ແຂ​ກ​ທ່ອງ​ທ່ຽວ​ເມັກ​ຊີ​ໂກ: ຫວຽດນາມ ມີ​ຊື່​ສຽງ​ທີ່​ສຸດ​ຢູ່​ປະ​ເທດ​ຂ້າ​ພະ​ເຈົ້າ

13:00 | 06/06/2022

ຍ​ສ​ໝ - ມີຫຼາຍ​ຄູ່​ຮັກ​ຢາກ​ມາ​ຫວຽດ​ນາມ ພາຍ​ຫຼັງ​ແຕ່​ງາມ, ຍ້ອນ​ວ່າ​ນີ້​ແມ່ນ​ສະ​ຖ​ານ​ທີ່​ທ່ອງ​ທ່ຽວ​ທີ່ມີຄວາມ​ແຕກ​ຕ່າງ.

ຮ່າ​ໂນ້ຍ ແລະ ດ່າ​ນັ້ງ ໄດ້​ນອນ​ໃນ Top ທີ່ໄດ້​ຮັບຄວາມ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ​ຢູ່​ອາ​ຊີ 2022 ຮ່າ​ໂນ້ຍ ແລະ ດ່າ​ນັ້ງ ໄດ້​ນອນ​ໃນ Top ທີ່ໄດ້​ຮັບຄວາມ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ​ຢູ່​ອາ​ຊີ 2022
ນັກ​ກິລາປະເທດຕ່າງໆ ເຂົ້າຮ່ວມ ​ຊີ​ເກມ ​ຄັ້ງ​ທີ 31 ​ຢ້ຽມຊົມບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມ ນັກ​ກິລາປະເທດຕ່າງໆ ເຂົ້າຮ່ວມ ​ຊີ​ເກມ ​ຄັ້ງ​ທີ 31 ​ຢ້ຽມຊົມບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມ
ແຂ​ກ​ທ່ອງ​ທ່ຽວ​ເມັກ​ຊີ​ໂກ: ຫວຽດນາມ ມີ​ຊື່​ສຽງ​ທີ່​ສຸດ​ຢູ່​ປະ​ເທດ​ຂ້າ​ພະ​ເຈົ້າ
ແຂກ​ທ່ອງ​ທ່ຽວ​ສອງ​ຄົນ Pablo ແລະ Sofia (ພາບ: Sofia )

ແຂກ​ທ່ອງ​ທ່ຽວ​ສອງ​ຄົນ Pablo ແລະ Sofia ໃຫ້​ຮູ້​ວ່າ ສຳ​ລັບຊາວ​ເມັກຊີ​ໂກ, ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ Honey Moon ທີ່​ມີ​ຊື່​ສຽງ​ທີ່​ສຸດ. ມີຫຼາຍ​ຄູ່​ຮັກ​ຢາກ​ມາ​ຫວຽດ​ນາມ ພາຍ​ຫຼັງ​ແຕ່​ງານ, ຍ້ອນ​ວ່າ​ນີ້​ແມ່ນ​ສະ​ຖານ​ທີ່​ແຕກ​ຕ່າງ​​ກັບ​ບ່ອນ​ອື່ນ.

ພາຍ​ຫຼັງ​ຜ່ານ​ໄລຍະ​ທາງ​ທີ່​ຍາວ​ ດ້ວຍ​ຖ້ຽວ​ບິນ​ຈາກ​ເມັກ​ຊີ​ໂກ​ໄປ​ຍັງ ອາ​ເມ​ລິ​ກາ, ຕໍ່ຍົນ​ຢູ່​ຍີ່​ປຸ່ນ ແລ້ວ​ໄປ​ຍັງ​ສິງ​ປະ​ໂປ, ສຸດ​ທ້າຍ Pablo ແລະ Sofia ກໍ່​ປະ​ຕິ​ບັດ​ໄດ້​ແຜນ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ພາຍຫຼັງ 2 ປີ​ທີ່ລໍ​ຄອຍ. ຄູ່​ຮັກນີ້ ​ຄາດ​ວ່າ ຈະ​ໄປ Honey Moon ຢູ່ ຫວຽດ​ນາມ ພາຍຫຼັງ​ແຕ່​ງ​ງານ​ໃນ​ເດືອນ​ສິງ​ຫາ​ປີ 2020, ແຕ່​ພະ​ຍາດ​ໂຄວິດ - 19 ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ຢຸດ​ແຜນ​ການ​ຊົ່ວ​ຄາວ. ເຊິ່ງບໍ່​ສາ​ມາດ​ໄປ​ຍັງ ຫວຽດ​ນາມ ແຕ່ຄູ່​ຮັກ​ນີ້​ກໍ່​ບໍ່​ເລືອກ​ເອົາ​ສະ​ຖານ​ທີ່​ອື່ນ​ ຈິ່ງ​ລໍ​ຖ້າ​ຮອດ​ເວ​ລາ​ມີ​ເງື່ອນ​ໄຂ. Sofia ໃຫ້​ຮູ້​ວ່າ:

