ການປຸກລະດົມລາຍການ “ໜຶ່ງລ້ານຕົ້ນໄໝ້ - ເພື່ອໜຶ່ງຫວຽດນາມສີຂຽວ”

19:00 | 12/06/2022

ຍສໝ- ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈິມິນ ແລະ ບໍລິສັດນໍ້າດື່ມ Suntory PepsiCo ຫວຽດນາມ ຈຳກັດ ໄດ້ຈັດກອງປະຊຸມຂ່າວເພື່ອປຸກລະດົມລາຍການ “ໜຶ່ງລ້ານຕົ້ນໄໝ້ - ເພື່ອໜຶ່ງຫວຽດນາມສີຂຽວ”.

ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ໄດ້ດຳເນີນການປຸກລະດົມ ເພື່ອສະໜັບສະໜູນກອງທຶນວັກຊີນກັນ COVID-19 ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ໄດ້ດຳເນີນການປຸກລະດົມ ເພື່ອສະໜັບສະໜູນກອງທຶນວັກຊີນກັນ COVID-19
ປຸກລະດົມທົ່ວປວງຊົນສະຫນັບສະຫນູນເພື່ອປ້ອງກັນ ຄວບຄຸມ Covid-19 ປຸກລະດົມທົ່ວປວງຊົນສະຫນັບສະຫນູນເພື່ອປ້ອງກັນ ຄວບຄຸມ Covid-19
ການປຸກລະດົມລາຍການ “ໜຶ່ງລ້ານຕົ້ນໄໝ້ - ເພື່ອໜຶ່ງຫວຽດນາມສີຂຽວ”
ການປຸກລະດົມລາຍການ “ໜຶ່ງລ້ານຕົ້ນໄໝ້ - ເພື່ອໜຶ່ງຫວຽດນາມສີຂຽວ” (ພາບ: VGP/Nhật Nam)

ລາຍການ​ ໄດ້ຈັດ​ຕັ້ງ​ເພື່ອແນໃສ່​ຮ່ວມແຮງ​ຂອງ​ຊາວ​ໜຸ່ມ ຫວຽດນາມ ​ເຂົ້າ​ໃນ​ການ​ຟື້ນ​ຟູ​ປ່າ​ຕົ້ນນ້ຳ, ພັດທະນາ​ຕົ້ນ​ໄມ້​ສີຂຽວ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ຈາກນັ້ນ, ປະກອບສ່ວນເຂົ້າໃນການ​ໂຄສະນາ​ເຜີຍ​ແຜ່​, ສຶກສາເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້, ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ສະມາຊິກຊາວ​ໜຸ່ມ​ກ່ຽວ​ກັບ​ບົດບາດ ​ແລະ ຄວາມ​ສຳຄັນ​ຂອງ​ຕົ້ນ​ໄມ້ສີຂຽວ ​ແລະ ປ່າ​ໄມ້ ​ກໍຄື ຄວາມ​ຮີບ​ຮ້ອນ​ໃນ​ການ​ປູກຕົ້ນໄມ້, ປົກ​ປັກ​ຮັກສາ​ປ່າໄມ້, ປົກ​ປັກ​ຮັກສາ​ຊັບພະຍາກອນ​ທຳ​ມະ​ຊາດຄື ​ດິນ, ນ້ຳ, ອາກາດ.

ຄຽງຂ້າງນັ້ນ, ກໍປະຕິບັດ​ໂຄງການ​ປູກ​ຕົ້ນ​ໄມ້​ໃຫ້​ໄດ້ 1 ຕື້​ຕົ້ນ​ຂອງ​ລັດຖະບານ​​ ແລະ ​ເປົ້າ​ໝາຍ​ປູກ​ຕົ້ນ​ໄມ້​ໃໝ່​ໃຫ້​ໄດ້ 100 ລ້ານ​ຕົ້ນ​ ໂດຍສູນ​ກາງ​ຄະນະ​ຊາວ​ໜຸ່ມ​ ​ວາງ​ອອກໃນ​ໄລຍະ 2021-2025 ໃຫ້ສຳເລັດຜົນ, ປະກອບສ່ວນເຂົ້າໃນການ​ປະຕິບັດ​ພາລະກໍາ ​ແລະ ຄຳ​ໝັ້ນ​ສັນຍາ​ຂອງ Suntory PepsiCo ຫວຽດນາມ ​ໃນ​ລາຍການ​ກະທຳ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ​ໄລຍະ 2021-2025. ໃນປີ 2022, ​ລາຍການ​ຄາດ​ວ່າຈະ​ປູກ​ຕົ້ນ​ໄມ້​ໃໝ່ 50.000 ຕົ້ນ ຢູ່​ເຂດ​ປ່າ​ຕົ້ນນ້ຳ​ (ປະມານ 40 ​ເຮັກຕາ) ຢູ່​ແຂວງ ດັກ​ລັກ ແລະ ດັກ​ນົງ; ພ້ອມກັນນັ້ນ, ກໍປຸກລະດົມປູກຕົ້ນໄມ້ຕື່ມອີກ 10,000 ຕົ້ນ.

ນອກຈາກການປູກປ່າຕົ້ນນ້ຳແລ້ວ, ລາຍງານຍັງໄດ້ຈັດບັນດາກິດຈະກຳຮ່ວມເດີນທາງເພື່ອແນໃສ່ໂຄສະນາເຜີຍແຜ່, ແຜ່ກະຈາຍຢ່າງກວ້າງຂວາງໃນຊຸມຊົນດ້ວຍບັນດາການເຄື່ອນໄຫວລະອຽດ, ປະກອບສ່ວນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ລະອຽດຄື ການປຸກລະດົມ “ຄຳ​ໝັ້ນ​ສັນຍາ​ສີຂຽວ” ​ແລະ ຊຸກຍູ້​ບັນດາ​ສະມາຊິກ​ຊາວ​ໜຸ່ມ​ປະຕິບັດ “ກສຍກະທຳສີຂຽວ”; ການ​ປະ​ກວດ​ຮູບ​ພາບ ​ແລະ​ ຄລິບ​ວີ​ດີ​ໂອ “ລ້ານ​ຕົ້ນ​ໄມ້”…

ຫອມມາລາ

ເຫດການ
302 Found

Found

The document has moved here.