ພົນເອກ ຟານວັນຢາງ ຕ້ອນຮັບທ່ານເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ

17:56 | 06/06/2022

ຕອນບ່າຍວັນທີ 3 ມິຖຸນາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ Marc Evans Knapper ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ.

ປະດັບຫຼຽນໄຊມິດຕະພາບໃຫ້ແກ່ອະດີດເອກອັກຄະລັດຖະທູດອາກຊັງຕີນ ປະຈໍາ ຫວຽດນາມ ປະດັບຫຼຽນໄຊມິດຕະພາບໃຫ້ແກ່ອະດີດເອກອັກຄະລັດຖະທູດອາກຊັງຕີນ ປະຈໍາ ຫວຽດນາມ
ມອບຫຼຽນໄຊມິດຕະພາບ ແລະ ຫຼຽນກາລະນຶກເພື່ອສັນຕິພາບໃຫ້ ອະດີດເອກອັກຄະລັດຖະທູດສິງກະໂປ ປະຈໍາ ຫວຽດນາມ ມອບຫຼຽນໄຊມິດຕະພາບ ແລະ ຫຼຽນກາລະນຶກເພື່ອສັນຕິພາບໃຫ້ ອະດີດເອກອັກຄະລັດຖະທູດສິງກະໂປ ປະຈໍາ ຫວຽດນາມ
ພົນເອກ ຟານວັນຢາງ ຕ້ອນຮັບທ່ານເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ
ທ່ານພົນເອກ ຟານວັນຢາງ ແລກປ່ຽນກັບທ່ານ Marc Evans Knapper ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ. ພາບ: ແຄງເງິນ.

ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ເຖິງວ່າໄດ້ຮັບຜົນກະທົບຫຼາຍຢ່າງຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ການພົວພັນລະຫວ່າງສອງປະເທດ ກໍ່ຄືລະຫວ່າງສອງກະຊວງປ້ອງກັນປະເທດຍັງໄດ້ຮັບການຮັກສາຜ່ານການຢ້ຽມຢາມຂັ້ນສູງ; ທ່ານພົນເອກ ສະແດງຄວາມຂອບໃຈຕໍ່ຝ່າຍອາເມລິກາ ທີ່ສະຫງວນການໜູນຊ່ວຍໃຫ້ຫວຽດນາມ ກ່ຽວກັບວັກຊິນ ແລະອຸປະກອນປ້ອງກັນ, ຕ້ານພະຍາດໂຄວິດ-19 ດ້ວຍປະລິມານຫຼາຍ.

ໃນໄລຍະຈະມາເຖິງ, ທ່ານພົນເອກ ຟານວັນຢາງ ສະເໜີໃຫ້ ທ່ານ Marc Evans Knapper ສືບຕໍ່ເອົາໃຈໃສ່ເຖິງການຜັນຂະຫຍາຍຂົງເຂດຮ່ວມມືດ້ານປ້ອງກັນຊາດຕາມເອກະສານຂໍ້ຕົກລົງທີ່ໄດ້ລົງນາມ, ເຫັນດີເປັນເອກະພາບລະຫວ່າງການນໍາຂັ້ນສູງສອງປະເທດ; ສະເໜີຝ່າຍອາເມລິກາ ໃຫ້ບຸລິມະສິດຍູ້ໄວຄວາມຄືບໜ້າໂຄງການແກ້ໄຂມົນລະພິດດີໂອຊີນຢູ່ເຂດສະໜາມບິນບຽນຮວ່າ.

ສ່ວນທ່ານ Marc Evans Knapper ໃຫ້ຂໍ້ສັງເກດວ່າ ໃນໄລຍະຜ່ານມາການພົວພັນສອງຝ່າຍສືບຕໍ່ພັດທະນາເໝາະສົມກັບການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດໃນທຸກຂົງເຂດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ ອາເມລິກາ ຢາກສືບຕໍ່ໜູນຊ່ວຍຫວຽດນາມ ໃນຂົງເຂດທີ່ຫວຽດນາມ ທີ່ມີຄວາມຕ້ອງການ; ພ້ອມທັງຢາກຊຸກຍູ້ການພົວພັນກັບຫວຽດນາມ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ລະບອບການເມືອງຂອງກັນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ຮ່ວມມື, ພັດທະນາໃນພາກພື້ນ ແລະໃນໂລກ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ໃນຖານະຕຳແໜ່ງເຮັດວຽກຂອງຕົນຈະສືບຕໍ່ສະໜັບສະໜູນເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໃຫ້ຍິ່ງໆຂຶ້ນ.

la.qdnd.vn

ເຫດການ
302 Found

Found

The document has moved here.