ຊຸກຍູ້ການພົວພັນຕ່າງປະເທດຂອງ 3 ແຂວງ ຢູ່ ໄຕງວຽນ ກັບບັນດາຄູ່ຮ່ວມມືສາກົນ | |
ຄວາມງາມຂອງມັງແດນໃນທ່າມກາງພູຜາປ່າໄມ້ເຂດໄຕງວຽນ |
ໄຕງວຽນເຂດພູພຽງຂຶ້ນກັບເຂດພາກກາງ ຫວຽດນາມ ລວມມີບັນດາແຂວງ ກອມຕູມ, ຢາລາຍ, ດັກລັກ, ດັກນົງ ແລະ ເລິມດົ່ງ. ນີ້ແມ່ນສະຖານທີ່ພັກພາອາໄສຂອງກ່ວາ 20 ຊົນເຜົ່າສ່ວນໜ້ອຍ ດ້ວຍຄວາມເປັນຫຼາຍຮູບແບບຂອງພື້ນຖານວັດທະນະທຳທີ່ແຕກຕ່າງກັນ. ສິ່ງນີ້ໄດ້ສ້າງຄວາມງາມທີ່ເປັນເອກະລັກສະເພາະໃຫ້ແກ່ເຂດດິນແດນແຫ່ງນີ້.
ພູເຂົາໄຟ ຈືດັ່ງຢາ
ມາຮອດໄຕງວຽນແນ່ນອນວ່າເພື່ອນຕ້ອງໄປຢ້ຽມຊົມ ພູເຂົາໄຟ ຈືດັ່ງຢາ ໂດຍນອນຢູ່ຫ່າງຈາກນະຄອນ ຢາລາຍ ປະມານ 30 ກີໂລແມັດ.
![]() |
ພາບ: baohaiduong.vn |
ຈືດັ່ງຢາ ຕາມສຽງຂອງພໍ່ແມ່ພີ່ນ້ອງຊົນເຜົ່າ J’rai ມີຄວາມໝາຍວ່າ ຫົວຂີງ. ນີ້ແມ່ນໜຶ່ງໃນບັນດາຈອມພູເຂົາໄຟເຄີຍເຄື່ອນໄຫວຢ່າງຮ້າຍແຮງຢູ່ເຂດດິນແດນໄຕງວຽນ ກ່ອນນັ້ນນັບລ້ານປີ. ເບິ່ງແຕ່ມູມສູງລົງ, ຈືດັ່ງຢາ ຄືຈວຍຂະໜາດໃຫຍ່, ປາກພູເຂົາໄຟເປັນຮູບວົງມົນ ມີສີແດງ ໄດ້ສ້າງເປັນຫີນລາວາ ນັບລ້ານໆປີປະຫວັດສາດ.
![]() |
ພາບ: @lx.hai |
ນ້ຳຕົກຕາດ Dray Sap
ໂດຍນອນຢູ່ຕາແສງ ດັກໂສ ຂຶ້ນກັບແຂວງ ດັກນົງ ແມ່ນນ້ຳຕົກຕາດ Dray Sap ທີ່ໃຫຍ່ໂຕມະໂຫຖານບົນແມ່ນ້ຳ ເຊເຣປົກ.
ນ້ຳຕົກຕາດ Dray Sap ຍັງມີຊື່ວ່າ ນ້ຳຕົກຕາດຜົວ, ໂດຍນອນຢູ່ຫ່າງຈາກນະຄອນ ບວນມາທວດ ປະມານ 30 ກີໂລແມັດ ຕາມທາງທິດໃຕ້. ຫ່າງຈາກນ້ຳຕົກຕາດ Dray Sap ບໍ່ໄກແມ່ນນ້ຳຕົກຕາດ Dray Nur (ນ້ຳຕົກຕາດເມຍ).
