນມະນຸດທີ່ມີຄຸນນະພາບ ໃຫ້ພາລະກິດສ້າງສາປະເທດລາວ. ດ້ວຍສະຖາປັດຕະຍະກຳທັນສະໄໝ, ບໍລິເວນສີຂຽວ, ສະອາດ, ສວຍງາມ, ເປັນມິດກັບສະພາບແວດລ້ອມແຫ່ງການສິດສອນ, ນີ້ກໍ່ແມ່ນກິດຈະການວັດທະນະທຳທີ່ພົ້ນເດັ່ນຂອງເທດສະບານເມືອງໂພນສະຫວັນ ກໍ່ຄືຂອງແຂວງຊຽງຂວາງ.

ອອກຈາກເທດສະບານເມືອງໂພນສະຫວັນ, ຄະນະປະຕິບັດງານ ໄປຢ້ຽມຢາມໂຮງໝໍແຂວງໄຊສົມບູນ ຢູ່ເມືອງອະນຸວົງ, ແຂວງໄຊສົມບູນ. ເຊິ່ງພວມຢູ່ໃນໄລຍະສ້ອມແປງ, ຍົກລະດັບ, ສະນັ້ນ, ບັນຍາກາດອອກແຮງງານຢູ່ທີ່ນີ້ກໍ່ຮີບດ່ວນທີ່ສຸດ. ທ່ານພັນຕີ ຫງວຽນດິ່ງລືວ, ຜູ້ອໍານວຍການໂຮງງານກໍ່ສ້າງ 10, ບໍລິສັດ Coecco ລາວ ໃຫ້ຮູ້ວ່າ “ໃນວິວັດແຫ່ງການຜັນຂະຫຍາຍການກໍ່ສ້າງ, ພວກຂ້າພະເຈົ້າ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຄື: ພະຍາດໂຄວິດ-19 ຜັນແປຢ່າງສັບສົນ, ແກ່ຍາວກໍ່ຄວາມຫຍຸ້ງຍາກໃນການສົ່ງຜູ້ອອກແຮງງານ ແລະວັດຖຸກໍ່ສ້າງຈາກຫວຽດນາມ ໄປລາວ; ລາຄາວັດສະດຸກໍ່ສ້າງເພີ່ມຂຶ້ນ... ເຖິງຢ່າງໃດກໍ່ຕາມ, ພະນັກງານ, ພາລະກອນ, ຜູ້ອອກແຮງງານຂອງບໍລິສັດຍັງພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ຍູ້ໄວຄວາມຄືບໜ້າ, ຕັດສິນໃຈກໍ່ສ້າງໃຫ້ສໍາເລັດເພື່ອມອບ-ຮັບ, ເປີດນໍາໃຊ້ກິດຈະການ ໃນປີ 2022”.

ໂຄງການໂຮງໝໍແຂວງໄຊສົມບູນ ໄດ້ຮັບການລົງມືກໍ່ສ້າງນັບແຕ່ເດືອນກຸມພາ 2021. ພາຍຫຼັງການກໍ່ສ້າງສໍາເລັດຈະຍົກລະດັບຈາກໂຮງໝໍດ້ວຍຈໍານວນ 35 ຕຽງ ຂຶ້ນເປັນ 80 ຕຽງ, ມີພື້ນຖານໂຄງລ່າງເຕັກນິກກ້າວໜ້າ, ທັນສະໄໝ. ຜ່ານນັ້ນ, ຍົກສູງຄວາມສາມາດກວດ ແລະປິ່ນປົວພະຍາດຂອງໂຮງໝໍ; ຮັບໃຊ້ຄວາມຕ້ອງການກວດ ແລະປິ່ນປົວພະຍາດຂອງປະຊາຊົນໃນແຂວງ ແລະເຂດໃກ້ຄຽງ.

ນອກຈາກນັ້ນ, ບໍລິສັດ Coecco ລາວ ໄດ້ຊ່ວຍປະເທດເພື່ອນລາວ ກໍ່ສ້າງສໍາເລັດຫຼາຍກິດຈະການວັດທະນະທໍາ, ເສດຖະກິດ, ສຶກສາກໍ່ສ້າງ, ສາທາລະນະສຸກ... ປະຕິບັດໜ້າທີ່ພັດທະນາເສດຖະກິດ ຕິດພັນກັບການພົວພັນຕ່າງປະເທດດ້ານປ້ອງກັນຊາດຢ່າງແໜ້ນແຟ້ນ, ປະຕິບັດວຽກງານ ຂົນຂວາຍປະຊາຊົນ, ຕ້ັງໜ້າຊ່ວຍເຫຼືອທ້ອງຖິ່ນລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງຊົນນະບົດໃໝ່, ປ້ອງກັນ, ຕ້ານພະຍາດໂຄວິດ-19; ສ້າງພາບພົດ, ອິດທິພົນຊື່ສຽງ, ຄວາມປະທັບໃຈອັນດີງາມໃຫ້ຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນທ້ອງຖິ່ນ. ໂດຍຮັບຮູ້ຜົນງານໃນການປະຕິບັດບັນດາໂຄງການດັ່ງກ່າວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ປະດັບຫຼຽນໄຊແຮງງານ ຊັ້ນ III ໃຫ້ບໍລິສັດ Coecco ລາວ.

ທ່ານພັນເອກ ຫງວຽນວັນນາມ, ຜູ້ອໍານວຍການບໍລິສັດ ໃຫ້ຮູ້ຕື່ມວ່າ “ພວກຂ້າພະເຈົ້າ ໄດ້ ແລະກໍາລັງຊ່ວຍປະເທດເພື່ອນລາວ ກໍ່ສ້າງຫຼາຍກິດຈະການທີ່ມີຄວາມໝາຍ, ຮັບປະກັນຄວາມປອດໄພ, ຄຸນນະພາບເຕັກນິກ, ຄວາມຄືບໜ້າ, ຄື: ໂຮງຮຽນການທະຫານແຂວງໄຊສົມບູນ, ໂຮງໝໍແຂວງໄຊສົມບູນ, ເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ແຂວງຄໍາມ່ວນ... ເມື່ອໄດ້ຮັບການກໍ່ສ້າງສໍາເລັດ, ບັນດາກິດຈະກໍາດັ່ງກ່າວມີຄວາມໝາຍສໍາຄັນ ໃນການພັດທະນາວັດທະນະທໍາ, ສັງຄົມ, ສາທາລະນະສຸກ... ຢູ່ທ້ອງຖິ່ນ”.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.