ຫວຽດນາມດຳລົງບົດບາດເປັນປະທານກອງທຶນອາຊຽນ ຢ່າງສໍາເລັດຜົນດີເລີດ

13:05 | 14/06/2022

ຍສໝ- ເມື່ອບໍ່ດົນມານີ້, ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັງ, ຫົວໜ້າຄະນະຫວຽດນາມ ປະຈໍາ ອາຊຽນ ໄດ້ນໍາໜ້າຄະນະຫວຽດນາມ ເຂົ້າຮ່ວມກອງປະຊຸມ ຄັ້ງທີ 48 ຂອງສະພາມອບກໍາມະສິດກອງທຶນອາຊຽນ (AF BOT 48) ທີ່ສໍານັກງານຄະນະເລຂາອາຊຽນ. ທີີ່ກອງປະຊຸມ, ບັນດາປະເທດໄດ້ສະແດງຄວາມຂອບໃຈມາຍັງປະເທດຫວຽດນາມ ທີ່ໄດ້ດຳລົງບົດບາດເປັນປະທານກອງທຶນອາຊຽນປີ 2021 ຢ່າງສໍາເລັດຜົນດີເລີດ.

ໂວດໃຫ້ການທ່ອງທ່ຽວຫວຽດນາມ ທີ່ລາຍການລາງວັນ World Travel Awards 2022 ໂວດໃຫ້ການທ່ອງທ່ຽວຫວຽດນາມ ທີ່ລາຍການລາງວັນ World Travel Awards 2022
ຫວຽດນາມ ຈັດຕັ້ງກອງປະຊຸມບັນດາສູນຮັກສາສັນຕິພາບ ຢ່າງສໍາເລັດຜົນ ຫວຽດນາມ ຈັດຕັ້ງກອງປະຊຸມບັນດາສູນຮັກສາສັນຕິພາບ ຢ່າງສໍາເລັດຜົນ
ຫວຽດນາມດຳລົງບົດບາດເປັນປະທານກອງທຶນອາຊຽນ ຢ່າງສໍາເລັດຜົນດີເລີດ
ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັງ, ຫົວໜ້າຄະນະຫວຽດນາມ ປະຈໍາ ອາຊຽນ (ພາບ: TTXVN)

ນີ້ແມ່ນກອງປະຊຸມທໍາອິດໃນປີ 2022 ຂອງສະພາມອບກໍາມະສິດກອງທຶນອາຊຽນ. ໃນກອງປະຊຸມ ໄດ້ຮອງຮັບ ແລະ ຕີລາຄາສູງຕໍ່ບັນດາການເຄື່ອນໄຫວໂດຍກອງທຶນອາຊຽນ ຈັດຕັ້ງ ແລະ ຜັນຂະຫຍາຍ ແຕ່ເດືອນພະຈິກ 2021 ຮອດເດືອນເມສາ 2022, ໃນສະພາບການພະຍາດໂຄວິດ-19 ຍັງສືບຕໍ່ມີຄວາມຫຍຸ້ງຍາກຫຼາຍຕໍ່ການເຄື່ອນໄຫວ ແລະ ລາຍການຂອງກອງທຶນ.

ທີ່ກອງປະຊຸມ, ບັນດາປະເທດໄດ້ສະແດງຄວາມຂອບໃຈມາຍັງປະເທດຫວຽດນາມ ທີ່ໄດ້ດຳລົງບົດບາດເປັນປະທານກອງທຶນອາຊຽນປີ 2021 ຢ່າງສໍາເລັດຜົນດີເລີດ, ສະແດງຄວາມຊົມເຊີຍຕໍ່ຄວາມມານະພະຍາຍາມຂອງກອງທຶນອາຊຽນ ໃນການຈັດຕັ້ງບັນດາການເຄື່ອນໄຫວຂອງກອງທຶນໃນໄລຍະຜ່ານມາ ເພື່ອແນໃສ່ເພີ່ມທະວີຄວາມຮູ້ກ່ຽວກັບອາຊຽນ, ເຊື່ອມຕໍ່ ແລະ ສົມທົບກັບຄະນະເລຂາອາຊຽນ ແລະ ບັນດາຄູ່ຮ່ວມມື.

ຫອມມາລາ

ເຫດການ
302 Found

Found

The document has moved here.