ຢູ່​ເມັກ​ຊີ​ໂກ, ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ Honey Moon ທີ່​ມີ​ຊື່​ສຽງ​ທີ່​ສຸດ. ທຸກ​ຄົນ​ລ້ວນ​ແຕ່​ມີ​ຄວາມ​ຕື່ນເຕັ້ນ ຖ້າໄດ້​ຟັງ​ວ່າ ຜູ້​ໃດ​ຈະ​ໄປ​ ຫວຽດ​ນາມ ພາຍຫຼັງ​ແຕ່ງ​ງານ. ເພື່ອນ​ຂ້າ​ພະ​ເຈົ້າ​ກໍ່​ບອກ​ວ່າ ​ຈົ່ງ​ມາ​ຍັງ ຫວຽດ​ນາມ, ຍ້ອນ​ວ່າ​ບ່ອນ​ນີ້​ບໍ່​ຄື​ກັນ​ກັບ​ບໍ່​ວ່າ​ສິ່ງ​ໃດ​ທີ່​ເຈົ້າ​ຮູ້​ຈັກ. ພວກ​ຂ້າ​ພະ​ເຈົ້າ​ເລືອກ​ເອົາ ຫວຽດ​ນາມ ຍ້ອນ​ວ່າ ຢາກ​ເຮັດ​ສິ່ງ​ທີ່ພິ​ເສດ​ຢູ່​ເຂດ​ດິນ​ແດນ​ຫ່າງ​ໄກ, ໃນ​ໂອ​ກາດ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ຊີ​ວິດ.

ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທຳ​ອິດ​ຂອງ Pablo ແລະ Sofia ນັບ​ແຕ່​ເວ​ລາ​ແຕ່ງ​ງານ, ນີ້​ກໍ່​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ເຂົາ​ເຈົ້າ​ໄດ້​ໄປ​ຍັງ​ອາ​ຊີ. ຢູ່ ຫວຽດ​ນາມ, ຄູ່​ຮັກ​ຊາວ​ເມັກ​ຊີ​ໂກ ໄດ້​ສະ​ຫງວນ​ເວ​ລາ​ພັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ​ຢູ່ ດ່າ​ນັ້ງ, ຫຼັງ​ຈາກ​ນັ້ນ​ໄປ​ຍັງ ຮ່າ​ໂນ້ຍ, ຢ້ຽມ​ຊົມ​ອ່າວ​ຮະ​ລອງ ແລະ ນະ​ຄອນ​ໂຮ່​ຈີ​ມິນ ກ່ອນ​ທີ່​ຈະ​ໄປ​ໄທ ແລະ Maldives.

Pablo ແລະ Sofia ຖືວ່າ ຂໍ້​ກຳ​ນົດການ​ເຂົ້າ​ເມືອງ ທ່ອງ​ທ່ຽວ​ຫວຽດ​ນາມ ມີ​ຄວາມ​ສະ​ດວກຫຼາຍ​ເມື່ອ​ທຽບ​ໃສ່​ກັບ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໃນ​ພາກ​ພື້ນ, ນີ້ກ​ກໍ່​ແມ່​ນທ່າ​ໄດ້​ປຽບ​ອັນ​ໜຶ່ງ​ເພື່ອ​ໃຫ້​ແຂກ​ທ່ອ​ງ​ທ່ຽວ​ສາ​ກົນ​ເລືອກ​ເອົາ ຫວຽດ​ນາມ. ຄູ່​ຮັກ​ເມັກ​ຊີ​ໂກ ຖື​ວ່າ ບັນ​ດາ​ຮ່ອງ​ຮອຍ​ ຫຼື ເຮືອນ​ເກົ່າ​ໂຮ້ຍ​ອານ, ຮ່າ​ໂນ້ຍ​ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ຂອງ ຫວຽດ​ນາມ, ຄວນ​ໄດ້​ຮັບ​ການ​ອະ​ນຸ​ລັກ​ຮັກ​ສາ. ເຖິງ​ຢ່າງ​ໃດ​ກໍ່​ຕາມ ກໍ່​ຍັງມີ​ຈຸ​ດ​ອ່ອນ​ນັ້ນ​ແມ່ນ​ພາ​ສາ​ອັງ​ກິດ​ຄວນ​ໄດ້​ຮັບ​ການ​ນຳ​ໃຊ້​ຢູ່ຫຼາຍ​ສະ​ຖານ​ທີ່​ທ່ອງ​ທ່ຽວ, ຮ້ານ​ອາ​ຫານ ແລະ ສະ​ໜາມ​ບິນ... ກ່​ວາ​ອີກ.

Pablo ຈະ​ເລົ່າ​ກັບ​ຍາດ​ຕິ​ພີ່​ນ້ອງ, ເພື່ອນ​ມິດ​ວ່າ ເຂົາ​ເຈົ້າ​ແນ່ນອນ​ວ່າ​ຄວນ​ໄປ​ຍັງ ຫວຽດ​ນາມ ຢ່າງ​ໜ້ອຍ​ສຸດ​ເທື່ອ​ໜຶ່ງ ແລະ ຢັ້ງ​ຢືນ​ວ່າ ຊາວ​ເມັກ​ຊີ​ໂກ​ ຈະ​ມັກ​ຫວຽດ​ນາມ ທີ່​ສຸດ, ຄ້າຍ​ຄື​ກັນ​ກັບ​ການ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ ແລະ ຄວາມ​ຊົງ​ຈຳ​ທີ່​ເປັນ​ໜ້າ​ຈຳ ເຊິ່ງ​ຄູ່ຮັກນີ້ມີ. ຄູ່​ຮັກ​ນີ້​ຍັງ​ຢາກ​ກັບໄປ ຫວຽດ​ນາມອີກ ຍ້ອນ​ຍັງ​ມີຫຼາຍ​ບ່ອນ​ຢູ່​ໂຮ້ຍ​ອານ, ດ່າ​ນັ້ງ ແລະ ບັນ​ດາ​ເຂດ​​ແດນ​ແຫ່ງ​ຕ່າງໆ ທີ່ຍັງ​ບໍ່​ມີ​ໂອ​ກາດ​ຄົ້ນ​ຫາ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.