![]() |
ພາບ: baoquangninh.com.vn |
ຄວາມສູງຂອງນ້ຳຕົກຕາດ Dray Sap ແມ່ນປະມານ 20 ແມັດ ແລະ ມີຄວາມກວ້າງທີ່ເປັນໜ້າປະທັບໃຈທີ່ສຸດ, ຂຶ້ນເຖິງເກືອບ 100 ແມັດ. ກະແສນ້ຳທີ່ໃຫຍ່ໂຕມະໂຫຖານ ແຕ່ສູງລົງມາ ສ້າງກະແສນ້ຳທີ່ມີສີຂາວຄືສີຄວັນ. ແລະນີ້ກໍ່ແມ່ນຕົ້ນກຳເນີນຂອງນ້ຳຕົກຕາດ Dray Sap ຍ້ອນວ່າໃນພາສາ ເອເດ ມັນມີຄວາມໝາຍວ່າຄວັນ.
![]() |
ພາບ: thienthanh06 |
ຫໍພິພິທະພັນໂລກ ກາເຟ
ເມື່ອແວ່ຢ້ຽມຢາມນະຄອນບວນເມທວດ, ຜູ້ທີ່ນິຍົມຊົມຊອບເດີນທາງໄປທ່ອງທ່ຽວແນ່ນອນວ່າຈະບໍ່ຄວນພາດສະຖານທີ່ check-in ທີ່ມີຊື່ສຽງທີ່ສຸດ, ນັ້ນແມ່ນ ຫໍພິພິທະພັນໂລກ ກາເຟ. ເຖິງວ່າຫາກໍ່ໄດ້ກໍ່ສ້າງ ແລະ ນຳເຂົ້າເຄື່ອນໄຫວໃນຊຸມປີຜ່ານມາ ແຕ່ຫໍພິພິທະພັນໂລກ ກາເຟ ກໍແມ່ນໜຶ່ງໃນບັນດາສະຖານທີ່ດຶງດູດແຂກທ່ອງທ່ຽວຫຼາຍທີ່ສຸດ.
![]() |
ພາບ: real__ckl |
ຫໍພິພິທະພັນມີສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະໂດຍໄດ້ຮັບແຫຼ່ງບັນດານໃຈຈາກແບບເຮືອນທີ່ຍາວຂອງຊາວເອເດ ແລະ ຊາຍຄາຣົງໄຕງວຽນ.
![]() |
ພາບ: @nnk_iiii/@ninheating |
ບວນດົນ
ຈະເສຍດາຍແທ້ໆ ຖ້າຫາກວ່າ ມາດັກລັກແຕ່ບໍ່ມາຢາມບວນດົນ - ໂດຍແມ່ນເຮືອນຂອງຊ້າງ. ບົດເພງ “ຊ້າງນ້ອຍຢູ່ບວນດົນ” ຂອງນັກດົນຕີ ຟ້າມຕວຽນ ໄດ້ຕິດພັນກັບເຍົາວະຊົນ ຫວຽດນາມ ຫຼາຍລຸ້ນຄົນ ກໍແມ່ນຂຽນກ່ຽວກັບສະຖານທີ່ແຫ່ງນີ້. ຕາມຜູ້ເລົ່າເລື່ອງແລ້ວ, ຊ້າງນ້ອຍໃນບົດເພງແມ່ນຊ້າງນ້ອຍທີ່ນັກດົນຕີໄດ້ພົບຢູ່ບວນດົນ, ນະຄອນບວນມາທວດ.
![]() |
ພາບ: duy.lan/@linhthocam |
ບວນດົນມີຊື່ສຽງກັບການລ່າ, ລ້ຽງ ແລະ ເຝິກຊ້າງ. ປະຊາຊົນຢູ່ແຫ່ງນີ້ຕ້ອງຍາດເວລາປະມານເດືອນໜຶ່ງເພື່ອລ່າ, ລ້ຽງ ແລະ ເຝີກຊ້າງ.
![]() |
ພາບ: hnaht_yuh/ @heidi_truong |
ບຸນຄົງ