ມອບຫຼຽນກາລະນຶກໃຫ້ແກ່ທ່ານນາງເອກອັກຄະລັດຖະທູດອົດສະຕາລີ ປະຈຳ ຫວຽດນາມ

08:58 | 11/06/2022

ຍສໝ-ວັນທີ 7 ມິຖຸນາ, ທີ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ (VUFO) ໄດ້ມອບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາຊາດ” ໃຫ້ແກ່ທ່ານນາງເອກອັກຄະລັດຖະທູດອົດສະຕາລີ ປະຈຳ ຫວຽດນາມ Robyn Mudie ເນື່ອງໃນໂອກາດສິ້ນສຸດອາຍຸການເຮັດ​ວຽກ.

ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະກັບພະນັກງານ, ພາລະກອນສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ປະຊາຄົມຊາວ ຫວຽດນາມ ຢູ່ ລາວ ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະກັບພະນັກງານ, ພາລະກອນສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ປະຊາຄົມຊາວ ຫວຽດນາມ ຢູ່ ລາວ
ສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ສະເຫຼີມສະຫຼອງ 47 ປີແຫ່ງວັນປົດປ່ອຍພາກໃຕ້ ສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ສະເຫຼີມສະຫຼອງ 47 ປີແຫ່ງວັນປົດປ່ອຍພາກໃຕ້
ມອບຫຼຽນກາລະນຶກໃຫ້ແກ່ທ່ານນາງເອກອັກຄະລັດຖະທູດອົດສະຕາລີ ປະຈຳ ຫວຽດນາມ
ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ (VUFO) ໄດ້ມອບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາຊາດ” ໃຫ້ແກ່ທ່ານນາງເອກອັກຄະລັດຖະທູດອົດສະຕາລີ ປະຈຳ ຫວຽດນາມ Robyn Mudie (ພາບ: TTXVN)

ໂດຍກ່າວຄໍາປາໄສທີ່ພິທີ, ທ່ານນາງປະທານ VUFO ຫງວຽນເຟືອງງາ ເນັ້ນ​ໜັກ​ວ່າ ຫຼຽນກາລະນຶກ “​ເພື່ອ​ສັນຕິພາບ ​ແລະ ມິດຕະພາບ​ລະຫວ່າງ​ບັນດາ​ຊາດ” ​ ເພື່ອແນໃສ່ເຊີດຊູບັນດາການປະກອບສ່ວນຢ່າງຕັ້ງໜ້າ ແລະ ບໍ່ຮູ້ອິດຮູ້ເມື່ອຍ​ຂອງ​ທ່ານ​ນາງເອກ​ອັກຄະ​ລັດຖະທູດອົດສະຕາລີ ໃນການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງສອງປະ​ເທດ.

ທ່ານນາງຫງວຽນເຟືອງງາ ໃຫ້ຮູ້ວ່າ ທ່ານນາງເອກອັກຄະລັກຖະທູດ Robyn Mudie ເປັນເພື່ອນມິດທີ່ສະໜິດສະໜົມ, ມີຄວາມຜູກພັນຢ່າງເຊິກເຊິ່ງກັບຫວຽດນາມ. ທັງເປັນນັກການທູດທີ່ມີປະສົບການຫຼາຍ ແລະ ເປັນໜຶ່ງໃນຈໍານວນໜ້ອຍທ່ານເອກອັກຄະລັກຖະທູດຕ່າງປະເທດໄດ້ເຮັດດວຽກຢູ່ຫວຽດນາມເປັນ 2 ວາລະ ແລະ ສາມາດນໍາໃຊ້ພາສາຫວຽດໄດ້ຫຼ່ຽນໄຫຼດີ.

ໃນ​ອາຍຸການ 3 ປີຜ່ານມາ, ​ເຖິງ​ວ່າ​ຈະ​ຢູ່​ໃນ​ໄລຍະ​ໂລກ​ລະບາດ​ໂຄ​ວິດ - 19, ທ່ານນາງ​ເອກ​ອັກຄະ​ລັດຖະທູດ ​ໄດ້​ສວມບົດບາດ​ສຳຄັນ​ໃນ​ການ​ຊຸກຍູ້​ການ​​ການ​ພົວພັນຮອບດ້ານ​ລະຫວ່າງ​ຫວຽດນາມ - ອົດສະຕາລີ ໃຫ້ພັດທະນາຢ່າງເຂັ້ມແຂງ.

ໂດຍສະ​ແດງ​ຄວາມ​ເປັນ​ກຽດ​ທີ່​ໄດ້​ຮັບ​ລາງວັນ​ອັນ​ລ້ຳ​ຄ່າ​ນີ້, ທ່ານ​ນາງເອກ​ອັກຄະ​ລັດຖະທູດ ອົດສະຕາລີ Robyn Mudie ກໍ​ໄດ້​ຂອບ​ອົບ​ຂອບ​ໃຈສຳລັບ​ການ​ຊ່ວຍ​ເຫຼືອ ​ແລະ ນໍ້າໃຈອັນດີງາມທີ່​ເພື່ອນ​ມິດ​ຫວຽດນາມໄດ້​ມອບ​ໃຫ້​ທ່ານນາງໃນຕະຫຼອດ 3 ປີຜ່ານມາ.

ທ່ານ​ນາງເອກ​ອັກຄະ​ລັດຖະທູດ ​ກ່າວວ່າ: “ຫວຽດນາມ ຍາມ​ໃດ​ກໍ​ຖື​ເປັນ​ຈຸດ​ພິ​ເສດ​ໃນ​ຫົວໃຈ​ຂອງຂ້າພະ​ເຈົ້າ ແລະ ເຖິງ​ແມ່ນ​ວ່າ​ພວກ​ເຮົາ​ຕ້ອງ​​ແຍກຈາກ​ກັນກໍຕາມ, ​ແຕ່​ຂ້າພະ​ເຈົ້າ​ຍັງ​ຖື​ວ່າ ຫວຽດນາມ ​ແມ່ນ​ບ້ານ​ເກີດ​ເມືອງ​ນອນແຫ່ງ​ທີ​ສອງ​ຂອງ​ຂ້າພະ​ເຈົ້າ.

ໂດຍເຊື່ອ​ໝັ້ນ​ວ່າ ການ​ພົວ​ພັນ​ລະ​ຫວ່າງສອງປະ​ເທດ​ຈະ​ສືບ​ຕໍ່​ພັດ​ທະ​ນາ​ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ດີ​ກວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານນາງເອກອັກຄະລັດຖະທູດເນັ້ນໜັກວ່າ ເຖິງວ່າໃນຖານະຕຳແໜ່ງໃດກໍຕາມ, ທ່ານນາງກໍຈະສືບຕໍ່ມີການປະກອບສ່ວນໃນການ​ປັບ​ປຸງ, ພັດທະນາການພົວພັນມິດຕະພາບ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ.

ຫອມມາລາ

ເຫດການ
302 Found

Found

The document has moved here.